ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 27 ໄດ້ຈັດຂຶ້ນທີ່ ບາງກອກ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 7-9 ມິຖຸນາ 2022 ຕາມຄໍາເຊີນຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາ ຍົກລັດຖະມົນຕີ ລັດຖະ ມົນຕີ ວ່າການກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກໄທ ປະ ທານຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ໄທ-ລາວ. ຄະນະກໍາມະການຝ່າຍລາວ ນໍາໂດຍ ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ ລັດຖະ ມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະທານຄະນະ ກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ເປັນປະ ທານຮ່ວມຝ່າຍລາວ ແລະ ຄະນະກໍາມະການຝ່າຍໄທນໍາໂດຍ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ. ກອງປະຊຸມໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນທົບ ທວນ ແລະ ຕີລາຄາຜົນຂອງການ ຈັດຕັ້ງປະຕິບັດຕາມບົດບັນທຶກ ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນ ທົ່ວ ໄປ ລາວ-ໄທ ຄັ້ງທີ 26 ທີ່ນະ ຄອນຫຼວງວຽງຈັນ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນລະຫວ່າງວັນທີ 20-24 ທັນວາ 2019, ໂດຍທັງສອງ ຝ່າຍມີຄວາມຍິນດີທີ່ສາຍພົວພັນ ແລະ ການຮ່ວມມືຂອງທັງສອງ ປະເທດໄດ້ມີຄວາມກ້າວໝ້າຢ່າງ ເປັນຮູບປະທໍາຫຼາຍຂຶ້ນ, ເຊິ່ງ ເປັນຜົນປະໂຫຍດຮ່ວມກັນ, ສາ ມາດແກ້ໄຂບັນຫາ ແລະ ເສີມ ຂະຫຍາຍຄວາມໝັ້ນຄົງຕາມ ຊາຍ ແດນ ຂອງທັງສອງປະເທດ ເຮັດໃຫ້ບໍລິເວນຊາຍແດນສ່ວນ ໃຫ່ຍມີຄວາມສະຫງົບຮຽບຮ້ອຍ, ກອງປະຊຸມຍັງໄດ້ສະໝັບສະໝູນ ໃຫ້ທຸກໆກົນໄກທີ່ກ່ຽວຂ້ອງຈັດ ຕັ້ງປະຕິບັດຕາມຂໍ້ຕົກລົງ ວ່າ ດ້ວຍ ການຮ່ວມມືດ້ານຄວາມໝັ້ນ ຄົງບໍລິເວນຊາຍແດນລະຫວ່າງ ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ກັບ ລັດະຖະບານແຫ່ງຣາຊະ ອານາຈັກໄທ ເຊິ່ງໄດ້ລົງນາມ ຮ່ວມກັນທີ່ນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 17 ທັນວາ 2015. ພ້ອມນັ້ນ, ຝ່າຍ ລາວສະເໝີໃຫ້ມີການປຶກສາຫາ ລືປັບປຸງ ແລະ ດັດແປງເນື້ອໃນ ຂໍ້ຕົກລົງດັ່ງກ່າວ ເພື່ອໃຫ້ສອດ ຄ່ອງກັບສະພາບການ ແລະ ການ ຮ່ວມມືໃນປັດຈຸບັນຂອງທັງ ສອງຝ່າຍ, ກອງປະຊຸມເຫັນດີໃຫ້ ຈັດກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຮ່ວມກັນປີລະ 4 ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ ແລະ ກໍານົດຈໍານວນຄະນະກໍາມະ ການ, ຜູ້ສັງ ເກດການພ້ອມດ້ວຍ ເຈົ້າໝ້າທີ່ເຂົ້າຮ່ວມກອງປະຊຸມ ຝ່າຍລະບໍ່ເກີນ 30 ຄົນ ແຕ່ຖ້າ ຫາກຝ່າຍໃດ ເປັນເຈົ້າພາບຈັດ ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ແມ່ນເຫັນ ດີໃຫ້ຝ່າຍນັ້ນຮັບ ເປັນເຈົ້າພາບ ຈັດກອງປະຊຸມກອງເລຂານຸ ການຮ່ວມໄປພ້ອມ. ໃນກອງປະຊຸມ, ປະທານ ຮ່ວມຝ່າຍລາວ ແລະ ປະທານ ຮ່ວມຝ່າຍໄທ ໄດ້ພ້ອມກັນຮ່ວມ ລົງນາມເອກະສານການຮ່ວມ ວຽກງານຕ່າງໆ ເຊິ່ງກອງ ປະຊຸມຄັ້ງຕໍ່ໄປຝ່າຍລາວຮັບເປັນ ເຈົ້າພາບຈັດກອງປະຊຸມຄະນະ ກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ຄັ້ງທີ 28 ໂດຍຈະແຈ້ງກໍານົດເວລາ ແລະ ສະຖານທີ່ຈັດກອງປະຊຸມໃຫ້ຊາບ ຕາມພາຍຫຼັງ. ໃນໂອກາດດຽວກັນນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຍັງໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານນາຍົກລັດຖະມົນຕີ ແຫ່ງຣາຊະອາ ນາຈັກໄທຕື່ມອີກ.
ຂ່າວ;ພາບ: ຫນັງສືພິມກອງທັບ
Loading...