ໃນລະຫວ່າງວັນທີ 13-16 ກັນຍາ 2022 ນີ້, ທ່ານ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະ ອານາຈັກກຳປູເຈຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ເຊິ່ງ ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນ ເຊົ້າຂອງວັນ ທີ 14 ກັນຍາ 2022 ຢູ່ທີ່ ກະຊວງປ້ອງ ກັນປະເທດ ໂດຍການຕ້ອນຮັບຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.

ພາຍຫຼັງສໍາເລັດພິທີຕ້ອນຮັບ ຢ່າງເປັນທາງການ, ສອງຝ່າຍ ໄດ້ພົບປະແລກ ປ່ຽນຕີລາຄາຄືນ ສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ບົນພື້ນຖານທີ່ມີ ມູນເຊື້ອສາຍພົວພັນອັນດີງາມ ລະຫວ່າງ ສອງຊາດ ກໍຄື ສອງກອງທັບ ລາວ-ກຳ ປູເຈຍ, ກຳປູເຈຍ-ລາວ ເຖິງວ່າສະພາບ ການຜັນແປຂອງໂລກ ຈະພົບຄວາມຫຍຸ້ງຍາກສັບສົນແນວໃດກໍຕາມ ໃນໄລຍະຜ່ານມາ ສອງກອງທັບ ລາວ-ກຳປູ ເຈຍ, ກຳປູເຈຍ-ລາວ ຍາມໃດກໍມີການເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກໍາປູເຈຍ- ລາວ , ການໄປມາ-ຫາສູ່ ຊ່ວຍເຫລືອເຊິ່ງກັນແລະກັນ ລະຫວ່າງປະຊາຊົນສອງຊາດ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ສອງຝ່າຍຍັງໄດ້ຕີລາຄາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຕໍ່ສະພາບການພັດ ທະນາ ຂອງສອງປະເທດ ແລະ ສອງຝ່າຍໄດ້ຮ່ວມກັນປຶກສາຫາລື ເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານການພັດທະນາເສດ ຖະກິດລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກກຳປູເຈຍ , ໂດຍສະເພາະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ- ກໍາປູເຈຍ, ກຳປູເຈຍ-ລາວ ສ້າງໃຫ້ສະ ພາບໃນຂອບເຂດເສັ້ນຊາຍແດນມີຄວາມ ສະຫງົບສຸກໂດຍພື້ນຖານ, ສືບຕໍ່ແລກ ປ່ຽນຢ້ຽມຢາມສິລະປະວັດທະ ນະທຳ ແລະ ກີລາ, ສົມທົບແລກປ່ຽນຂໍ້ມູນຂ່າວ ສານ ແລະ ສະກັ້ນກັດກຸ່ມຄົນບໍ່ຫວັງດີ ທີ່ມ້າງເພທຳລາຍສາຍພົວພັນອັນດີງາມລະ ຫວ່າງສອງຊາດ ລາວ-ກຳປູເຈຍ, ຮ່ວມ ກັນແກ້ໄຂບັນຫາການລັກລອບເຂົ້າເມືອງຜິດກົດໝາຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ ແລະ ການກໍ່ອາດຊະຍາກຳຕ່າງໆທີ່ຜິດກົດ ໝາຍ.


ນອກຈາກນັ້ນ, ສອງຝ່າຍ ເຫັນດີ ສືບຕໍ່ຮ່ວມມືໃນວຽກງານດ້ານການຊ່ວຍເຫຼືອມະນຸດສະທໍາ, ການຕ້ານໄພພິບັດທາງທຳມະຊາດ, ແລກປ່ຽນເຝິກຊ້ອມໄພ ພິບັດ 3 ກອງທັບ ລາວ-ກຳປູ ເຈຍ- ຫວຽດນາມ, ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ .

ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບ ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ສົມເດັດ ປີໄຈເສນາ ເຕຍບັນ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຮ່ວມຮັບຊົມການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງ ທັບ (ລາວ-ກຳປູເຈຍ-ຫວຽດນາມ) ທີ່ ວິທະຍາຄານພະລາທິການ(ນ້ຳຫຸມ), ເຂົ້າ ຮ່ວມພົບປະລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ກຳປູ ເຈຍ-ຫວຽດນາມ ແລະ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ).


ໂດຍ: ໂຊເລ້ ບຸນເຮືອງ