ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ່ 3 ພຶດສະພາ 2023 ແຂວງຫົວພັນ ແລະ ລັດວິສາຫະກິດການບິນລາວໄດ້ປືກສາຫາລືກ່ຽວກັບວຽກງານດ້ານຕ່າງໆໃນການກະກຽມພ້ອມເປີດເສັ້ນທາງບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ຢູ່ທີ່ຫ້ອງປະຊຸມຫໍແກ້ວ ໂດຍມີ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວພັນ, ທ່ານ ຄໍາຫຼ້າ ພົມມະວັນ ຜູ້ອໍານວຍການໃຫ່ຍ ລັດວິສາຫະກິດການບິນລາວ ພ້ອມຄະນະ ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເຂົ້າຮ່ວມນໍາ.
ເຊີ່ງໄດ້ປືກສາຫາລືກ່ຽວກັບການກະ ກຽມຄວາມພ້ອມໃນການປະຕິບັດແຜນບິນ ຂອງລັດວິສາຫະກິດການບິນລາວ ເຊີ່ງຈະເລີ່ມເປີດເສັ້ນທາງບິນໜອງຄ້າງ ແຕ່ນະຄອນຫຼວງວຽງຈັນ-ຊໍາເໜືອ, ຊໍາເໜືອ-ນະຄອນຫຼວງວຽງຈັນໃນວັນທີ່ 12 ພືດສະພາ 2023, ແລະ ຈະມີອາທິດລະ 3 ຖ້ຽວບິນ ຄື: ວັນພຸດ, ວັນສຸກ ແລະ ວັນອາທິດ , ເຊີ່ງມີຖ້ຽວບິນຈາກນະຄອນ ຫຼວງວຽງຈັນ-ຊໍາເໜືອ ເວລາ 12:00 -13:00, ຊໍາ ເໜືອ – ນະຄອນຫຼວງວຽງຈັນ 13:40-14:40, ລາຄາປີ້ເຮືອບິນ ເລີ່ມຕົ້ນ 7 ແສນ 10 ກີບຕໍ່ຖ້ຽວບິນ, ສະນັ້ນລັດວິສາຫະກິດການບິນລາວ ໄດ້ກະກຽມຄວາມພ້ອມທາງ ດ້ານບຸກຄະລະກອນ, ເຄື່ອງອຸປະກອນຮັບໃຊ້ໃນການບໍລິການດ້ານຕ່າງໆ , ເພື່ອກະຽມຄວາມພ້ອມໃຫ່ແກ່ການເປີດເສັ້ນທາງບິນໃໝ່ນອກນີ້ຍັງໄດ້ ປືກສາຫາລືກ່ຽວກັບດ້ານຄວາມປອດໄພໃນຂອບເຂດສະໜາມບິນໂດຍສະເພາະແມ່ນສິ່ງກີດຂວາງຕ່າງໆ ,ໂອກາດນີ້ຄະນະລັດວິສາຫະກິດການບິນລາວຍັງໄດ້ເຂົ້າປືກສາຫາລືກັບພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງກ່ຽວກັບການເກັບກໍາສ້າງຖານຂໍ້ມູນຂ່າວສານການທ່ອງທ່ຽວ ທັງໂຄສະນາບັນດາແຫຼ່ງທ່ອງທ່ຽວດ້ານຕ່າງໆຢູ່ພາຍໃນແຂວງຫົວພັນ, ເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າ ມາທ່ອງທ່ຽວຢູ່ແຂວງຫົວພັນ ເພື່ອ ໃຊ້ບໍລິການ ສາຍການບິນລາວຈາກນະຄອນຫຼວງວຽງຈັນ ຫາ ສະໜາມບິນໜອງຄ້າງ, ແຂວງຫົວພັນໃຫ້ເປັນປົກກະຕິ, ແລະ ຄາດວ່າຈະມອບ – ຮັບສະໜາມບິນໜອງຄ້າງແມ່ນວັນທີ່ 15 ພຶດສະພາ2023ນີ້.