ກອງປະຊຸມກະກຽມຈັດຕັ້ງປະຕິບັດໂຄງການເວທີແລກປ່ຽນການທູດເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ
ໃນວັນທີ 3 ມີນາ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຈັດຕັ້ງປະຕິບັດໂຄງການເວທີແລກປ່ຽນການທູດເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Mekong-Lancang Cooperation Economic Diplomacy Conference) ທີ່່ ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູວົງ ບຸນຊູ, ຮອງເຈົ້າແຂວງ ແຂວງວຽງຈັນ ແລະ ໄດ້ມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ຈຳນວນທັງໝົດ 40 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສົບການຕົວຈິງ ກ່ຽວກັບການເຄື່ອນໄຫວການທູດເສດຖະກິດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ເຊິ່ງໂຄງການເວທີແລກປ່ຽນການທູດເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍແມ່ນໜຶ່ງໂຄງການທີ່ກະຊວງການຕ່າງປະເທດໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແນໃສ່ແລກປ່ຽນບົດຮຽນ ແລະ ວິທີການຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວການທູດເສດຖະກິດ ຮ່ວມກັບບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ສປ ຈີນ, ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ) ໂດຍສະເພາະ ກັບບັນດາປະເທດທີ່ມີປະສົບການສູງໃນການເຄື່ອນໄຫວວຽກການທູດເສດຖະກິດ ເພື່ອປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດກໍຄືການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ເພື່ອສົ່ງເສີມການຄ້າ, ດຶງດູດການລົງທຶນ, ການທ່ອງທ່ຽວການພັດທະນາສີມືແຮງງານ, ການຜະລິດສິນຄ້າ, ນຳເຂົ້າ-ສົ່ງອອກ ແລະ ອື່ນໆ. ນອກນັ້ນ, ຍັງເປັນການແລກປ່ຽນຄວາມຮູ້, ເຕັກນິກວິຊາການ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບການຮ່ວມມືການທູດເສດຖະກິດຂຶ້ນເປັນກ້າວໆ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ ແລະ ຂໍ້ມູນຂ່າວສານ ກ່ຽວກັັບຫຼາຍຫົວຂໍ້ສຳຄັນ ເປັນຕົ້ນ: ການເຄື່ອນໄຫວການທູດເສດຖະກິດໃນເວທີພາກພື້ນ ແລະ ສາກົນ, ທ່າແຮງ ແລະ ສິ່ງທ້າທາຍຂອງການດຳເນີນທຸລະກິດ ຂອງ ສປປ ລາວ, ການດຳເນີນວຽກງານພິທີການທູດ ອັນເປັນພື້ນຖານເພື່ອສ້າງຄວາມປະທັບໃຈ ແລະ ດຶງດູດການຊ່ວຍເຫຼືອ ແລະ ການລົງທຶນ ຈາກຕ່າງປະເທດ ແລະ ອື່ນໆ.
ພ້ອມດຽວກັນນັ້ນ, ກໍໄດ້ການປຶກສາຫາລື ແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ເຊິ່ງໄດ້ຮັດແໜ້ນຄວາມເຂົ້າໃຈລະຫວ່າງບັນດາຂະແໜງການກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບທິດທາງຈຸດສຸມໃນການໝູນໃຊ້ທ່າແຮງການຮ່ວມມືດ້ານເສດຖະກິດ ກັບຕ່າງປະເທດເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງມີປະສິດທິຜົນໃນອານາຄົດ.