ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ວັນອາທິດາວັນທ 19 ກັນຍາ 2021, ສປປລາວ ກວດພົບຜູ້ຕິດເຊືອໂຄວິດ-19 ເພີ່ມໃໝ່ 371 ຄົນ ໃນນັ້ນ ຕິດຢູ່ໃນຊຸມຊົນ 303 ຄົນ

ຖະແຫຼງຂ່າວ ຂອງຄະນະສະເພາະກິດປະຈຳວັນອາທິດ ວັນທີ 19 ກັນຍາ 2021. ກ່ຽວກັບສະພາບໂຄວິດ-19 ຢູູ່ສປປ ລາວ,
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 19 ກັນຍາ
2021:ໄດ້ກວດວິເຄາະທັງໝົດ 5,318 ຄົນ, ໃນນັ້ນກວດພົບຜູ້ຕິດເຊຶ້ອໃໝ່ທັງໝົດ 371 ຄົນ:
– ກໍລະນີນຳເຂົ້າມີ 68 ຄົນ ຈາກແຂວງ ສະຫວັນນະເຂດ 42 ຄົນ, ສາລະວັນ 13 ຄົນ,ຈຳປາສັກ 10 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ
ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.
– ສຳລັບ ການຕິດເຊື້ອໃນຊຸມຊົນ 303 ຄົນລາຍລະອຽດ ດັັ່ງຕໍ່ໄປນີ້:
• ນະຄອນຫຼວງ 225 ຄົນ ລາຍລະອຽດຄື:
1). ກຸ່ມໂຮງງານ ອານພີລາວ (ເກັບຕົວຢາງໃນໂຮງງານ) ໃຫ້ຜົນບວກ 179,
positive rate 31% (179/560).
2). ໂຄງການສຶກສາ LACOVISS: ມີ 07 ຄົນ
– ຈາກ ບ້ານໜອງທາເໜືອ, ເມືອງຈັນທະບູລີ 03 ຄົນຊຶ່ງເປັນສະມາຊິກຄອບຄົວດຽວກັນທີ່ຕິດເຊື້ອຊຶ່ງໄດ້ລາຍງານວານນີ້ .
– ຈາກບ້ານໜອງຈັນ, ເມືອງສີສັດຕະນາກ 03 ຄົນເປັນສະມາຊິກຄອບຄົວດຽວກັນທີ່ຕິດເຊື້ອຊຶ່ງໄດ້ລາຍງານວານນີ້ .
– ບ້ານໜອງແຕ່ງ 01 ຄົນ(ພະນັກງານ)
3). ຈຸດເກັບຕົວຢ່າງຈາກບຶງຂະຫຍອງ: ໃຫ້ຜົນບວກ1 5 ຄົນ
– ອານພີລາວ 04 ຄົນ
– ກົມແຜນທີ່ທະຫານ 01 ຄົນ
– ຄະນະພົວພັນຕ່າງປະເທດ 01 ຄົນ
– ໂຮງງານ ຊີເຄແອວ 02 ຄົນ
– ຕະຫລາດ ດົງໝາກຄາຍ02
– ຕະຫລາດ ສີເກີດ 01 ແລະ ລັດວິສະຫະກິດການບິນລາວ 01
4). ກຸ່ມໄປກວດຢູູ່ໂຮງໝໍເສດຖາ: ມີ 07 ກໍລະນີຊຶ່ງມາຈາກ:
– ບ້ານໂນນຄ້ຳ 04 ຄົນ(ເປັນຄອບຄົວດຽວກັນ)
– ບ້ານທາດຫລວງໃຕ້ 04 ຄົນ
– ບ້ານດົງຄຳຊ້າງ 01 ຄົນ
5). ກຸ່ມໄປກວດຢູູ່ໂຮງໝໍ103 : ມີ 03 ຄົນ( ຈາກດອນໜູນ 01 ແລະ ໜອງດ້ວງ
02)
– ຈາກຂໍ້ມູນຂ້າງເທິງຂອງການລາຍມື້ນີ້ມີຜູ້ຕິດເຊື້ຶອຈາກໂຮງງານຕັດຫຍິບອານພີລາວທັງໝົດ182. ມາຮອດປະຈຸບັນຕົວເລກສະສົມຜູ້ຕິດເຊື້ອທັງໝົດ 436ຄົນ (ໃນຈຳນວນຕົວຢ່າງ 1275 ຕົວຢ່າງ
ທີ່ເກັບ.

• ຄຳມ່ວນ 27 ຄົນ:
• ຈຳປາສັກ 26 ຄົນ
• ຫຼວງພະບາງ14 ຄົນ
• ບໍ່ແກ້ວ 8 ຄົນ:
• ສະຫວັນນະເຂດ3 ຄົນ:

➢ ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິນປົວຢູ່ ສະຖານທີ່ປິນປົວທິ່ຖຶກກຳນົດໄວ້.
➢ ມາຮອດມື້ນີ້ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19,185 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກຳລັງປິ່ນປົວ ທັງໝົດ 4,184 ຄົນ.
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ
9:00-12:00 ໂມງ ແລະ ຍັງມີທີມງານເກັບ ຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້າຫຼືທີມງານໜ່ວຍເຄື່ອນທີ່ລົງເກັບຕົວຢ່າງໃນເຂດທີ່ມີການ
ລະບາດໃນຊຸມຊົນ.
➢ ການເຝົົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
• ວັນທີ 18 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈຳນວນທັງໝົດ 1,522 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ 122 ສູນ ແລະ 55
ໂຮງແຮມ, ມີຜູ້ຈໍາກັດບໍລິເວນ 7,111 ຄົນ.
• ປະຈຸບັນສັງເກດເຫັນວ່າ ຕົວເລກ ການຕິດເຊື້ອໃນຊຸມຊົນຂອງບ້ານເຮົາແມ່ນສູງກວ່າການຕິດເຊື້ອນຳເຂົ້າມາໄດ້ຫຼາຍວັນແລ້ວສະແດງໃຫ້ເຮົາເຫັນວ່າ ການປະຕິບັດມາດຕະການອາດຍັງບໍ່ທັນເຄັັ່ງຄັດເທົ່າ
ທີ່ຄວນຍ້ອນວ່າການລະບາດໃນບ້ານເຮົາພົບສາຍພັນເດວຕ້າທີ່ມີອັດຕາການແຜ່ເຊື້ອໄດ້ຢ່າງໄວວາ.ພະຍາດໂຄວິດ-19ໄດ້ມີການພັດທະນາແລະປັບພັນທຸກຳໂຕເອງໄປເລື້ອຍໆ,ເຊິ່ງເຮົາພົບໃນປັດຈຸບັນຫຼາຍ
ປະເທດກຳລັງປະເຊີນກັບການລະບາດຂອງສາຍພັນເດວຕາບວກ(Delta plus)ທີ່ກຳລັງລະບາດໃນຫຼາຍປະເທດ ລວມທັງບ້ານເຮົາ, ປະຈຸບັນ Delta plus ນີ້ແມ່ນກວດພົບແລ້ວໃນບ້ານເຮົາໂດຍສະເພາະ
ແມ່ນໃນບັນດາກຸ່ມຄົນທີ່ຕິດພະຍາດໃນເຂດນະຄອນຫຼວງຽງຈັນ, ສາຍພັນນີ້ແມ່ນຄວາມສາມາດໃນການສົ່ງເຊື້ອ ຈາກຄົນນຶ່ງໄປຫາອິກຄົນນຶ່ງໄດ້ໄວຂື້ນກວ່າສາຍພັນເດວຕາທຳມະດາ ແລະ ສາຍພັນອື່ນໆ.
• ສະນັ້ນອິກເທື່ອນຶ່ງຮຽກຮ້ອງໃຫ້ບັນດາທ່ານປະຕິບັດມາດຕະການຢ່າງເຄັັ່ງຄັດເຊັັ່ນ:ບໍ່ໃຫ້ໂຮມຊຸມນຸມ,ບໍ່ຊຸມແຊວກັນເປັນກຸ່ມ,ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ການຮັກສາໄລ
ຍະຫ່າງ,ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູຫຼືເຈວລ້າງມືທີ່ມີທາດເຫຼົ້າ 70% ຂື້ນໄປ,ຮັກສາມາລະຍາດໃນການໄອ-ຈາມ, ອະນາໄມຂ້າເຊື້ອຈຸດສ່ຽງເຊັັ່ນ -ຮາວຂັ້ນໃດບ່ອນຈັບປະຕູ
-ລີໂມດ ອື່ນໆ, ຖ້າຫາກທ່ານຮູ້ສຶກວ່າ ເປັນກຸ່ມສ່ຽງຕ້ອງຈຳກັດບໍລິເວນຕົນເອງທັນທີພ້ອມທັງໄປຊອກຫາເຊື້ອ, ເຖິງແມ່ນວ່າ ຜົນກວດຈະເປັນລົບຍັງຕ້ອງໄດ້ສືບຕໍ່ຈຳກັດບໍລິເວນຕົນຈົນຄົບກຳນົດ 14 ວັນ
ຖ້າວ່າມີອາການຜິດປົກກະຕິເຊັັ່ນ:ໄຂ້, ໄອ ເຈັບຄໍ ເຈັບໜ້າເອິກ, ນ້ຳມູກໄຫຼ, ດັງບໍ່ໄດ້ກິ່ນ, ຫຼືກິນອາຫານບໍ່ ໄດ້ລົດຊາດໃຫ້ກັບມາກວດຄືນ.