ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ
ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 2 ມິຖຸນາ 2021 ເຖິງສະພາບການລະບາດຂອງພະຍາດ ໂຄວິດ19 ຢູ່
ສປປ ລາວ ວ່າ: ມາຮອດປະຈຸບັນ ຈໍານວນຜູ້ຕິດເຊື້ອສະສົມຢູ່ລາວ ມີທັງໝົດ 1,934ຄົນ, ກວດພົບໃໝ່ 05 ກໍລະນີ ໃນນີ້ຈາກນະຄອນຫຼວງວຽງຈັນ 04 ກໍລະນີ ທັງ
ໝົດແມ່ນຕິດເຊື້ອໃນຊຸມຊົນ, ຈໍາປາສັກ 01 ກໍລະນີ ແມ່ນກໍລະນີແຮງງານລາວກັບຄືນປະເທດຖືກຕ້ອງຕາມກົດໝາຍ. ຄົນເຈັບເສຍຊີວິດ 03 ກໍລະນີ (ໃໝ່0) ,
ປົວດີທັງໝົດ 1,637ກໍລະນີ (ໃໝ່ 38)ແລະ ກໍາລັງປິ່ນປົວ 289 ກໍລະນີ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
• ມາຮອດວັນທີ 01 ມີຖຸນາ2021 ມີຜູ້ເດີນທາງ ເຂົ້າ ສປປ ລາວ ທັງໝົດ 2,399 ຄົນ, ມີແຮງງານລາວ ເຂົ້າມາ 140 ຄົນ ເຫຼືອນັ້ນ ແມ່ນ ພະນັກງານຂັບລົດ ແລະ
ຜູ້ຕິດຕາມ
• ທົ່ວປະເທດມີສູນຈໍາກັດບໍລິເວນຮອງຮັບຜູ້ເດີນທາງເຂົ້າມາ ສປປ ລາວ ທີ່ເປີດນຳໃຊ້ຢູ່ທັງໝົດ 56 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 3,574ຄົນ.
ວຽກງານວິເຄາະກວດຫາເຊື້ອ: ວັນທີ 01ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 932 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 05 ກໍລະນີ ແລະ ມີ
ປະຫວັດການເດີນທາງດັ່ງນີ້:
• ວັນທີ 15/05/2021: ໄປອາພັດເມັນອຸດົມພອນ
• ວັນທີ 27/05/2021 ແລະ ວັນທີ 01/06/2021: ໄປຕະຫລາດໂພນຕ້ອງສະຫວ່າງ, ເມືອງຈັນທະບູລີ
• ວັນທີ 29/05/2021: ໄປເຮືອນເອື້ອຍ ຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ
• ວັນທີ 29/05/2021: ຜູ້ກ່ຽວ ໄດ້ໄປຫລີ້ນເຮືອນໝູ່ຢູ່ບ້ານໂພນທັນ, ເມືອງໄຊເສດຖາ
• ວັນທີ 30/05/2021: ໄປຫາຄອບຄົວ ຢູ່ບ້ານທ່າດິນແດງ ເມືອງໄຊທານີ
• ວັນທີ 26/05/2021: ໄປວຽກບໍລິສັດປັດທະມະວັດ ແຖວອານຸສາວະລີ 2-4ໂມງ
• ວັນທີ 26/05/2021: ໄປວຽກ ບໍລິສັດລາວໂມບາຍກຸບ ດົງປາລານ 4-5ໂມງ
• ວັນທີ 27/05/2021: ໄປວຽກຫ້ອງການຕະຫຼາດ ຫລັກ4 ຊັ້ນ4 ກົມເສດຖະກິດ
• ວັນທີ 28/05/2021 ແລະ 31/05/2021: ໄປວຽກບໍລິສັດ HECC ຊຳເກດ
ດຣ ສີສະຫວາດ ສຸດທານີລະໄຊຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ໃຫ້ຮູ້ເຖິງທ່າອ່ຽງຂອງການລະບາດຢູ່ໃນປະເທດຂອງພວກເຮົາວ່າ:
ເຖິງວ່າສະພາບການລະບາດ ມີທ່າອ່ຽງຫຼຸດລົງເລັກໜອຍ ຕາມການລາຍງານໃນແຕ່ລະວັນກໍ່ຕາມ ແຕ່ພວກເຮົາກໍ່ບໍ່ຄວນປະໝາດ ໃນການປະຕິບັດມາດຕະການ
ຕ່າງໆ ໃນແຈ້ງການ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນ
ເວລາ 28 ວັນ. ດັ່ງນັ້ນ, ການທີ່ໃຫ້ຢູ່ເຮືອນ ແລະ ບໍ່ອອກເດີນທາງ ໄປສະຖານທີ ອື່ນໆຍັງຖືວ່າເປັນ ຍຸດທະສາດ ກໍ່ຄືມາດຕະການຫຼັກ ແລະ ສໍາຄັນໃນການຢຸດຢັ້ງ
ການແຜລະບາດໃນຄັ້ງນີ້ຂອງປະເທດຂອງພວກເຮົາ.
• ການປະຕິບັດ ແຈ້ງການເລກທີ 528/ຫສນຍ ແລະ ແຈ້ງການ ເລກທີ 02/ຈນວ, ຂອງ ນະຄອນຫຼວງວຽຈັນ, ລົງວັນທີ 21 ພຶດສະພາ 2021 ຜ່ານມາ ແມ່ນເຮັດ
ໄດ້ດີພໍສົມຄວນໂດຍສະເພາະແມ່ນ ການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ແຕ່ສັງເກດເຫັນວ່າຍັງມີການລະເມີດ ໂດຍການເດີນທາງໄປ
ມາຫາສູ່ກັນຢ່າງປົກກະຕິ ພາຍໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່ ຈຶ່ງເຮັດໃຫ້ມີການຕິເຊື້ອໃນກຸ່ມດັ່ງກ່າວໃນແຕ່ລະວັນ. ເຮັດໃຫ້ການລະບາດເຂົ້າສູ່ບັນດາ
ຫ້ອງການ, ສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານເຊິງມີລາຍງານຜູ້ຕິດເຊື້ອໃໝ່ເກີດຂື້ນໃນແຕ່ລະວັນ;
• ໃນໄລຍະປະຈຸບັນຍັງມີຄວາມຈໍາເປັນທີ່ຈະຕ້ອງປະຕິບັດວິຖີຊິວິດ ດໍາລົງຊິວິດປົກກະຕິແບບໃໝ່ ເຊັ່ນ: ການໃສ່ຜ້າປິດປາກດັງ, ການໝັ່ນລ້າງມື ດ້ວຍເຈວ ແລະ
ເຫຼົ້າ 70 ເລື້ອຍໆ,ການຮັກສາໄລຍະຫ່າງໃນສັງຄົມແລະຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນແອອັດ, ການເຮັດວຽກຢູ່ບ້ານ ຫຼື ແບ່ງກັນປະຈໍາການ, ການຊື້ອາຫານ
ກັບບ້ານ, ການສັ່ງຊື້ເຄື່ອງອອນລາຍ, ການງົດໄປຢ້ຽມຢາມຜູ້ສູງອາຍຸ ເປັນຕົ້ນ… ຈົນກວ່າພວກເຮົາຈະຜ່ານພົ້ນວິກິດການລະບາດໃນຄັ້ງນີ້.
• ຖ້າຫາກທ່ານໃດຮູ້ວ່າຕົນເອງເປັນຜູ້ສໍາພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ 19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ
ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະຄົນໃກ້ຊິດ ຈົນຄົບ 14ມື້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາ
ເປັນລົບ(-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈິ່ງອອກມາເຄື່ອນໄຫວປົກກະຕິເພື່ອຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່
ສັງຄົມ;
• ໃນໄລຍະປະຈຸບັນ ໄດ້ມີການສັກຢາວັກຊິນປ້ອງກັນພະຍາດ ໂຄວິດ ຮອບທີ 2 ໃນສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ, ຂ້າພະເຈົ້າຮຽກຮ້ອງ
ໃຫ້ບັນດາທ່ານ ຈົ່ງໄປສັກວັກຊິນເຂັ້ມທີ 2 ຕາມກໍານົດເວລາ. ຖ້າກຸ່ມສ່ຽງ ຫາກໄດ້ຮັບວັກຊິນຄົບ ທັງ ສອງ ໂດສ ກໍ່ຈະເຮັດໃຫ້ ທ່າອ່ຽງຂອງການລະບາດຢູ່ບ້ານເຮົານີ້
ບໍ່ສາມາດແຜ່ລາມໄປໄດ້, ດັ່ງທີ່ພວກເຮົາເຫັນຫຼາຍປະເທດ ທີ່ມີອັດຕາການສັກວັກຊິນສູງ ເລີມຜ່ອນຜັນບັນດາມາດຕະການໃນສັງຄົມ ຕະຫຼອດຮອດການເດີນທາງ.
ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນ ຫຼື ບໍ່ເປັນກຸ່ມສ່ຽງ, ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ ກະຊວງສາທາລະນະສຸກຈັດຫາວັກຊິນ ເພື່ອສັກໃຫ້ປະຊາຊົນໃຫ້
ໄດ້ຢ່າງໝ້ອຍ 50 ເປີເຊັນ ຂື້ນໄປ. ຮອດປະຈຸບັນນີ້ ພວກເຮົາສາມາດສັກໄດ້ ເຂັ້ມທີ 1 ແມ່ນ 664,661 ໂດສ ແລະ ເຂັ້ມທີ 2 ສັກໄດ້ 249,353ໂດສ, ເຊິງໃນນັ້ນ ກຸ່ມ
ສ່ຽງບໍ່ວ່າຈະເປັນແພດໝໍ ຫຼື ພະນັກງານ ຈາກຂະເເໜງການຕ່າງໆ ກໍ່ໄດ້ຮັບວັກຊິນ ປ້ອງກັນໂດຍສ່ວນໃຫຍ່ ແລະ ຜົນດີ ພວກເຮົາເຫັນວ່າ ການຕິດເຊື້ອ ໃໝ່ ແມ່ນ
ຫຼຸດຈາກຕົວເລກທີ່ທາງທີມງານວິຊາການເຮົາໄດ້ຄາດຄະເນໄວ້ສໍາລັບການລະບາດຮອບສອງໃນຄັ້ງນີ້ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ບໍ່ຄວນຈະດີໃຈເກີນເຫດ ກັບ
ການລາຍງານຈໍານວນຕິດເຊື້ອໃໝ່ທີ່ຫຼຸດລົງໃນແຕ່ລະວັນ ເພາະປະເທດຂອງພວກເຮົາຍັງບໍ່ທັນສາມາດຢຸດຢັ້ງວົງຈອນຂອງການແຜເຊື້ອໃນຄັ້ງນີ້ໄດ້ເທື່ອ ດັ່ງທີ່ຂ້າ
ພະເຈົ້າໄດ້ກ່າວມາຂ້າງເທິງນັ້ນ, ສັງເກດເຫັນວ່າຍັງມີແຂວງຈໍານວນໜຶ່ງທີ່ອັດຕາການສັກວັກຊີນປ້ອງການ COVID-19 ຍັງຕໍ່າກວ່າຄາດໝາຍຫຼາຍ ຍ້ອນປະຊາ
ຊົນຍັງລັງເລໃນການໄປສັກວັກຊິນ ເພາະຄິດວ່າ ແຂວງຕົນເອງຍັງບໍ່ມີກໍລະນີຕິດເຊື້ອເທື່ອ, ເຊື່ອໃນສື່ສັງຄົມອອນໄລທີ່ບິດເບືອນ ຈຶ່ງເຮັດໃຫ້ຍັງບໍ່ຕັດສິນໃຈ ໄປສັກ
ຢາວັກຊິນ.ຂ້າພະເຈົ້າຢາກຢໍ້າຕື່ມອີກວ່າ ຖ້າເກີດມີການລະບາດ ແລ້ວຈຶ່ງມາສັກວັກຊີນ ກໍ່ບໍ່ສາມາດປ້ອງກັນໄດ້ທັນ ເພາະຕ້ອງໃຊ້ເວລາຢ່າງໝ້ອຍ 1 ເດືອນ ຈຶ່ງເຮັດ
ໃຫ້ຮ່າງກາຍຫຼັງຈາກໄດ້ຮັບວັກຊີນປ້ອງກັນ ສາມາດຖືກກະຕຸ້ນ ພູມປ້ອງກັນ (ເມັດເລືອດຂາວໃຫ້ເພີ່ມຂື້ນ) ເພື່ອຕ້ານກັບ ການຕິດເຊື້ອ COVID-19 ໄດ້.ດັ່ງນັ້ນ,
ຈຶ່ງຮຽກຮ້ອງມາຍັງ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍ່ຄື ພະແນກການອື່ນໆ ລົງກວດກາ, ຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນໃນ
ແຂວງຂອງທ່ານວ່າບັນລຸໃນເປົ້າໝາຍທີ່ໄດ້ວາງໄວ້ຫຼືບໍ. ຖ້າບໍ່ທັນບັນລຸກໍ່ໃຫ້ຮີບຮ້ອນເລັ່ງຂະບວນການສັກຢາໃຫ້ບັນລຸຄາດໝາຍທີ່ທາງກະຊວງສາທາລະນະສຸກໄດ້
ວາງໄວ້ ທັງນີ້ກໍ່ເພື່ອ ປ້ອງກັນໂຕທ່ານເອງ, ຄົນໃນຄອບຄົວ, ປະຊາຊົນໃນແຂວງທ່ານ ແລະ ປະເທດຊາດ ຈາກການລະບາດຮອບທີສອງໂດຍໄວ.

Loading...