ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ອົງການປົກຄອງແຂວງຜົ້ງສາລີ ຈະໄດ້ສືບຕໍ່ພົວພັນຮ່ວມມືຢ່າງຮອບດ້ານ ກັບແຂວງດຽນບຽນຂອງຫວຽດນາມ ໂດຍສະເພາະດ້ານການເມືອງ, ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ດ້ານເສດຖະກິດ-ສັງຄົມ ໂດຍຖືເອົາວຽກງານນີ້ເຂົ້າໃນເນື້ອໃນການພົບປະລະຫວ່າງຄະນະຜູ້ແທນຂັ້ນສູງຂອງແຂວງ,ພະແນກ,ເມືອງແລະບ້ານ ບົນພື້ນຖານແນວທາງນະໂຍບາຍຂອງສອງພັກ-ສອງລັດຖະບານວາງອອກ ແລະ ຕາມເນື້ອໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາໃຫ້ກາຍເປັນອັນລະອຽດ ແລະ ປະກົດຜົນເປັນຈິງ.
ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆ ຜົ້ງສາລີ ໃຫ້ສຳພາດໃນໂອກາດທີ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ແລະວິທະຍຸກະຈາຍສຽງຫວຽດນາມ ຫຼື VOV ເຄື່ອນໄຫວເກັບກຳຂ່າວໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ ໃນຫົວຂໍ້: ການປົກປັກຮັກສາຊາຍແດນສີຂຽວ ເມື່ອບໍ່ດົນມານີ້ວ່າ: ທັງສອງຝ່າຍຈະສືບຕໍ່ໃຫ້ການສະຫນັບສະໜູນ, ຊຸກຍູ້ສົ່ງເສີມແລະສ້າງເງື່ອນໄຂ,ອຳນວຍຄວາມສະດວກໃຫ້ແກ່ບັນດາຫົວຫນ່ວຍທຸລະກິດໄດ້ດຳເນີນທຸລະກິດ,ການຄ້າ,ການລົງທຶນ ແລະ ການທ່ອງທ່ຽວຕາມທ່າແຮງແລະຄວາມສາມາດຂອງສອງຝ່າຍໃຫ້ປະກົດຜົນເປັນຈິງເພີ່ມຂຶ້ນ.
ສ່ວນວຽກງານປົກປັກຮັກສາຊາຍແດນລະຫວ່າງແຂວງຜົ້ງສາລີແລະແຂວງດຽນບຽນ ໄລຍະຜ່ານມາໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳແລະຕໍ່ເນື່ອງ ເຮັດໃຫ້ມີຄວາມສະຫງົບ,ປອດໄພແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ແຂວງຜົ້ງສາລີ ມີເສັ້ນຊາຍແດນຕິດຈອດກັບຫວຽດນາມໂດຍສະເພາະແມ່ນແຂວງດຽນບຽນ ຄວາມຍາວປະມານ 352ກວ່າກິໂລແມັດ ເຊິ່ງຜ່ານມາສອງຝ່າຍໄດ້ພ້ອມກັນປົກປັກຮັກສາເສັ້ນຊາຍແດນຕາມແນວທາງການຕ່າງປະເທດຂອງສອງປະເທດວາງອອກ ເປັນຕົ້ນ:ໄດ້ວາງກົງຈັກການຈັດຕັ້ງແລະແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງຊາຍແດນໂດຍເອົາໃຈໃສ່ປະຕິບັດຕາມສິດແລະຫນ້າທີ່ຂອງຕົນໄດ້ເປັນຢ່າງດີ, ສ້າງຕັ້ງກອງຮ້ອຍປ້ອງກັນຊາຍແດນເພື່ອເຄື່ອນໄຫວລາດຕະເວນເປັນປົກກະຕິ, ໄດ້ຫັນກຳລັງທະຫານຊາຍແດນລົງກໍ່ສ້າງຮາກຖານການເມືອງຢູ່ບັນດາບ້ານທີ່ລຽບຕາມຊາຍແດນແລະວຽກງານອື່ນໆ ເຮັດໃຫ້ຂອບເຂດບໍລິເວນຊາຍແດນຂອງສອງຝ່າຍມີຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ປະກອບສ່ວນເຮັດໃຫ້ເສັ້ນຊາຍແດນໄດ້ຮັບການພັດທະນາ,ເປັນຊາຍແດນແຫ່ງມິດຕະພາບ,ສັນຕິພາບແລະການຮ່ວມມືຢ່າງແທ້ຈິງ.
ທ່ານ ຄຳຜອຍ ວັນນະສານ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດໃນການປົກປັກຮັກສາເສັ້ນຊາຍແດນໃນໄລຍະຜ່ານມາ ແມ່ນປາດສະຈາກບໍ່ໄດ້ກັບສິ່ງທ້າທາຍຫຼາຍດ້ານທີ່ຈະຕ້ອງໄດ້ຮີບຮ້ອນປັບປຸງແກ້ໄຂໃຫ້ດີຂຶ້ນ ເພາະເຂດຊາຍແດນຂອງແຂວງເປັນພູດອຍຄ້ອຍຊັນ,ທຸລະກັນດານເຮັດໃຫ້ເສັ້ນທາງຢູ່ເຂດຊາຍແດນຍັງບໍ່ທັນສອດຄ່ອງ ການເຄື່ອນໄຫວກວດກາພົບຄວາມຫຍຸ້ງຍາກ,ໃຊ້ເວລາຫຼາຍວັນຈຶ່ງເຂົ້າເຖິງຈຸດໝາຍ,ບາງເຂດ,ບາງຈຸດຍັງເປັນເຂດເປົ່າວ່າງ ເຮັດໃຫ້ກຸ່ມຄົນບໍ່ດີລັກລອບເຂົ້າເມືອງ ແລະ ໃຊ້ເປັນບ່ອນລີ້ຊ່ອນເຮັດໃຫ້ເກີດບາງປະກົດການຫຍໍ້ທໍ້.
ນັບແຕ່ປີ 2004 ເປັນຕົ້ນມາແຂວງຜົ້ງສາລີ ໄດ້ແຮກສ່ຽວກັບແຂວງ,ບັນດາເມືອງແລະບ້ານຂອງແຂວງດຽນບຽນ,ແຂວງເຊີນລາແລະແຂວງລາຍເຈົ່າຂອງຫວຽດນາມ ເພື່ອສ້າງເງື່ອນໄຂໃຫ້ມີການພົບປະ,ແລກປ່ຽນດ້ານຕ່າງໆຮ່ວມກັນມາໂດຍຕະຫລອດ. ເພື່ອເຮັດໃຫ້ມີການແລກປ່ຽນແລະການຮ່ວມມືທີ່ດີລະຫວ່າງແຂວງຜົ້ງສາລີກັບຫວຽດນາມ,ອົງການປົກຄອງແຂວງໄດ້ສ້າງເງື່ອນໄຂໃຫ້ບັນດາເມືອງແຮກສ່ຽວນຳກັນ ເຊິ່ງມີເມືອງໃຫມ່,ເມືອງສຳພັນ,ເມືອງຜົ້ງສາລີໄດ້ແຮກສ່ຽວກັບເມືອງດຽນບຽນ,ເມືອງນ້ຳໂປ,ເມືອງຈ້າ,ເມືອງແຍ້ຂອງແຂວງດຽນບຽນກັບເມືອງແຕຂອງແຂວງລາຍເຈົ່າແລະກຸ່ມບ້ານນາລຳ ເມືອງໃຫມ່ແຮກສ່ຽວກັບ 3 ຕາແສງຂອງເມືອງຈ້າ,ກຸ່ມບ້ານຫົວເມິກແຮກສ່ຽວກັບ 6ຕາແສງຂອງເມືອງນ້ຳໂປ ໂດຍຜ່ານກົນໄກການພົວພັນຮ່ວມມື,ໄປມາຫາສູ່ກັນ,ແລກປ່ຽນບົດຮຽນແລະໃຫ້ການຊ່ວຍເຫລືອເຊິ່ງກັນແລະກັນຢ່າງເປັນປົກກະຕິແລະເຂົ້າສູ່ລວງເລິກ.
ນອກນີ້ແຂວງຜົ້ງສາລີຍັງໄດ້ຮັບການຊ່ວຍເຫລືອຈາກຫວຽດນາມໃນດ້ານຕ່າງໆ ເປັນຕົ້ນ:ການຊ່ວຍເຫລືອໂຄງການຕ່າງໆ,ວັດຖຸອຸປະກອນ,ເງິນສົດແລະອື່ນໆ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ,ເມືອງແລະບ້ານກໍ່ຄືການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນພາຍໃນແຂວງຜົ້ງສາລີໃຫ້ຫຼຸດລົງເທື່ອລະກ້າວ.
ຂ່າວ-ພາບ : ດອກຈຳປີ