ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຜູ້ຕາງຫນ້າຈາກພາກສ່ວນຕ່າງໆ, ລວມເຖີງບັນນາທິການຈາກບັນດາສໍານັກຂ່າວຂອງລາວ ເກືອບ 100 ຄົນ ໄດ້ເຂົ້າຮ່ວມກອງປະຊຸມກ່ຽວກັບການດຳເນີນທຸລະ ກິດຂອງລັດວິສາຫະກິດໄຟຟ້າລາວ ເຊີ່ງຈັດຂຶ້ນໃນວັນທີ 16 ມັງ ກອນນີ້, ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ, ຮອງລັດ ຖະມົນຕີກະຊວງການເງິນ, ຫົວຫນ້າຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ຮ່ວມ ກັນເປັນປະທານ ເພື່ອພ້ອມກັນທໍາຄວາມເຂົ້າໃຈໃຫ້ເລິກເຊີ່ງຂຶ້ນຕື່ມກ່ຽວກັບສະພາບການດໍາເນີນທຸລະກິດຂອງລັດວິສາ ຫະກິດໄຟຟ້າລາວ, ພ້ອມທັງຊ່ວຍກັນປະກອບຄໍາຄິດຄໍາເຫັນກ່ຽວກັບຫລັກການ ແລະ ວິທີທາງແກ້ໄຂບັນຫາຂອງລັດວິສາຫະ ກິດດັ່ງກ່າວທີ່ພົວພັນເຖີງຄວາມຫມັ້ນຄົງທາງດ້ານພະລັງງານຂອງຊາດ.
ໃນໂອກາດນີ້ ທ່ານ ຈັນທະບູນ ສຸກອາລຸນ ໄດ້ຍົກໃຫ້ເຫັນຄວາມເປັນມາ, ສະພາບ ການຜະລິດໄຟຟ້າ, ການດໍາເນີນທຸລະກິດ, ສະພາບຄວາມຫຍຸ້ງຍາກ, ສະພາບໜີ້ສິນ, ແຜນການປະຕິຮູບ ແລະ ອື່ນໆ ຂອງລັດວິສາຫະກິດໄຟຟ້າທີ່ເປັນວິສາຫະກິດຍຸດທະ ສາດຂອງປະເທດທີ່ມີປະຫວັດອັນຍາວນານຢູ່ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ ນັບແຕ່ສະໄໝກ່ອນປົດປ່ອຍ ຈົນມາເຖິງປັດຈຸບັນ ເຊີ່ງເວົ້າໄດ້ວ່າເປັນວິສາຫະກິດທີ່ມີມູນຄ່າຊັບສິນສູງທີ່ສຸດໃນປະເທດ, ມີໜ້າທີ່ຍຸດທະສາດທີ່ພັກ – ລັດ ມອບໝາຍໃຫ້ ໂດຍສະເພາະແມ່ນຮັບປະກັນການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍ ບາຍທີ່ລັດຖະບານກຳນົດໄວ້ ດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກຳໄຟຟ້າໃຫ້ເປັນຂະແໜງການຫຼັກໃນການພັດທະນາເສດ ຖະກິດ- ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ.
ນອກຈາກໄດ້ຮັບຟັງກ່ຽວກັບສະພາບການດໍາເນີນທຸລະກິດ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນຫລາຍບັນຫາເພື່ອແລກປ່ຽນຄໍາຄິດຄໍາເຫັນແນໃສ່ເຮັດໃຫ້ການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວນັບມື້ດີຂຶ້ນ, ສາມາດແກ້ໄຂບັນຫາໜີ້ສິນທີ່ມີຢູ່ ແລະ ນັບມື້ສ້າງລາຍຮັບມາໃຫ້ແກ່ປະເທດຊາດດີຂຶ້ນກວ່າເກົ່າ.
ສໍາລັບລັດວິສາຫະກິດໄຟຟ້າລາວ ແມ່ນໜຶ່ງໃນບັນດາລັດວີສາຫະກິດຂອງລາວທີ່ລັດຖະບານສັ່ງໃຫ້ມີການປະຕິຮູບຄືນໃໝ່ ເພື່ອໃຫ້ການດໍາເນີນງານມີປະສິດທິຜົນກວ່າເກົ່າ ໂດຍໄດ້ປະກາດຄະນະປະຕິຮູບຢ່າງເປັນທາງການໃນວັນທີ 22 ເມສາ ປີ 2022 ຜ່ານມານີ້.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຊໍານານ