ໃນວັນທີ 3 ມີນາ 2022, ທີ່ ກະ ຊວງການຕ່າງປະເທດ ໄດ້ມີກອງປະຊຸມຄະນະກຳມາທິການຮ່ວມ ລາວ-ສະຫະພາບເອີຣົບ (ອີຢູ) ຄັ້ງທີ 10 ໃນຮູບແບບທາງໄກ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດ ຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເປົາລາ ປຳປາໂລນີ (Paola Pampaloni), ຮອງຫົວໜ້າກົມໃຫຍ່, ຫົວໜ້າຮັບຜິດຊອບລວມຂົງເຂດອາຊີ-ປາຊີຟິກ, ສຳນັກງານການຕ່າງປະເທດສະຫະພາບເອີ ຣົບ, ມີຄະນະຜູ້ແທນຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວ ຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄະນະກຳມາທິການຮ່ວມ ລາວ-ອີຢູ ຈັດຂຶ້ນທຸກໆ 2 ປີຕໍ່ຄັ້ງ ໂດຍໄດ້ຜັດປ່ຽນກັນເປັນເຈົ້າພາບ, ຊຶ່ງຄັ້ງນີ້ເປັນຄັ້ງທໍາອິດທີ່ ສປປ ລາວ ເປັນເຈົ້າພາບຈັດໃນຮູບແບບທາງໄກ ແລະ ກໍ່ເປັນຄັ້ງທໍາອິດ ທີ່ສອງຝ່າຍໄດ້ຍົກລະດັບກອງປະຊຸມຂຶ້ນເປັນຂັ້ນຮອງລັດຖະມົນຕີ, ຊຶ່ງສະແດງເຖິງການພົວພັນຮ່ວມມື ລະ ຫວ່າງ ລາວ-ອີຢູ ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ກອງປະຊຸມໃນຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບສະພາບ ການພົ້ນເດັ່ນດ້ານການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ອີຢູ ໃນສະພາບການທີ່ປະເທດຕ່າງໆໃນໂລກ ກຳລັງຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາປະ ເທດຊາດ. ໃນກອງປະຊຸມ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວ ກັບຜົນຂອງກອງປະຊຸມຂອງບັນ ດາໜ່ວຍງານຮ່ວມມື, ການຄ້າ, ສິດທິມະນຸດ ແລະ ວຽກງານທີ່ປິ່ນອ້ອມອື່ນໆ ລວມທັງການຮ່ວມມື ລະຫວ່າງ ອາຊຽນ ແລະ ອີຢູ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນ ແລະ ສະຫຼຸບຕີລາຄາຄືນ ກ່ຽວກັບຜົນການຈັດຕັ້ງປະຕິບັດບັນດາໂຄງການ ທີ່ອີຢູໃຫ້ການຊ່ວຍເຫຼືອ, ພ້ອມທັງສະເໜີແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສປປ ລາວ ແລະ ອີຢູ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ, ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງອີຢູ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ຊຶ່ງເຮັດໃຫ້ ສປປ ລາວ ສາ ມາດບັນລຸເປົ້າໝາຍການພັດທະ ນາໄດ້ຫຼາຍດ້ານ ແລະ ການກະ ກຽມທຸກເງື່ອນໄຂ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ພາຍໃນປີ 2026. ໃນນັ້ນ, ອັນພົ້ນເດັ່ນ ແມ່ນການຊ່ວຍເຫຼືອໃນວຽກງານການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃນຫຼາຍໂຄງການ ໂດຍຜ່ານແຜນງານການຊ່ວຍ ເຫຼືອ ຂອງ Team Europe ເປັນຕົ້ນແມ່ນການສຶກສາ, ໂພຊະນາການ, ການປົກຄອງທີ່ດີ ແລະ ອື່ນໆ.
ກອງປະຊຸມຄະນະກຳມາທິການຮ່ວມ ລາວ-ອີຢູ ຄັ້ງທີ 10 ໄດ້ດຳ ເນີນໄປພາຍໃຕ້ບັນຍາກາດອັນສ້າງສັນ ແລະ ປະສົບຜົນສຳເລັດເປັນຢ່າງດີ, ຊຶ່ງເປັນນິມິດໝາຍອັນດີໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນໃນຕໍ່ໜ້າ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

