ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 15 ພຶດສະພາ 2022 , ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຈັດພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນສ້າງຕັ້ງ 60 ປີ (ວັນທີ 15 ພຶດສະພາ ປີ 1962 – 15 ພຶດສະພາ ປີ 2022) ຂຶ້ນຢູ່ສະໂມສອນແຂວງຈຳປາສັກ, ໂດຍການເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫ່ຍການເມືອງກອງທັບ, ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆຈຳປາສັກ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ ຮອງປະທານຜູ້ປະຈຳການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຕາງໜ້າ 4 ກົມໃຫ່ຍ, ຫ້ອງວ່າການະຊວງປ້ອງກັນປະເທດ, ການນຳຂັ້ນແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ເມືອງ, ນະຄອນ ພ້ອມດ້ວຍແຂກຖືກເຊີນຈາກກອງພົນ, ກອງພັນໃຫຍ່, ກອງບັນຊາການທະຫານແຂວງ, ກົມກອງອອ້ມຂ້າງ, ພະນັກງານປະຕິວັດອາວຸໂສບຳນານ, ຕະຫຼອດຮອດພະນັກງານ-ນັກຮົບໃນທົ່ວກອງບັນຊາການທະຫານແຂວງຈຳປາສັກ ເຂົ້າຮ່ວມ.
ໃນໂອກາດອັນມີຄວາມໝາຍສຳຄັນດັ່ງກ່າວ, ສະຫາຍ ດຣ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆຈຳປາສັກ ໄດ້ກ່າວປາໄສຕໍ່ພິທີວ່າ: ເພື່ອເປັນການທົບທວນຄືນມູນເຊື້ອອັນດີງາມ ແລະ ຜົນງານອັນໃຫຍ່ຫຼວງຂອງ ກອງບັນຊາການທະຫານແຂວງຈຳປາສັກ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດຕໍ່ສູ້ກູ້ຊາດ ໃນຕະຫຼອດໄລຍະ 60 ປີ ຜ່ານມາ, ໃນທ່າມກາງຂະບວນການຕໍ່ສູ້ຟົດຟື້ນປະຕິວັດຂອງປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຕ້ານກັບຈັກະພັດຜູ້ຮຸກຮານ ແລະ ສັກດິນາຜູ້ຂາຍຊາດນັ້ນ, ຢູ່ເຂດທີ່ໝັ້ນສຳນັກແຂວງ ວັງຕາເຢງ ລຳຫ້ວຍໝາກ ເຂດດົງຄັນທຸງ ເມືອງມຸນລະປາໂມກ ແຂວງຈຳປາສັກ, ທ່ານຜາຍ ຄຳກ້ອນ ໄດ້ນຳເອົາມະຕິຕົກລົງຂອງຄະນະພັການທະຫານເຂດລາວໃຕ້ ມາປະກາດສ້າງຕັ້ງກອງບັນຊາການທະຫານແຂວງຈຳປາສັກຂຶ້ນຢ່າງເປັນທາງການ ໃນວັນທີ 15 ພຶດສະພາ ປີ 1962 ໃນເບື້ອງຕົ້ນເປັນພຽງກຸ່ມກຳລັງຊາວໜຸ່ມຜູ້ຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນ ທີ່ຕັ້ງຂຶ້ນຢູ່ທ້ອງຖິ່ນຕ່າງໆ, ມີກຳລັງບໍ່ຫຼາຍ, ການປະກອບອາວຸດບໍ່ທັນສະໄໝ ແລະ ຂາດໆ ເຂີນໆ, ແຕ່ເປັນກຳລັງປະກອບອາວຸດທີ່ກຳເນີດເຕີບໃຫຍ່ ຈາກຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ, ເປັນລູກຫຼານຜູ້ສືບທອດທີ່ດີຈາກກອງຮ້ອຍໄຊຈັກກະພັດກອງທະຫານລາວ ກອງທຳອິດຂອງເຂດໃຕ້ ເປັນກຳລັງຢູ່ໃຕ້ການນຳພາ ເດັດຂາດ ໂດຍກົງ ຮອບດ້ານຈາກພັກປະຊາຊົນປະຕິວັດລາວ, ເລິ່ມຈາກການກຳເນີດຄືແນວນັ້ນ ຈິ່ງກາຍມາເປັນກຳລັງປະກອບອາວຸດຂອງ ແຂວງຈຳປາສັກ ທີ່ມີຄຸນທາດປະຕິວັດຢ່າງເລິກເຊິ່ງ ແລະ ໜັກແໜ້ນ, ພໍໄດ້ຮັບການສ້າງຕັ້ງ ກອງບັນຊາການທະຫານແຂວງຈຳປາສັກ ກໍ່ໄດ້ປະເຊີນໜ້າກັບສັດຕູທີ່ມີກຳລັງທີ່ເໜືອກວ່າຕັ້ງຫຼາຍເທົ່າ, ແຕ່ດ້ວຍນໍ້າໃຈຮັກຊາດ ແລະ ໄດ້ຮັບການອູ້ມຊູຊ່ວຍເຫຼືອຢ່າງໝົດຈິດຈາກປະຊາຊົນບັນດາເຜົ່າ ແລະ ການຮ່ວມມືສຳພັນສູ້ຮົບ ຢ່າງສະໜິດແໜ້ນກັບກອງທັບເພື່ອນມິດຫວຽດນາມ, ກອງບັນຊາການຍິ່ງຕີ ຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ ແລະ ມີໄຊຊະນະ ຂຶ້ນຢ່າງບໍ່ຢຸດຢັ້ງ, ຈົນສາມາດຕີເອົາຊະນະກົນອຸບາຍຂອງສັດຕູຜູ້ຮຸກຮານ ລ່າເມືອງທັງແບບເກົ່າ ແລະ ໃໝ່ໄດ້ຢ່າງສິ້ນເຊິງ.
ຕໍ່ຜົນງານ ແລະ ໄຊຊະນະອັນເປັນປະຫັວດສາດຂອງກອງບັນຊາການທະຫານແຂວງຈຳປາສັກ ທີ່ຍາດມາໄດ້ຕະຫຼອດໄລຍະ 60 ປີຜ່ານມານັ້ນ, ຈິ່ງໄດ້ຮັບການຍ້ອງຍໍຈາກຂັ້ນຕ່າງໆ ຈາກລັດຖະບານນັບທັງສູນກາງ ແລະ ທ້ອງຖິ່ນເຊັ່ນ: ໄດ້ຮັບກົມກອງນາມມະຍົດວິລະຊົນມີ 2 ເມືອງ, ບ້ານວິລະຊົນ 6 ບ້ານ, ບຸກຄົນວິລະຊົນ 7 ທ່ານ, ກົມກອງທ້ອງຖິ່ນນັກຮົບແຂ່ງຂັນມີ 1 ໜ່ວຍພື້ນຖານ ສະມາຄົມຫວຽດກຽວ ເມືອງປາກເຊ, 1 ບ້ານໂຊເລໃຫ່ຍ ເມືອງຊະນະສົມບູນ,1 ຕາແສງປາກຊອນ ເມືອງຊະນະສົມບູນ, ບຸກຄົນ-ນັກຮົບແຂ່ງຂັນມີ 12 ທ່ານ,ໄດ້ຮັບການຍ້ອງຍໍປະເພດ ຫຼຽນໄຊອິດສະຫຼະນັບທັງພະນັກງານ ແລະ ປະຊາຊົນມີ 655 ໜ່ວຍ, ຫຼຽນໄຊປະຕິວັດຊະນະເລີດ 1,102 ໜ່ວຍ,ຫຼຽນໄຊພິລະອາດຫານ 124 ໜ່ວຍ,ຫຼຽນກາຕໍ່ຕ້ານຝຣັ່ງ-ອາເມລິກາ 1,519 ໜ່ວຍ,ໃບຍ້ອງຍໍຕ່າງໆ 9 ພັນກ່ວາໃບ.
ດັ່ງນັ້ນ, ເພື່ອສືບຕໍ່ພາລະກິດປົກປັກສາ ແລະ ສ້າງສາພັດທະນາປະເທດຊາດ ສະຫາຍ ດຣ ວິໄລວົງ ບຸດດາຄຳ ຍັງໄດ້ຮຽກຮ້ອງ ໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຈຳປາສັກ ແຕ່ລະຂັ້ນ ຕ້ອງເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງຕົນ, ເພີ່ມທະວີຄວາມສາມັກຄີ ຄວາມຕັ້ງຕໍ່ບໍລິສຸດຕໍ່ຊາດ, ຕໍ່ພັກແລະ ຕໍ່ປະຊາຊົນ, ເຊື່ອມຊືມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກ, ມະຕິກອງປະຊຸມໃຫ່ຍ 8 ຂອງອົງຄະນະພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ 5 ຂອງກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫ່ຍຂອງກອງບັນຊາການທະຫານແຂວງຈຳປາສັກ ວ່າດ້ວຍ 4 ໜ້າທີ່ໃຫ່ຍ 26 ແຜງານໃຫ້ເປັນຂະບວນ ແລະ ມີໝາກຜົນຕົວຈິງ, ແນ່ໃສ່ເຮັດໃຫ້ສະພາບທ້ອງຖິ່ນ ກໍ່ຄືທົ່ວປະເທດມີຄວາມສະຫງົບຢ່າງໜັກແໜ້ນ, ປະກອບສ່ວນເຂົ້າໃນການພັດທະນາກອງທັບ ກໍ່ຄືກົມກອງ ໃຫ້ເຕີບໃຫ່ຍເຂັ້ມແຂງ, ມີລະບຽບແບບແຜນ, ວິໄນເຂັ້ມງວດ ແລະ ທັນສະໄໝ.
ຂ່າວຍັງໃຫ້ຮູ້ອີກວ່າ: ໃນຕອນເຊົ້າຂອງວັນດຽວກັນ ການນຳຂອງແຂວງຈຳປາສັກ, ພ້ອມດ້ວຍພະແນກການ, ອົງການຈັດຕັ້ງຕ່າງໆ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຍັງໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ຫໍພິພິທະພັນຂອງແຂວງຕື່ມອີກ.
(ໂດຍ: ຕຸ້ຍ ອິນທະວົງ)