ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການປັບປຸງຄຸນນະພາບຂອງການບໍລິການຢູ່ຂັ້ນໂຮງໝໍແຂວງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍໃນທົ່ວແຂວງ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2023 ທີ່ຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີ ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງ, ບັນດາທ່ານໃນຄະນະພະແນກ, ຕາງໜ້າພະແນກການ, ທ່ານ ເຈົ້າເມືອງ, ຮອງເຈົ້າເມືອງຈາກ 10 ເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການລະບາດຂອງພະຍາດຕາມລະດູການເປັນຕົ້ນ : ວຽກງານຕ້ານການລະບາດຂອງພະຍາດໄຂ້ຍຸງລາຍ, ສະພາບການລະບາດຂອງພະຍາດຄໍຕີບ ແລະ ພະຍາດໄຂ້ມາລາເລຍ, ໂດຍສະເພາະ ແມ່ນການຕີລາຄາສະພາບການເຄື່ອນໄຫວວຽກງານ ການບໍລິການຂອງໂຮງໝໍແຂວງ ຕໍ່ຄົນເຈັບທີ່ ມີປະກັນສັງຄົມ ແລະ ປະກັນສຸຂະພາບ ມາໃຊ້ບໍລິການ ປິ່ນປົວພະຍາດຢູ່ໂຮງໝໍແຂວງ, ຕາມນະໂຍບາຍຂອງລັດ ທີ່ເຫັນວ່າ ຍັງບໍ່ທັນມີຄວາມຄ່ອງຕົວເທົ່າທີ່ຄວນ ໂດຍສະເພາະການຕອບສະໜອງງົບປະມານທີ່ບໍ່ຕໍ່ເນື່ອງ ຂອງກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບ ລວມເຖິງບັນຫາຂາດແຄນຢາປົວພະຍາດ ແລະ ສະພາບແວດລ້ອມອ້ອມຂ້າງຈໍານວນໜຶ່ງ ທີ່ເປັນພື້ນຖານໃນການສ້າງຄວາມບໍ່ສະດວກໃຫ້ແກ່ການບໍລິການ ຂອງໂຮງໝໍ, ພ້ອມດຽວກັນ ຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສຸຂະພາບ ໂດຍສະເພາະແມ່ນການສະໜອງເບ້ຍປະກັນຂອງລັດຖະບານຕໍ່ກັບສະຖານທີ່ບໍລິການສຸຂະພາບ ພາຍໃນແຂວງຄໍາມ່ວນນັບແຕ່ປີ 2019 ເຖິງປະຈຸບັນ, ລວມທັງສະຖານະການເງິນ ກ່ຽວກັບໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງ, ຕະຫຼອດຮອດພາກສະເໜີ ແລະ ຄວາມຈໍາເປັນພາວະວິໄສ ໃນການບໍລິການຮັບໃຊ້ສັງຄົມ.
ຈາກນັ້ນ ກອງປະຊຸມຍັງໄດ້ປຶກສາຫາລື ແລກປ່ຽນຄໍາຄິດ, ຄໍາເຫັນ ເພື່ອຫາທາງອອກຮ່ວມກັນ ແລະ ແກ້ໄຂຕໍ່ສະພາບບັນຫາດັ່ງກ່າວ ເພື່ອພ້ອມກັນພັດທະນາວຽກງານສາທາລະນະສຸກ ໃຫ້ຫັນເປັນຂອງປວງຊົນທຸກທົ່ວໜ້າ ເຮັດໃຫ້ການຂັບເຄື່ອນວຽກງານໃນການບໍລິການຮັບໃຊ້ສັງຄົມຂອງໂຮງໝໍ ໃຫ້ໄດ້ຮັບການເຄື່ອນໄຫວຢ່າງເປັນລະບົບຕໍ່ເນື່ອງ.
ຂ່າວ;ພາບ: ແຂວງຄໍາມ່ວນ