ພິທີປະກາດຜົນສຳເລັດການຮ່ວມ ມືວຽກ ງານກວດກູ້ ແລະ ທຳລາຍລະ ເບີດບໍ່ທັນແຕກ ເພື່ອມະນຸດສະ ທຳ ລະຫວ່າງກອງທັບປະຊາ ຊົນ ລາວ ແລະ ກະຊວງປ້ອງກັນປະ ເທດ ແຫ່ງ ສ ຣັດເຊຍ ໄດ້ຈັດຂຶ້ນ ໃນວັນທີ 27 ມີນາ 2022 ນີ້, ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີກະຊວງປ້ອງກັນ ປະ ເທດ, ມີ ສະຫາຍ ກາລີນິນ ວະ ລາດີເມຍ ເອກອັກຄະລັດ ຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ, ຄະ ນະນຳຈາກກະຊວງປ້ອງກັນປະ ເທດ, ທີ່ປຶກສາທູດຝ່າຍປ້ອງກັນ ຊາດແຫ່ງ ສ ຣັດເຊຍປະຈຳ ສປປ ລາວ, ຄະນະນຳແຂວງຄຳມ່ວນ, ຊຽງຂວາງ, ບໍລິຄຳໄຊ ແລະ ເມືອງນາກາຍ, ພ້ອມດ້ວຍແຂກ ຖືກເຊີນ ຈາກສູນກາງ ແລະ ທ້ອງ ຖິ່ນເຂົ້າຮ່ວມ.

ໃນໂອກາດນີ້, ຄະນະນຳທັງ ສອງຝ່າຍ ລາວ-ຣັດເຊຍໄດ້ໄປສະ ໜາມທຳລາຍລະເບີດ ແລະ ສະ ໜາມກວດກູ້ລະເບີດ ເພື່ອຮັບຟັງ ການລາຍງານຈາກຄະນະກວດ ກູ້ ແລະ ທຳລາຍລະເບີດຂອງ ສອງກະຊວງປ້ອງກັນປະເທດ ລາວ- ຣັດເຊຍ. ຈາກນັ້ນ, ໃນພິທີ ສະ ຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວຫນ້າກົມໃຫຍ່ ເສນາ ທິການກອງທັບ ຄະນະຊີ້ນຳ ການຮ່ວມມືກວດກູ້ ແລະ ທຳລາຍ ລະ ເບີດບໍ່ທັນແຕກ ໄດ້ລາຍງານ ໃຫ້ຮູ້ວ່າ: ຂອບເຂດພື້ນທີ່ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກທີ່ສອງກໍາລັງກະຊວງປ້ອງກັນ ປະເທດລາວ-ຣັດເຊຍ ປະຕິບັດໃນ ໄລຍະຜ່ານມາແມ່ນນອນຢູ່ໃນ ແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດຖະບານ70% ໃນ ນັ້ນເປັນກຳມະສິດນຳໃຊ້ທີ່ດິນ ຂອງປະຊາຊົນ ເຊິ່ງມີເປົ້າໝາຍ ນໍາໃຊ້ເຂົ້າໃນການຜະລິດກະ ສິກຳ, ປຸກສ້າງບ້ານເຮືອນ, ໂຮງ ຮຽນ, ໂຮງ ໝໍ ແລະ ກໍ່ສ້າງພື້ນ ຖານໂຄງລ່າງທາງດ້ານເສດຖະ ກິດ-ສັງຄົມ ເຊິ່ງເນື້ອທີ່ທັງໝົດ ນັ້ນ ແມ່ນມາ ຈາກຜົນກະທົບຈາກ ສົງຄາມເຊິ່ງມີລະເບີດບໍ່ທັນແຕກ ຕົກຄ້າງ, ມີສະເກັດລະເບີດເປັນ ຈຳນວນຫຼວງຫຼາຍ ຈຶ່ງຈຳເປັນ ຕ້ອງໄດ້ ດຳເນີນການກວດກູ້ ແລະ ທຳ ລາຍ ລະເບີດກ່ອນການນໍາໃຊ້ ເຊິ່ງ ໃນໄລຍະ 4 ປີຜ່ານມາກະ ຊວງ ປ້ອງກັນປະເທດແຫ່ງ ສ .ຣັດ ເຊຍໄດ້ຈັດຕັ້ງຊ່ຽວຊານ ແລະ ພະນັກງານ, ວິຊາການນຳເອົາ ເຄື່ອງຈັກກວດກູ້ລະເບີດ ແລະ ອຸປະກອນທໍາລາຍລະເບີດມາ ຊ່ວຍເຫຼືອ ສປປ ລາວ ດັ່ງນັ້ນຈຶ່ງ ໄດ້ດຳເນີນການກວດກູ້ລະ ເບີດອອກຈາກພື້ນທີ່ທີ່ໄດ້ຮັບຜົນກະ ທົບໃນ3 ແຂວງ (ຄຳມ່ວນ, ຊຽງ ຂວາງ , ບໍລິຄຳໄຊ) ເວົ້າລວມ ເວົ້າສະເພາະເມືອງນາກາຍ ແຂວງຄຳມ່ວນ ສາມາດກວດ ກູ້ລະເບີດບໍ່ທັນແຕກຢູ່ສະໜາມ ເທດສະບານເມືອງນາກາຍໄດ້ 25 ເຮັກຕາ, ທໍາລາຍລະເບີດໄດ້ ທັງໝົດ 91 ໜ່ວຍ ໃນນີ້ລະເບີດ ບົ່ມບີ້ 51 ໜ່ວຍ, ໂບມ 500 ປອນ 1 ໜ່ວຍ, ສະເກັດລະເບີດຕ່າງໆ 4.190 ສິ້ນສ່ວນ, ໂລຫະຕ່າງໆ 1.402 ສິ້ນສ່ວນໃນໄລຍະ 4 ປີ ຜ່ານມາ ສອງກະຊວງປ້ອງກັນ ປະເທດລາວ-ຣັດເຊຍ ໄດ້ຮ່ວມ ມືກັນກວດກູ້ລະເບີດ ແລະ ທຳ ລາຍລະເບີດອອກຈາກພື້ນທີ່ທຳ ການຜະລິດ ແລະ ພື້ນທີ່ປຸກສ້າງ ຕ່າງໆຈາກ 3 ແຂວງໄດ້ທັງໝົດ 142 ເຮັກຕາ, ກວດກູ້ ແລະ ທຳ ລາຍລະເບີດທັງໝົດ 2.314 ໜ່ວຍ, ບົ່ມບີ້ 490 ໜ່ວຍ, ບົ່ມ ໃຫຍ່ 3 ໜ່ວຍ ແລະ ລະເບີດ ບໍ່ທັນ ແຕກຊະນິດຕ່າງໆໄດ້ 1.821 ໜ່ວຍ. ພ້ອມນີ້ ສະຫາຍ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງ ການຄະນະກຳມະການຄຸ້ມ ຄອງ ແຫ່ງຊາດເພື່ອການແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຂຶ້ນກ່າວມອບພື້ນ ທີ່ກວດກູ້ລະເບີດໃຫ້ເຈົ້າເມືອງ ເມືອງນາກາຍໃນເນື້ອທີ່ 23,76 ເຮັກຕາ ເພື່ອນຳໃຊ້ພື້ນທີ່ດັ່ງກ່າວ ເຂົ້າໃນການດຳລົງຊີວິດໃຫ້ມີ ຄວາມປອດໄພຈາກລະເບີດທີ່ບໍ່ ທັນແຕກ ເຊິ່ງຂຶ້ນກ່າວຮັບໂດຍ ສະຫາຍ ນາງ ບົວກາ ແກ້ວມະ ນີ ເຈົ້າເມືອງເມືອງນາກາຍ ແຂວງ ຄຳມ່ວນ. ຈາກນັ້ນກໍໄດ້ມີພິທີມອບ ຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ຄະນະຊ່ຽວຊານ ຣັດເຊຍ ຈຳນວນ 28 ສະຫາຍ, ມອບ ຫຼຽນກາມິດຕະ ພາບກອງທັບປະ ຊາຊົນລາວຈຳນວນ 7 ສະຫາຍ, ມອບຫຼຽນກາມິດຕະພາບແຫ່ງສ.ຣັດເຊຍ ໃຫ້ພະນັກງານ-ນັກ ຮົບ ກອງທັບປະຊາຊົນລາວຈຳນວນ 24 ສະ ຫາຍ. ໂອກາດດັ່ງກ່າວ, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໜ່ວຍງານສູນກວດກູ້ມິນສາກົນແຫ່ງສ.ຣັດເຊຍ ພ້ອມດ້ວຍ ນາຍ ແລະ ພົນທະຫານ ກອງທັບ ຣັດເຊຍ ທີ່ມາປະຕິບັດໜ້າທີ່ສາ ກົນຢູ່ລາວ ໃນການຮ່ວມມືແກ້ ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງແຕ່ປາງສົງຄາມ ການ ຮ່ວມມືກວດກູ້ ແລະ ທຳລາຍລະ ເບີດບໍ່ທັນແຕກເພື່ອມະນຸດສະ ທຳລະຫວ່າງກະຊວງປ້ອງກັນປະເທດກອງທັບປະຊາຊົນລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ໃນຄັ້ງນີ້ເປັນ ການປະກອບສ່ວນອັນໃຫຍ່ຫຼວງ ສະແດງເຖິງຄວາມເປັນຫ່ວງ ເປັນໄຍຕໍ່ຊີວີດ, ຊັບສິນຂອງປະ ຊາຊົນລາວບັນດາເຜົ່າໃຫ້ຫຼຸດພົ້ນ ຄວາມສ່ຽງອັນຕະ ລາຍຈາກບັນ ຫາລະເບີດບໍ່ທັນແຕກ, ສະນັ້ນຈົ່ງ ຮ່ວມມືກັນແກ້ໄຂບັນຫາລະເບີດ ທີ່ບໍ່ທັນແຕກໃຫ້ນັບມື້ໝົດໄປ ບົນ ຈິດໃຈການເສີມຂະຫຍາຍຄວາມ ສາມັກຄີຮັກແພງທີ່ເປັນມູນເຊື້ອ, ການພົວພັນຮ່ວມມືຍຸດທະສາດ ຮອບດ້ານໃຫ້ເຂົ້າສູ່ລວງເລິກເວົ້າ ລວມເວົ້າສະເພາະສອງກຳລັງ ປະກອບອາວຸດລາວ-ຣັດເຊຍ ໃຫ້ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ,ພາບ: ເວັບໄຊ ກອງທັບປະຊາຊົນລາວ