ວັນທີ 17 ມີນາ 2021 ທີ່ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ນະຄອນຫລວງວຽງຈັນ ຈັດກອງປະຊຸມປຶກສາຫາລື ການຈັດຕັ້ງປະຕິບັດການສະໜອງສິນເຊື່ອ ແລະ ການນໍາໃຊ້ບ້ວງເງິນສົ່ງເສີມວິຊາ ການ ຂອງໂຄງການສິນເຊື່ອຈຸນລະວິສາຫະກິດ ພ້ອມທັງເຊັນສັນຍາສະໜອງທຶນ ຄັ້ງທີ II ລະຫວ່າງ ທສວ ກັບ 04 ສະຖາບັນການເງິນຈຸລະພາກ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະ ກິດ (BDP) ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະ ໜາດນ້ອຍ ແລະ ກາງ ທັງເປັນສະມາຊິກສະພາບໍລິຫານ ແລະ ເປັນຮອງປະທານກວດກາພາຍໃນ ຂອງ ທສວ.
ສະຖາບັນການເງິນຈຸລະພາກດັ່ງກ່າວ ຈະໄດ້ຮັບເງິນທຶນເພີ່ມຕື່ມຈາກ ທສວ ສະຖາບັນລະ 495 ລ້ານກີບ (ລວມກັບບ້ວງທໍາອິດເປັນສະຖາບັນລະ 01 ຕື້ກີບ) ເພື່ອນໍາທຶນດັ່ງກ່າວໄປປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດ ທີ່ຂຶ້ນທະບຽນ ແລະ ບໍ່ທັນໄດ້ຂຶ້ນທະບຽນວິສາຫະກິດ (ແຮງງານສະເລ່ຍໃນປີ ບໍ່ເກີນ 05 ຄົນ) ແລະ ເປັນກຸ່ມຜູ້ຜະລິດ, ສະຫະກອນ ທີ່ນອນໃນບາງຂະແໜງບູລິມະສິດຄື: ຂະແໜງກະສິກໍາ ປູກຝັງ ແລະ ລ້ຽງສັດ, ຂະແໜງຫັດ ຖະກຳ, ຂະແໜງອຸດສາຫະກໍາປຸງແຕ່ງ ຜະລິດຕະພັນກະສິ ກຳ, ຂະແໜງການຄ້າ ແລະ ຂະແໜງການບໍລິການ.
ຈຸນລະວິສາຫະກິດໜຶ່ງສາມາດກູ້ຢືມໄດ້ບໍ່ເກີນ 50 ລ້ານກີບຕໍ່ສັນຍາ (ທຶນຄົງທີ່ສາມາດກູ້ໄດ້ບໍ່ເກີນ 02 ຄັ້ງ ແລະ ທຶນໝູນວຽນສາມາດກູ້ໄດ້ບໍ່ຈໍາກັດຈໍານວນຄັ້ງ), ອັດຕາດອກເບ້ຍບໍ່ເກີນ 1 % ຕໍ່ເດືອນ. ນອກນີ້, ທສວ ຍັງສະໜອງທຶນຊ່ວຍເຫຼືອວິຊາການໃຫ້ສະຖາບັນລະ 40 ລ້ານກີບ ເພື່ອນໍາໄປຊ່ວຍສ້າງຄວາມເຂັ້ມແຂງໃຫ້ຈຸນລະວິສາຫະກິດທີ່ຈະກູ້ຢືມ ເຊັ່ນ: ການຝຶກອົບຮົມ, ການສໍາ ມະນາ, ການສຶກສາວິໄຈ ຫຼື ກິດຈະການສົ່ງເສີມການຕະ ຫຼາດ, ການພັດທະນາຜະລິດຕະພັນ, ການຍົກລະດັບດ້ານການຄຸ້ມຄອງທຸລະກິດ ແລະ ກິດຈະກໍາຕ່າງໆ ເພື່ອເປັນການຊ່ວຍຫຼຸດຜ່ອນຕົ້ນທຶນຂອງສະຖາບັນການເງິນຈຸລະພາກທີ່ເຂົ້າຮ່ວມໂຄງການ.
ຖ້າຫາກຈຸນລະວິສາຫະກິດໃດມີຄວາມສົນໃຈຢາກເຂົ້າຫາແຫຼ່ງທຶນດັ່ງກ່າວ ສາມາດພົວພັນກັບ 04 ສະຖາບັນການເງິນຈຸລະພາກທີ່ກ່າວມານັ້ນໄດ້ໂດຍກົງ ຄື: ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ປະຕູຄໍາ ຈຳກັດ, ສະຖາ ບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ເນັກ ຈຳກັດ, ສະ ຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ເພື່ອການພັດ ທະນາ ແລະ ສົ່ງເສີມທຸລະກິດ ຈຳກັດ ແລະ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ໄຊອຸດົມ ຈຳກັດ
Cr: ກອງທຶນ SME


