ວັນທິ 15 ມີນາ 2022ນີ້,ກອງກວດ-ກູ້ ລະເບີດ 58 ເປີດຊຸດອົບຮົມ-ຫັດແອບຝຶກຝົນກຳລັງແຮງກາຍປະຈຳປີ 2022.ເຊິ່ງໄດ້ຈັດຂື້ນຢູ່ທີ່ສະໂມສອນຂອງຕົນໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ບຸນທະວີ ໂພໄຊ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ. ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ຂວັນທອນ ພົມມະໄຊ ຫົວໜ້າການເມືອງ ກອງກວດ-ກູ້ ລະເບີດ 58 ໄດ້ຂື້ນຜ່ານແຜນການເປີດຊຸດອົບຮົມ-ຫັດແອບຝຶກຝົນກຳລັງແຮງກາຍປະຈຳປີ 2022.ໂດຍປະຕິບັດຕາມຄຳສັ່ງແນະນຳຂອງກົມອົບຮົມ ກໍ່ຄືຄຳສັ່ງແນະນຳຂອງກົມຊ່າງແສງ ວ່າດ້ວຍການອົບຮົມ-ຫັດແອບ ການເມືອງ,ການທະຫານ-ພະລາທິການ-ເຕັກນິກໃຫ້ກຳລັງເຫຼົ່າຮົບເຂົ້າສູ່ລະບຽບແບບແຜນຝຶກຝົນກຳລັງແຮງກາຍໃຫ້ພະນັກງານ-ນັກຮົບມີຄວາມຮູ້,ຄວາມສາມາດໃຫ້ນາຍ ແລະ ພົນທະຫານພາຍໃນກົມກອງຮູ້ຈັກສິນລະປະຢຸດ-ຢຸດທະວິທີທະຫານຮາບ ແລະ ມີຄວາມສຳນິ,ສຳນານທາງປະລິມານ ແລະ ຄຸນນະພາບຂອງຕົນເອງຂື້ນໄປເລື້ອຍໆ ເພື່ອເປັນການຍົກລະດັບສະຕິຕື່ນຕົວຕໍ່ການປະຕິບັດບັນດາຂໍ້ກຳນົດ,ກົດລະບຽບຂອງກອງທັບ ໂດຍຖືເອົາລະບຽບການເຂົ້າໃນການດຳລົງຊີວິດປະຈຳວັນໃຫ້ພະນັກງານ-ນັກຮົບຢູ່ໃນກົມກອງ,ຝືກຝົນກຳລັງແຮງກາຍໃຫ້ນາຍ ແລະ ພົນທະຫານມີສຸຂະພາບແຂງແຮງ, ທົນທານແຂງແກ່ນ ກຽມພ້ອມຮັບໃຊ້ໜ້າທີ່ສູ້ຮົບ ແລະ ສູ້ຮົບໃນທຸກເງື່ອນໄຂ ເນື້ອໃນອົບຮົມ-ຫັດແອບ ໃຊ້ເວລາທັງໝົດ:160 ວັນ,ອົບຮົບວິຊາຄວາມຮູ້-ທົ່ວໄປ : 59 ວັນຄື: ອົບຮົມຂໍ້ກໍານົດ,ກົດລະບຽບແລະຮູບແຖວ1ວັນ,ກິລາການທະຫານ10ວັນ,ສິນລະປະຍຸດທະຫານຮາບ 06 ວັນ, ຍຸດທະວິທີທະຫານຮາບ 08 ວັນ,ວຽກງານພາລາທິການ-ເຕັກນິກຮັບໃຊ້ສູ້ຮົບ 05 ວັນ,ວຽກງານການເມືອງ10 ວັນ,ວຽກງານພະລາ-ເຕັກນິກ 05 ວັນ ແລະ ອົບຮົມວິຊາສະເພາະເຫຼົ່າຮົບຊ່າງແສງ:101 ວັນ.
ພາຍຫຼັງສໍາເລັດການອົບຮົມ-ຫັດແອບປະຈໍາປີໃນແຕ່ລະໄລຍະແລ້ວຕ້ອງເຮັດໃຫ້ກົມກອງມີທ່າກ້າວໃໝ່ໃນການປັບປູງທາງດ້ານຂໍ້ກໍານົດ ກົດລະບຽບຂອງກອງທັບ, ກົດໝາຍຂອງລັດ.ແຕ່ລະບູກຄົນ, ໝູ່, ໝວດ, ຍິງປືນເກັ່ງ ແລະ ນໍາໃຊ້ວິຊາສະເພາະຂອງຕົນເອງໃຫ້ຄ່ອງແຄ້ວ ແລະ ສໍານິ ສໍານານຂື້ນເລື້ອຍໆ.ພະນັກງານ-ນັກຮົບແຕ່ລະສະຫາຍຕ້ອງກໍາແໜ້ນທິດສະດີຫຼັກການພາກປະຕິບັດຕົວຈີງ,ຮູ້ໝູນໃຊ້ບົດຮຽນເຂົ້າໃນວຽກງານສູ້ຮົບກໍ່ຄືທາງດ້ານວິຊາສະເພາະໃຫ້ດີຂຶ້ນ
ໃນຕອນທ້າຍສະຫາຍ ປະທານກອງປະຊຸມ ກໍ່ໃຫ້ກຽດໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພ້ອມດ້ວຍຄະນະຊີ້ນຳອົບຮົມ-ຫັດແອບ, ຕະຫຼອດຮອດພະນັກງານ-ນັກຮົບ ຈົ່ງພ້ອມກັນຈັດຕັ້ງປະຕິບັດເພີ້ມທະວີຄວາມເປັນແບບຢ່າງ, ສຶກສາອົບຮົມການເມືອງນຳພາແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ຕໍ່ການຫັດແອບ-ຮໍ່າຮຽນໃຫ້ມີຄຸນນະພາບ, ສຸມທຸກກຳລັງແຮງ ແລະ ສະຕິປັນຍາ, ມີຄວາມຫ້າວຫັນສາມັກຄີພາຍໃນ, ມີລະບຽບວິໄນ, ເປັນລະບຽບຮຽບຮ້ອຍ ແລະ ຖືເອົາວຽກງານອົບຮົມ-ຫັດແອບໃນຄັ້ງນີ້ເປັນສຳຄັນເພື່ອປັບປຸງກໍ່ສ້າງກົມກອງ ກໍ່ຄືກອງທັບເຮົາໃຫ້ມີຄວາມເຂັ້ມແຂງຮອບດ້ານ ແລະ ບັນລຸໄດ້ຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ໂດຍ: ເກນ ວິໄລສານ
