ON AIR

ຟັງວິທະຍຸ FM103.7Mhz ອອນລາຍ
Listen to Radio FM103.7Mhz Online

ກອງປະຊຸມຄັ້ງທີ່ 9 ຂອງລັດພາຄີສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ ໄດ້ຮັບຮອງການຕໍ່ໄລຍະເວລາ ເພື່ອການເກັບກູ້ລະເບີດບໍ່ທັນແຕກ ຢູ່ ສປປ ລາວ

ໃນໄລຍະກອງປະຊຸມຄັ້ງທີ່ 9 ຂອງລັດພາຄີຕໍ່ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານຈັດຂຶ້ນ ແຕ່ວັນທີ 02-04 ກັນຍາ 2019 ທີ່ນະຄອນເຊີແນວ ໄດ້ມີການພິຈາລະນາການຂໍອະນຸມັດຕໍ່ໄລຍະເວລາ ການຈັດຕັ້ງປະຕິບັດມາດຕາ 3 ແລະ 4 ວ່າດ້ວຍພັນທະໃນການເກັບກູ້ລະເບີດທີ່ຕົກຄ້າງຈາກປາງສົງຄາມ ສໍາລັບ ບັນດາປະເທດທີ່ບໍ່ສາມາດທໍາລາຍຄັງລະເບີດ ດັ່ງກ່າວ ແລະ ເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ ໃຫ້ຫມົດໄດ້ ພາຍໃນປີ 2020 ຕາມພັນທະທີ່ລະບຸໄວ້ໃນສອງມາດຕາດັ່ງກ່າວຂອງສົນທິສັນຍາ ອອກໄປຕື່ມອີກ 05 ປີ (2020-2025) ເຊິ່ງໃນນີ້ມີ 03 ປະເທດ ທີ່ໄດ້ສະເໜີຂໍຕໍ່ເວລາການທຳລາຍຄັງລະເບີດ ແລະ ເກັບກູ້ ຄື: ບູນກາລີ, ເຢຍລະມັນ ແລະ ສປປ ລາວ. ສໍາລັບກໍລະນີຂອງ ສປປ ລາວ ເຫດຜົນຂອງການຂໍຕໍ່ໄລຍະເວລາການເກັບກູ້ພາຍໃຕ້ມາດຕາ 4 ໃນຄັ້ງນີ້ກໍແມ່ນຍ້ອນ ສປປລາວ ເປັນຫນຶ່ງໃນບັນດາປະເທດທີ່ມີລະເບີດບໍ່ທັນແຕກຕົກຄ້າງຫລາຍກວ່າຫມູ່ໃນໂລກ ເຊິ່ງກວມເອົາເຖິງ 1 ສ່ວນ 3 ຂອງເນື້ອທີ່ທັງຫມົດຂອງປະເທດ ແລະ ມີຈຳນວນຕົກຄ້າງຫລາຍເກີນກວ່າຄວາມສາມາດດ້ານທຶນຮອນ ແລະ ເຕັກໂນໂລຊີ ເພື່ອສາມາດເກັບກູ້ລະເບີດທີ່ມີຢູ່ໃນປະຈຸບັນ ໃຫ້ຫມົດໄດ້ພາຍໃນ 5 ປີ. ສະນັ້ນ ລັດຖະບານ ສປປ ລາວ ຈຶ່ງໄດ້ຄົ້ນຄວ້າພິຈາລະນາ ແລະ ຍື່ນເອກະສານຂໍຕໍ່ເວລາ ໃຫ້ກອງເລຂາຂອງສົນທິສັນຍາດັ່ງກ່າວ ໃນວັນທີ 23 ມັງກອນ 2019 ທີ່ນະຄອນເຊີແນວ ເພື່ອໃຫ້ສາກົນ ໂດຍສະເພາະບັນດາປະເທດພາຄີຂອງສົນທິສັນຍາດັ່ງກ່າວ ພິຈາລະນາຕັດສິນ ແລະ ຮັບຮອງເອົາ ຢູ່ໃນກອງປະຊຸມລັດພາຄີຄັ້ງທີ 9 ຜ່ານມານີ້. ສໍາລັບຂັ້ນຕອນໃນການຂໍຕໍ່ໄລຍະເວລາການເກັບກູ້ ແມ່ນຕ້ອງໄດ້ດຳເນີນການກະກຽມກ່ອນລ່ວງຫນ້າທີ່ວາລະ 5 ປີ ຄັ້ງປະຈຸບັນ ຈະຫມົດລົງ (2015-2020) ແລະ  ຍ້ອນສາກົນຮັບຮູ້ຈະແຈ້ງວ່າ ສປປ ລາວ ຍັງຈະບໍ່ສາມາດເກັບກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງ ໃນດິນແດນຕົນເອງໃຫ້ຫມົດໄປໄດ້ ພາຍໃນກຳນົດເວລາ 05 ປີ ອີງຕາມພັນທະໃນສົນທິສັນຍາລະເບີດລູກຫວ່ານ ເນື່ອງຈາກຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກໃນຫລາຍດ້ານ ບວກກັບ ລະເບີດບໍ່ທັນແຕກຕົກຄ້າງມີຈຳນວນຫລວງຫລາຍ ດັ່ງນັ້ນ, ຄະນະຜູ້ປະສານງານ ແລະ ຄົ້ນຄວ້າພິຈາລະນາເອກະສານຄຳຮ້ອງຂໍພາຍໃຕ້ສົນທິສັນຍາ ຈຶ່ງໄດ້ຕົກລົງເຫັນດີ ແລະ ອະນຸມັດໃຫ້ ສປປ ລາວ ສາມາດຕໍ່ໄລຍະເວລາການເກັບກູ້ອອກໄປຕື່ມອີກ 5 ປີ (2020-2025), ອີງຕາມລະບຽບຫລັກການຂອງສົນທິສັນຍາສາກົນດັ່ງກ່າວ ໂດຍ ສປປ ລາວ ຈະຕ້ອງສືບຕໍ່ລາຍງານຄວາມຄືບໜ້າຂອງການສຳຫລວດ ແລະ ເກັບກູ້ ລະເບີດບໍ່ທັນແຕກ ຢ່າງເປັນປະຈຳ ໂດຍຜ່ານການສ້າງແຜນປະຕິບັດງານທີ່ມີລາຍລະອຽດເພີ້ມເຕີມ ໂດຍອີງຕາມການແນະນຳຂອງຄະນະຜູ້ປະສານງານຂອງສົນທິສັນຍານີ້. ນອກຈາກນີ້, ກອງປະຊຸມຍັງໄດ້ສະ       ເໜີໃຫ້ ສປປ ລາວ ສ້າງຕັ້ງກົນໄກການຮ່ວມມື ແລະ ປະສານງານ ແບບມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງ (Country Coalition) ເພື່ອຊ່ວຍໃຫ້ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ ຂອງ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ມີການປະສານງານແບບກົມກຽວລວມສູນ, ມີສ່ວນຮ່ວມຈາກທຸກພາກສ່ວນ, ສາມາດກຳນົດບູລິມະສິດໄດ້ຢ່າງຈະແຈ້ງ ແລະ ພາຍໃຕ້ການເປັນເຈົ້າການນໍາພາຂອງລັດຖະບານ ໃນຂະບວນການສ້າງແຜນບູລິມະສິດ ແລະ ການນໍາໃຊ້ທຶນຮອນຢ່າງມີປະສິດທິຜົນ.

ຄະນະຜູ້ແທນຈາກ ສປປ ລາວ ນຳໂດຍທ່ານ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ; ຫົວໜ້າຫ້ອງການຄະນະກຳມາທິການແຫ່ງຊາດເພື່ອແກ້ໄຂລະເບີດບໍ່ທັນແຕກຕົກຄ້າງ; ຫົວໜ້າໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳຫ້ອງການອົງການ ສປຊ ແລະ ອົງການຈັດຕັ້ງສົນອື່ນໆ ທີ່ ເຊີແນວ ໄດ້ພັດປ່ຽນກັນຂຶ້ນກ່າວຊີ້ແຈງກ່ຽວກັບສະພາບຄວາມເປັນຈິງ, ນະໂຍບາຍ ແລະ ແຜນບູລິມະສິດຂອງລັດຖະບານ ກໍຄືບັນດາສິ່ງທ້າທາຍຕ່າງໆທີ່ ສປປລາວ ຕ້ອງສືບຕໍ່ແກ້ໄຂ ບົນພື້ນຖານຂໍ້ແນະນຳ ຂອງຜູ້ປະສານງານຂອງສົນທິສັນຍາ ເພື່ອນໍາມາຜັນຂະຫຍາຍໃຫ້ ສປປລາວ ສາມາດປະຕິບັດພັນທະຂອງຕົນພາຍໃຕ້ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານຢ່າງເຕັມສ່ວນ ເຊິ່ງໄດ້ຮັບການສະຫນັບສະຫນູນຢ່າງເຕັມສ່ວນ ຈາກບັນດາ 106 ປະເທດລັດພາຄີ. ນອກຈາກການເຂົ້າຮ່ວມ ແລະ ປະກອບຄໍາເຫັນໃນພາກຕ່າງໆຂອງກອງປະຊຸມລັດພາຄີແລ້ວ ຄະນະຜູ້ແທນ ສປປ ລາວ ຍັງໄດ້ຮ່ວມປຶກສາຫາລືພົບປະແບບບໍ່ເປັນທາງການ ກັບຜູ້ປະສານງານດ້ານການຮ່ວມມື ແລະ ໃຫ້ ການຊ່ວຍເຫລືອ (ປະເທດ ເປຣູ ແລະ ໂຮນລັງ ສຳລັບປີ 2019) ທີ່ໄດ້ເຊື້ອເຊີນບັນດາປະເທດ ແລະ ອົງການທີ່ມີປະສົບການໃນການຮ່ວມມືຈັດຕັ້ງປະຕິບັດກົນໄກການຮ່ວມມື ແລະ ປະສານງານຂອງທຸກພາກສ່ວນທີ່ກ່ຽວຂ້ອງ (Country Coalition) ເປັນຕົ້ນແມ່ນ: ເຢຍລະມັນ, ນອກແວ, ລີບັງ, ມົງເຕເນໂກຣ, ສີລັງກາ, ໂກຣອາຊີ, ອົງການ Norwegian People’s Aid (NPA), ອົງການ Geneva International Centre for Humanitarian Demining (GICHD) ແລະ ອົງການ Cluster Munitions Coalition (CMC) ເພື່ອແລກປ່ຽນບົດຮຽນ ແລະ ທໍາຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບການສ້າງກົນໄກດັ່ງກ່າວຢູ່ພາຍໃນປະເທດ ໂດຍອີງຕາມສະພາບການຕົວຈິງຂອງ ສປປ ລາວ.  

 ສົນທິສັນຍາສາກົນວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໄດ້ຖືກສ້າງຕັ້ງຂຶ້ນໃນປີ 2008 ມີເປົ້າຫມາຍເພື່ອຍຸດຕິການຜະລິດ ແລະ ນໍາໃຊ້ອາວຸດທີ່ໄຮ້ມະນຸດສະທຳດັ່ງກ່າວ ແລະ ມີຜົນບັງຄັບໃຊ້ໃນປີ 2010. ສປປ ລາວ ເປັນປະເທດທີ່ລົງນາມເປັນປະເທດທີສອງ ທັດຈາກປະເທດນອກແວ ເຈົ້າພາບ ແລະ ໄດ້ມີສ່ວນຮ່ວມຢ່າງຕັ້ງຫນ້າໃນການຈັດຕັ້ງປະຕິບັດສົນທິສັນຍາສາກົນດັ່ງກ່າວ. ໃນຖານະເປັນປະເທດທີ່ໄດ້ຮັບຜົນກະທົບຫລາຍກວ່າຫມູ່, ສປປ ລາວ ຍັງໄດ້ຮັບກຽດແລະໄວ້ເນື້ອເຊື່ອໃຈຈາກວົງຄະນາຍາດສາກົນ ໃຫ້ເປັນເຈົ້າພາບຈັດກອງປະຊຸມລັດພາຄີ ຄັ້ງທຳອິດ ຂອງສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ ໃນປີ 2010 ຢ່າງມີຜົນສໍາເລັດສູງ ເຊິ່ງໃນກອງປະຊຸມໃນຄັ້ງນັ້ນ ໄດ້ມີການຮັບຮອງເອົາເອກະສານພື້ນຖານສະຫລາຍສະບັບ ຂອງສົນທິສັນຍາ ເປັນຕົ້ນແມ່ນ ຖະແຫລງການວຽງຈັນ (Vientiane Declaration) ແລະ ແຜນປະຕິບັດງານວຽງຈັນ (Vientiane Action Plan) 2010-2015. ມາຮອດປະຈຸບັນ ສົນທິສັນຍາສະບັບດັ່ງກ່າວມີປະເທດທີ່ເປັນພາຄີແລ້ວທັງຫມົດ 106 ປະເທດ ແລະ ອີກ 14 ປະເທດທີ່ລົງນາມແລ້ວ ແຕ່ຍັງບໍ່ທັນໄດ້ໃຫ້ສັດຕະຍາບັນ.

ຂ່າວຈາກ: ວິຊຸນ ວໍລະພົມ, ວິຊາການ

ກົມການຂ່າວ, ກະຊວງການຕ່າງປະເທດ

ພະແນກໂຄສະນາ ແລະ ປະຊາສຳພັນ