ກອງບັນຊາທະຫານແຂວງເຊກອງ ກັບ 3 ກອງບັນຊາການທະຫານຂອງ ສສ ຫວຽດນາມ ໄດ້ມີການພົວພັນຮ່ວມມືກັນຢ່າງສະໜິດແໜ້ນ ບົນຈິດໃຈປົກປັກຮັກສາເສັ້ນຊາຍແດນໃຫ້ກາຍເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ການພັດທະນາ


ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມປີ 2022 ເຊັ່ນ: ວັນເຊັນສົນທິສັນຍາມິດຕະພາບລາວ- ຫວຽດນາມ ຄົບ 45 ປີ (18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962 – 5 ກັນຍາ 2022).
ສະຫາຍ ພັນເອກ ທອງສີ ກູນສະນະ ຄະນະປະຈຳພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ, ຕາງໜ້າຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກຳລັງປະກອບອາວຸດທ້ອງຖິ່ນ ກອງບັນຊາການທະຫານແຂວງເຊກອງ ໃຫ້ສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ວ່າ: ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ 2 ວັນປະຫວັດສາດສຳຄັນດັ່ງກ່າວ ກອງບັນຊາການທະຫານ ແຂວງເຊກອງ ກໍ່ໄດ້ຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ຢ່າງເປັນຂະບວນຟົດຟື້ນ, ເປັນຕົ້ນແມ່ນ ຂະບວນການເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ ໄດ້ຈັດຕັ້ງເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ຂະບວນການກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ, ຂະບວນການປັບປຸງກໍ່ສ້າງກຳລັງ, ກໍ່ສ້າງກົມກອງ ປົວແປງອາຄານສະຖານທີ່ຄ້າຍຄູ ໃຫ້ກ້າວເຂົ້າສູ່ລະບົບຖາວອນ ເປັນລະບຽບຮຽບຮ້ອຍ ຕິດພັນກັບຂະບວນການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ, ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຂະບວນການສ້າງນັກຮົບວັດທະນະທຳ-ກອງວັດທະນະທຳ ໄດ້ດຳເນີນຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີໝາກຜົນຕົວຈິງ, ນອກຈາກຂະບວນດັ່ງກ່າວແລ້ວ ຍັງໄດ້ຊີ້ນຳກຳລັງທະຫານຊາຍແດນ ເຄື່ອນໄຫວປະຕິບັດໜ້າທີ່ປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນເປັນປົກກະຕິ, ອັນໄດ້ເຮັດໃຫ້ສະພາບຊາຍແດນລະຫວ່າງແຂວງເຊກອງ ກັບ 3 ແຂວງຂອງ ສສ ຫວຽດນາມ ທີ່ມີຊາຍແດນຕິດຈອດກັນມີຄວາມສະຫົງບເປັນລະບຽບຮຽບຮ້ອຍດີ, ພ້ອມກັນນັ້ນ ກໍໄດ້ຈັດຕັ້ງກອງປະຊຸມຮອບວຽນ ເຊິ່ງພັດປ່ຽນກັນເປັນເຈົ້າພາບ ກໍ່ໄດ້ປະຕິບັດເປັນປົກກະຕິ, ຈັດຕັ້ງຄະນະຜູ້ແທນໄປທັດສະນະສຶກສາ ແລະ ຄອບຄົວໄປພັກແລ້ງ, ໃນນັ້ນ ອັນພົ້ນເດັ່ນໃນການພົວພັນຮ່ວມມືແມ່ນ: ກອງບັນຊາການທະຫານແຂວງເຊກອງ ຊ່ວຍອໍານວຍຄວາມສະດວກໃນການຂຸດຄົ້ນອັດຖິ ທະຫານອາສາສະໝັກຫວຽດນາມ ໄດ້ 28 ອັດຖິ, ຝ່າຍກອງບັນຊາການທະຫານຊາຍແດນ 3 ແຂວງ ແລະ ກອງບັນຊາການທະຫານແຂວງ 3 ແຂວງ ຂອງ ສສຫວຽດນາມ ຊ່ວຍກອງບັນຊາການທະຫານແຂວງເຊກອງ ທາງດ້ານອຸປະກອນການແພດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ຊ່ວຍປັບປຸງຄ້າຍທະຫານເມືອງ, ທະຫານຊາຍແດນ ແລະ ອາຫານແຫ້ງຈຳນວນໜຶ່ງ ຄິດເປັນມູນຄ່າ 18 ຕື້ 803 ລ້ານດົ້ງ (ສະກຸນເງິນຫວຽດນາມ).

ແຜນການໃນປີຕໍ່ໜ້າ ຈະສືບຕໍ່ປະຕິບັດຕາມບົດທຶກຊ່ວຍຈໍາທີ່ໄດ້ລົງນາມໃນປີ 2022 ໃຫ້ບັນລຸຕາມແຜນ, ສືບຕໍ່ຊີ້ນຳກຳລັງທະຫານຊາຍແດນຂອງ 2 ຝ່າຍ ຈັດຕັ້ງກຳລັງເຄື່ອນໄຫວຮ່ວມ 2 ຝ່າຍ ແລະ ຝ່າຍດຽວ ແນ່ໃສ່ເພື່ອປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ລະຫວ່າງ ແຂວງເຊກອງ ກັບ 3 ກອງບັນຊາການທະຫານຊາຍແດນຂອງ ສສ ຫວຽດນາມ ໃຫ້ມີຄວາມສະຫງົບ ບົນຈິດໃຈ ເຮັດໃຫ້ເສັ້ນຊາຍແດນດັ່ງກ່າວ ເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ການພັດທະນາ, ສືບຕໍ່ຈັດກອງປະຊຸມຮອບວຽນຕາມການລົງນາມ ໃນປີ 2022, ນອກນັ້ນ ກໍ່ສືບຕໍ່ຈັດຕັ້ງເອົາພະນັກງານໄປທັດສະນະສຶກສາ ແລະ ຄອບຄົວພະນັກງານ 2 ຝ່າຍ ໄປພັກແລ້ງ ຕາມລົງນາມ ໃນບົດບັນທຶກຊ່ວຍຈຳ.

ໂອກາດກະກຽມສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022, ສະຫາຍ ພັນເອກ ທອງສີ ກູນສະນະ ຄະນະປະຈຳພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ ໄດ້ກ່າວອວຍພອນໄຊແກ່ການນຳພັກ – ລັດ, ປະຊາຊົນ 02 ຊາດ ລາວ- ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກ, ສືບຕໍ່ຊີ້ນຳ-ນໍາພາ 02 ຊາດພວກເຮົາ ໃຫ້ມີການພັດທະນາຢ່າງບໍ່ ຢຸດຢັ້ງ, ອວຍພອນສາຍພົວພັນມິດຕະພາບ ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ເວົ້າສະເພາະ ແມ່ນກອງບັນຊາການທະຫານແຂວງເຊກອງ ກັບ ບັນດາແຂວງເພື່ອນມິດຫວຽດນາມອ້າຍນ້ອງ ຈົ່ງໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມ ຕະຫຼອດໄປ ແລະ ພ້ອມກັນສະເຫຼີມສະຫຼອງ 02 ວັນປະຫວັດສາດສຳຄັນ ໃນປີ 2022 ນີ້ ໃຫ້ມີຄວາມໝາຍສໍາຄັນເລິກເຊິ່ງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ໂດຍ: ເຄນໄຊ