ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີປະກາດການຈັດຕັ້ງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ພັນທະລີ ມະນີວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກຊສ ໄດ້ຂຶ້ນອ່ານ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານຂັ້ນສູນກາງຄຸ້ມຄອງ ອອກພັກການ-ຮັບອຸດໜູນບຳນານ ໂດຍອະນຸມັດໃຫ້ ສະຫາຍ ໄຊຍະເວດ ວິໄຊ ກຳມະການປະຈຳພັກກະຊວງ ປະທານກວດກາພັກກະຊວງ ຫົວໜ້າກົມສິ່ງແວດລ້ອມ ອອກພັກການ-ຮັບອຸດໜູນບຳນານ ແລະ ອ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ໄຊນະຄອນ ອິນທະວົງ ເປັນປະທານກວດກາພັກກະຊວງ, ແຕ່ງຕັ້ງສະຫາຍ ນາງ ທອງຈັນ ອະຄະມາເຂດ ເປັນກຳມະການປະຈຳພັກກະຊວງ ແລະ ອ່ານດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ອຸ່ນເຮືອນ ໄຊຍະຈັກ ເປັນຫົວໜ້າກົມສິ່ງແວດລ້ອມ ຜູ້ໃໝ່. ຈາກນັ້ນ, ຍັງໄດ້ມີການປະກາດການແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນໜຶ່ງ ແລະ ປະກາດການສ້າງຕັ້ງໜ່ວຍພັກ, ແຕ່ງຕັ້ງຄະນະໜ່ວຍພັກ ຂອງຄະນະພັກຮາກຖານ ກົມສິ່ງແວດລ້ອມ ແລະ ຄະນະພັກຮາກຖານ ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງການບົ່ງຕົວແຕ່ງຕັ້ງກຳມະການຮາກຖານພັກ, ກຳມະການໜ່ວຍພັກ ທີ່ມີຕຳແໜ່ງວ່າງ ຕາມການປັບປຸງກົງຈັກການຈັດຕັ້ງ ແລະ ການສັບຊ້ອນສະມາຊິກພັກ.
ໃນໂອກາດດ່ງກ່າວ ສະຫາຍ ນາງ ບຸນຄຳ ວໍລະຈິດ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງສະຫາຍໄດ້ສະແດງ ຄວາມຊົມເຊີຍຕໍ່ສະຫາຍ ທີ່ໄດ້ສຳເລັດການເຮັດໜ້າທີ່ການເມືອງຂອງຕົນ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ແລະ ກ່າວສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງໃໝ່ ຊຶ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຢ່າງຕັ້ງໜ້າດ້ວຍການເສີມຂະຫຍາຍໃນການຊີ້ນຳ-ນຳພາ ວຽກງານຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍຄືການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດ ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານຈຸດສຸມ ຂອງຂະແໜງ ຊສ ແຕ່ນີ້ຮອດປີ 2025 ກໍຄືການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຄັ້ງທີ II ເພື່ອເຮັດໃຫ້ການຄຸ້ມຄອງປົກປັກຮັກສາ ແລະ ຟື້ນຟູຄືນ-ພັດທະນາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄປຕາມທິດຍືນຍົງ ແລະ ສີຂຽວ.
(ຂ່າວ: ກຊສ, ພາບ: ສຸກສະຫວັນ)

