ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫລງຕໍ່ສື່ມວນຊົນ ຕອນບ່າຍວັນທີ 10 ມິນາ 2021ນີ້ເຖິງສະພາບການຄວບຄຸມ ແລະປ້ອງກັນກັນການລະບາດຂອງພະຍາດໂຄວິດ19ວ່າ: ວັນທີ 10 ມິນາ ນີ້ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ19 ເພີ່ມອີກ 1 ຄົນ ເປັນເພດຊາຍ ອາຍຸ43ປີ, ສັນຊາດລາວ, ອາຊີບຄ້າຂາຍຜັກ ຢູ່ແຂວງປະທຸມທານີ ປະເທດໄທ.
ຜູ້ກ່ຽວມີສຸຂະພາບແຂງແຮງດີ, ບໍ່ມີອາການສະແດງຫຍັງ ແລະ ບໍ່ໄດ້ກວດຊອກຫາໂຄວິດ-19 ກ່ອນເດີນທາງເຂົ້າມາ ສປປ ລາວ; ໃນໄລຍະເຮັດວຽກ ຢູ່ແຂວງປະທຸມທານີ ຜູ້ກ່ຽວ ໄດ້ອາໄສຢູ່ຫ້ອງພັກຄົນດຽວ ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງດັ່ງກ່າວ ຜູ້ກ່ຽວຈຶ່ງກັບຄືນມາ ສປປ ລາວ ໃນວັນທີ 4 ມີນາ 2021 ໂດຍລົດໂດຍສານ ຈາກ ແຂວງປະທຸມທານີ ມາຫາ ແຂວງ ມຸກດາຫານ. ໃນວັນທີ 5 ມີນາ 2021 ເດີນທາງມາຮອດແຂວງສະຫວັນນະເຂດ ແລະ ຖືກນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.
ພາຍຫຼັງ ທີ່ໄດ້ເກັບຕົວຢ່າງຜູ້ກ່ຽວມາກວດຊອກຫາພະຍາດໂຄວິດ-19, ໃນວັນທີ 9 ມີນາ 2021 ຜົນກວດຈາກຫ້ອງວິເຄາະ ຂອງໂຮງໝໍແຂວງສະຫວັນນະເຂດ ແມ່ນກວດພົບເຊື້ອ COVID-19 ຈຶ່ງໄດ້ນຳສົ່ງຜູ້ກ່ຽວ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ ພ້ອມດຽວກັນນັ້ນ ຍັງໄດ້ສົ່ງຕົວຢ່າງມາກວດຢັ້ງຢືນ ຢູ່ສູນວິເຄາະ ແລະ ລະບາດວິທະຍາ. ໃນວັນທີ 10 ມີນາ 2021 ຜົນກວດຈາກ ສູນວິເຄາະ ແລະ ລະບາດວິທະຍາ ຢັ້ງຢືນຜົນກວດແມ່ນພົບເຊື້ອ COVID-19;
ປະຈຸບັນຜູ້ກ່ຽວໄດ້ເຂົ້ານອນແຍກປ່ຽວ, ຕິດຕາມອາການແລະປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້;
ປະຈຸບັນ ຄະນະສະເພາະກິດພວມຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ15ຄົນ ແລະໄດ້ເກັບຕົວຢ່າງມາກວດວິເຄາະ ຢູ່ໂຮງໝໍແຂວງສະຫວັນນະເຂດ, ໃນນັ້ນ 5 ຄົນ ມີຜົນກວດ ເປັນລົບ , ທີ່ເຫຼືອ ແມ່ນກຳລັງລໍຖ້າຜົນກວດຢູ່ .
ສັງລວມການກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດມື້ນີ້ ວັນທີ 10 ມີນາ 2021ພວກເຮົາກວດພົບເຊື້ອສະສົມ ທັງໝົດ48ຄົນ.
ສຳລັບ ຄົນເຈັບຕິດເຊື້ອພະຍາດ COVID-19 ທີ່ຍັງນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ ມີທັງໝົດ 6 ຄົນ (ຈຳປາສັກ 2 ຄົນ, ນະຄອນຫຼວງ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ ທັງ 6 ຄົນ ແມ່ນມີສຸຂະພາບແຂງແຮງດີ .