ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວ ປະຈຳວັນທີ 7 ມີຖຸນານີ້ວ່າ: ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 1.968 (ໃໝ່ 5 ຄົນ ໃນນີ້ຈາກນະຄອນຫຼວງວຽງຈັນ 1 ຄົນ, ຈໍາປາສັກ 1 ຄົນ, ສະຫວັນນະເຂດ 3 ຄົນ, ຄົນເຈັບເສຍຊີວິດສະສົມ 3 ຄົນ (ໃໝ່ 0 ຄົນ) , ປິ່ນປົວຫາຍດີທັງໝົດ 1.720 ຄົນ (ໃໝ່ 6 ຄົນ ) ແລະ ກໍາລັງປິ່ນປົວ 239 ຄົນ ແລະ ຕິດຕາມອາການໄດ້ດົມອົກຊີ ມີ 2 ຄົນ ທັງໝົດແມ່ນຢູ່ນະຄອນຫຼວງວຽງຈັນ, ອາການໜັກໄດ້ໃສ່ເຄື່ອງຊ່ວຍຫາຍໃຈບໍ່ມີ, ການເດີນທາງເຂົ້າມາ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ ມາຮອດວັນທີ 6 ມີຖຸນາ 2021 ມີຜູ້ເດີນທາງເຂົ້າ ສປປ ລາວ ຈຳນວນ 914 ຄົນ, ເດີນທາງຜ່ານທາງດ່ານລາວ-ໄທ ທັງໝົດ 706ຄົນ, ເດີນທາງຜ່ານສະໜາມບິນວັດໄຕ ທັງໝົດ 208 ຄົນ, ທົ່ວປະເທດມີສູນຈໍາກັດບໍລິເວນຮອງຮັບຜູ້ເດີນທາງເຂົ້າມາ ສປປ ລາວ ທີ່ເປີດນຳໃຊ້ຢູ່ທັງໝົດ 56 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 3.764 ຄົນເຂົ້າໃໝ່ 453 ຄົນ, ວຽກງານວິເຄາະກວດຫາເຊື້ອໃນວັນທີ 6 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.873 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 5 ຄົນ, (ກໍລະນີຢັ້ງຢືນທີ 1964 – 1968) ຄົນເຈັບຕິດເຊື້ອໃໝ່ຈາກ ນະຄອນຫຼວງວຽງຈັນ 1 ຄົນ(ແມ່ນຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອອາໄສຢູ່ອາພາດເມັນດຽວກັນ), ແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງຈຳປາສັກ 1ຄົນ ແມ່ນກໍລະນີນຳເຂົ້າຊຶ່ງກວດໃນແຮງງານລາວທີ່ກັບມາຈາກປະເທດໄທຖືກຕ້ອງຕາມກົດໝາຍ. ປັດ ຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 25 ບ້ານໃນ 7 ເມືອງ.
ເຖິງວ່າທ່າອ່ຽງຂອງການລະບາດຢູ່ໃນປະເທດໂດຍລວມ ແລະ ໃນນະຄອນຫຼວງວຽງຈັນໂດຍສະເພາະ ມີທ່າອ່ຽງຫຼຸດລົງເລັກໜ້ອຍ ຕາມການລາຍງານໃນແຕ່ລະວັນກໍ່ຕາມ ແຕ່ພວກເຮົາບໍ່ຄວນປະໝາດ ໃນການປະຕິບັດມາດຕະການຕ່າງໆ ໃນແຈ້ງການ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ແລະ ການປະຕິບັດ ແຈ້ງການເລກທີ 528/ຫສນຍ ແລະ ແຈ້ງການຫ້ອງການ ສນຍ ເລກທີ 595/ຫສນຍ, ລົງວັນທີ 4 /6/2021 ຊຶ່ງກໍແມ່ນຍັງສືບຕໍ່ປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບ ເລກທີ 15/ນຍ ຊຶ່ງແຈ້ງການສະບັບດັ່ງກ່າວມີ 9 ມາດຕະການທີ່ຍັງສືບຕໍ່ປະຕິບັດ ແລະ ມີການຜ່ອນຜັນ 12 ມາດຕະການຊຶ່ງມີໄລຍະປະຕິບັດ ແຕ່ວັນທີ 5-19 ມີຖຸນາ 2021 ຜ່ານມາ. ເພື່ອໃຫ້ຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການທ່ານສາມາດຕິດຕາມໄດ້ທາງ: ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ ນອກຈາກນີ້ຍັງມີເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la ແລະ ເວັບໄຊຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.laເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະນະສຸກ ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166). ສະພາບການລະບາດຂອງພະຍາດ COVID-19 ຢູ່ໃນທົ່ວໂລກມາຮອດປັດຈຸບັນມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 174.028.795 ຄົນ, ເສຍຊິວິດສະສົມ 3.742.979 ຄົນ ແລະ ປິ່ນປົວຫາຍດີ 157.293.213 ຄົນ.