ວັນທີ 26 ຕຸລາ 2021, ຢູ່ ຊາຍແດນ ຈີນ-ລາວ ຫລັກໝາຍທີ 24 ໄດ້ມີກອງປະຊຸມພົບປະປຶກສາຫາລືວຽກງງານປະຈຳປີ ຄັ້ງທຳອິດ ລະຫວ່າງ ກອງບັນຊາການຕຳຫລວດຄຸ້ມຄອງຊາຍແດນເມືອງຫລ້າ ສປ ຈີນ ກັບກອງບັນຊາການ ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ ສປປ ລາວ ໂດຍມີທ່ານ ພັຕ ໂຫລ ຢົງ ຫົວໜ້າກອງບັນຊາການ ປກສ ປ້ອງກັນຊາຍແດນ ເມືອງຫລ້າ, ທ່ານ ພັທ ຊຽງບຸນຕາ ພຸມສະດີ ຫົວໜ້າກອງບັນຊາການ ປກສ ເມືອງບຸນເໜືອ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ, ສອງຝ່າຍໄດ້ດໍາເນີນດ້ວຍບັນຍາກາດສະເໝີພາບ, ມິດຕະພາບ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ໂດຍປິ່ນອ້ອມວຽກງານປ້ອງກັນ ແລະ ຄວບຄຸມການລະ ບາດ ຂອງພະຍາດໂດວິດ-19 ລຽບຕາມຊາຍແດນສອງຝ່າຍ, ພ້ອມທັງເອກະພາບຕໍ່ທິດທາງການຮ່ວມມືໃນຕໍ່ໜ້າຮ່ວມກັນ ເປັນຕົ້ນ ການມີສ່ວນຮ່ວມຂອງທຸກວຽກງານສາມາດມີການພົວພັນຢ່າງມີສະຖຽນລະພາບ ແລະ ບວກກັບຄວາມເປັນເຈົ້າການຂອງທຸກຄົນໃນສັງຄົມ ຕໍ່ກັບການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ; ທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ທິດທາງແຜນການທີ່ຈະສຶບຕໍ່ໃນສະເພາະໜ້າ ເປັນຕົ້ນ ການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ມີຊາຍແດນຕິດຈອດກັນໃນແຕ່ລະຈຸດ; ສອງຝ່າຍ ເຫັນດີໃນການສຶກສາອົບຮົມ ໃຫ້ປະຊາຊົນທີ່ອາໄສຢູ່ລຽບຕາມຊາຍແດນສອງປະເທດ ເຂົ້າໃຈເຖິງຄວາມໝາຍ, ຄວາມສຳຄັນ ໃນການສ້າງຮົ້ວອ້ອມ, ຖ້າຫາກມີປະກົດການທຳລາຍ ຫລື ລັກລອບເອົາອຸປະກອນກໍ່ສ້າງ ແມ່ນໃຫ້ເຈົ້າໜ້າທີ່ກ່ຽວຂ້ອງແຈ້ງໃຫ້ກັນຊາບ ເພື່ອສຶກສາອົບຮົມ; ເຈົ້າໜ້າທີ່ກ່ຽວຂ້ອງຂອງສອງຝ່າຍ ຕ້ອງໄດ້ເອົາໃຈໃສ່ໃນການຕິດຕາມກວດກາ, ສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ ຖ້າຫາກພົບເຫັນ ຫລື ຈັບໄດ້ ແມ່ນລາຍງານໃຫ້ທັນການ ແລະ ຮັບປະກັນ ໃນການປະສານມອບ-ຮັບ ໃຫ້ຖືກຕ້ອງຕາມກົນໄກຂອງສອງຝ່າຍ.
ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍຍັງໄດ້ ລົງນາມເຊັນບົດບັນທຶກຮ່ວມກັນ. ຈາກນັ້ນ, ຝ່າຍ ສປ ຈີນ ກໍໄດ້ມອບອຸປະກອນການແພດໃຫ້ກອງບັນຊາການ ປກສ ເມືອງບຸນເໜືອຈຳນວນໜຶ່ງ ຕື່ມອີກ.
ຂ່າວ-ພາບ: ຈັນສະໝອນ ຖວທ ເມືອງບຸນເໜືອ

