ວັກຊີນປ້ອງກັນໂຄວິດ-19 ຈຳນວນ 400,000 ໂດສ ທີ່ກອງທັບປົດປ່ອຍປະຊາຊົນຈີນ ໃຫ້ການຊວ່ຍເຫຼືອກອງທັບປະຊາຊົນລາວ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນໃນຕອນບ່າຍວັນທີ 23 ສິງຫາ 2021 ນີ້.
ໃຫ້ກຽດກ່າວມອບໂດຍ ພັນເອກພິເສດ ຫຼີປິ່ງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ. ກ່າວຮັບໂດຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະ.
ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດກ່າວວ່າ: ຄືດັ່ງພວກເຮົາຮູ້ນໍາກັນດີແລ້ວວ່າ, ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ໄດ້ສ້າງຜົນກະທົບອັນໃຫຍ່ຫຼວງຕໍ່ການດໍາລົງຊີວິດ ແລະ ເສດຖະກິດ-ສັງຄົມ, ວັກຊິນເປັນສິ່ງຈຳເປັນ ໃນການປ້ອງກັນການຕິດເຊື້ອ ແລະ ເປັນການແກ້ໄຂບັນຫາແບບຍືນຍົງ ແລະ ສໍາຄັນຍິ່ງໄປກ່ວານັ້ນ ໃຫ້ໄດ້ຄວາມໝາຍສຳຄັນດັ່ງກ່າວ, ພັກ-ລັດຖະບານຈີນ ໄດ້ຈັດສົ່ງຢາວັກຊິນ ໃຫ້ແກ່ປະຊາຊົນລາວເວົ້າລວມ, ເວົ້າສະເພາະ ກອງທັບປົດປ່ອຍປະຊາຊົນຈີນ ກໍ່ໄດ້ຈັດສົ່ງໃຫ້ກອງທັບປະຊາຊົນລາວ ຄັ້ງນີ້ເປັນຊຸດທີ່ສອງ 400.000 ໂດສ ລວມທັງຊຸດກ່ອນ 300.000 ໂດສ ລວມ: 700.000 ໂດສ. ມາຮອດປະຈຸບັນກຳລັງກອງທັບພວກເຮົາໄດ້ຮັບວັກຊິນ ຊີໂນຟາມໄປແລ້ວ ຄົບ2 ເຂັມ 86.678 ຄົນ, ເຂັມ 1ຈໍານວນ 106.762 ຄົນ,
ນອກນັ້ນ, ກອງທັບພວກເຮົາຍັງໄດ້ສັກໃຫ້ປະຊາຊົນ, ພະນັກງານລັດ, ນັກທຸລະກິດ ເເລະ ຊາວຄ້າຂາຍຄົນຈີນຢູ່ລາວອີກ.ພວກເຮົາຈຶ່ງ ສາມາດສະກັດກັ້ນການແຜ່ລະບາດຢູ່ໃນຊຸມຊົນໄດ້ດີສົມຄວນ ບໍ່ມີການແຜ່ລະບາດເຂົ້າຢູ່ໃນກຳລັງກອງທັບ.
ພວກເຮົາສາມາດຢັ້ງຢືນໄດ້ວ່າ ວັກຊິນ (ຊີໂນຟາມ) ເປັນວັກຊິນທີ່ມີຄຸນນະພາບດີ ເໝາະສົມໃນການນຳໃຊ້ຢູ່ລາວ ທັງສາມາດຕ້ານກັບສາຍພັນເດວຕ້າໄດ້ອີກ.
ຂ້າພະເຈົ້າ ໃນນາມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຂໍຕາງໜ້າໃຫ້ກອງທັບປະຊາຊົນລາວ, ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງກອງທັບປົດປ່ອຍປະຊາຊົນຈີນອ້າຍນ້ອງ ໂດຍຜ່ານ ສະຫາຍ ພັກເອກພິເສດ ຫຼີປິ່ງ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳລາວ ທີ່ເວລາໃດກໍ່ໄດ້ສະເເດງຄວາມເປັນຫວ່ງເປັນໃຍ ເເລະ ໃຫ້ການຊ່ວຍເຫຼືອອັນລ້ຳຄາຕໍ່ກອງທັບປະຊາຊົນລາວ ພວກຂ້າພະເຈົ້າ, ເຊິ່ງມັນສະເເດງໃຫ້ເຫັນເຖິງມິດຈິດມິດໃຈຖານອ້າຍນ້ອງຮ່ວມອຸດົມການດຽວກັນ, ຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ເເລະ ທັງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ,ຈີນ-ລາວ ທີ່ມີຄວາມໝາຍທາງດ້ານຍຸດທະສາດ ລະຫວ່າງສອງພັກ, ສອງລັດ ກໍ່ຄືສອງກອງທັບ ລາວ-ຈີນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລີກຢ່າງບໍ່ຢຸດຢັ້ງ ເເລະ ມີບາດກ້າວໃໝ່ຂື້ນໄປເລື້ອຍໆ.
ແຕ່ຕົ້ນເດືອນກຸມພາ 2021 ເປັນຕົ້ນມາ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ແກ່ ສປປ ລາວ ເປັນຈໍານວນ 6 ຄັ້ງ, ເຊິ່ງຄັ້ງທໍາອິດມີຈໍານວນ 300,000 ໂດສ, ຄັ້ງທີ 2 ຈໍານວນ800,000, ໂດສ, ຄັ້ງທີ 3 ຈໍານວນ 300,000 ໂດສ, ຄັ້ງທີ 4 ຈໍານວນ 500,000 ໂດສ ຄັ້ງທີ 5 ຈໍານວນ 1,000,000 ໂດສ ແລະຄັ້ງທີ 6 ຈໍານວນ 400.000ໂດສ, ລວມທັງໝົດທີ່ລັດຖະບານຈີນໃຫ້ການຊ່ຍເຫລືອວັກຊີນໃຫ້ແກ່ ລັດຖະບານ ສປປ ລາວ ຈໍານວນ 3.300.000 ໂດສ.
ມາຮອດ ປະຈຸບັນ, ສປປ ລາວ ໄດ້ຮັບວັກຊີນທັງໝົດ 5.672.620 ໂດສ ໃນນັ້ນວັກຊິນຊີໂນຟາມ 3.300.000ໂດສ, ແອສຕາເຊເນກາ 1.263.000ໂດສ, ຈອນສັນແອນຈອນສັນ1.008.000ໂດສ, ໄຟເຊີ 100.620ໂດສ, ແລະສະປຸກນິກ 1.000ໂດສ,
ປະຈຸບັນປະຊາກອນລາວ ທີ່ໄດ້ຮັບວັກຊິນເຂັມ1 ແລ້ວ ຈໍານວນ 2.109.937ຄົນ ແລະເຂັມ 2 ຈໍານວນ 1.664.137 ຄົນ .
Loading...