ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຄະນະກຳມະການອຳນວຍຄວາມສະດວກດ້ານການຄ້າທົ່ວປະເທດ ຄັ້ງທີ IV ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງ ການໃນຕອນເຊົ້າວັນທີ 25 ມັງກອນ 2022 ນີ້ຢູ່ທີ່ ກະຊວງອຸດສະຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກຳມະການອຳ ນວຍຄວາມສະດວກ ດ້ານການຄ້າລະດັບຊາດ, ມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ມີບັນດາກົມອ້ອມຂ້າງກະຊວງ , ການນໍານະຄອນຫຼວງ,ແຂວງ, ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າບັນດາແຂວງ, ຫົວໜ້າດ່ານພາສີ ແລະເຈົ້າໜ້າທີ່ກ່ຽວຂ້ອງໃນທົ່ວປະເທດເຂົ້າ ຮ່ວມ ສ່ວນຜູ້ແທນຈາກຕ່າງແຂວງແມ່ນເຂົ້າຮ່ວມຜ່ານລະບົບອອນໄລ ທາງໄກ.
ສຳລັບການຈັດຕັ້ງເຂົ້າຮ່ວມກອງປະຊຸມຂອງແຂວງຈຳປາສັກມີຂຶ້ນທີ່ ພະແນກອຸດສະຫະກຳ ແລະ ການຄ້າແຂວງ ຜ່ານລະບົບອອນລາຍ ຊຶ່ງນຳໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາ ສັກ, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸສະຫະກຳ ແລະ ການຄ້າແຂວງ, ມີຫົວໜ້າດ່ານພາສີ,ພະແນກການກົມກອງອ້ອມຂ້າງແຂວງ ແລະຂະແໜງການ,ວິຊາການກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມອຳນວຍຄວາມສະດວກດ້ານການຄ້າທົ່ວປະເທດ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມອໍານວຍຄວາມສະດວກດ້ານການຄ້າທົ່ວປະເທດຄັ້ງນີ້ມີຄວາມສຳຄັນ ຫຼາຍ, ເຊິ່ງເປັນການສະຫຼຸບຕີລາຄາວຽກງານແຕ່ລະດ້ານໃນໄລຍະ 1 ປີ ທີ່ຜ່ານມາ ຖອດຖອນບົດຮຽນດ້ານດີ, ດ້ານຄົງ ຄ້າງແລ້ວພ້ອມກັນກຳ ນົດທິດທາງແຜນການໃນການປັບປຸງແກ້ໄຂໃຫ້ດີຂຶ້ນ ເປັນຕົ້ນການນຳເຂົ້າ-ສົ່ງອອກສິນຄ້າ ຜ່ານ ດ່ານໃນຕໍ່ໜ້າຕ້ອງຮັບປະກັນໃຫ້ມີຄວາມສະດວກວ່ອງໄວ, ແກ້ໄຂບັນຫາຫຼາຍຂອດ, ຫຼາຍຂັ້ນ ແລະ ສິ່ງທີ່ເປັນອຸປະສັກ ກີດກັ້ນໃນເມື່ອກອນໃຫ້ໝົດໄປ.
ກອງປະຊຸມຄັ້ງນນີ້ຍັງໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະ ດວກທາງ ດ້ານການຄ້າທົ່ວປະ ເທດຈາກທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສະ ຫະກຳ ແລະ ການຄ້າ ເຊັ່ນ: ວຽກ ງານການດຳເນີນການຢູ່ດ່ານ, ວຽກງານການອອກອະນຸຍາດຢັ້ງຢືນເຄື່ອນຍ້າຍສິນຄ້າ ແລະ ການຂົນສົ່ງສິນຄ້າພາຍໃນ ປະ ເທດ, ການແກ້ໄຂບັນຫາພາກທຸລະກິດ ແລະ ວຽກງານສຳຄັນອື່ນໆອີກ. ທ່ານລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າຍັງໄດ້ກ່າວເຖິງທິດທາງໃນການປັບປຸງອຳນວຍຄວາມສະ ດວກທາງດ້ານການຄ້າໃນໄລຍະຕໍ່ໜ້າອີກດ້ວຍ.
ໃນກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມເຊິ່ງແມ່ນຫົວໜ້າ ແລະຄະນະອຳນວຍຄວາມສະດວກທາງດ້ານການຄ້າແຕ່ລະ ແຂວງຍັງໄດ້ປະກອບຄຳເຫັນເພື່ອປຸງແກ້ໄຂ ເຮັດໃຫ້ວຽກງານອຳນວຍຄວາມສະດວກດ້ານການຄ້າໃນຂອບເຂດທົ່ວປະເທດ ມີຄວາມເປັນ ເອກະພາບ ແລະ ມີປະສິດທິພາບສູງຂຶ້ນເລື້ອຍໆ.
ເກດສະໜາ ແກ້ວສຸວັນນະແສງ