ໃນລະຫວ່າງວັນທີ 26-29 ກໍລະກົດ 2022 ທີ່ ເມືອງແປກ, ແຂວງຊຽງຂວາງ, ໄດ້ຈັດກອງປະຊຸມ ຄັ້ງທີ II ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ -ຫວຽດນາມ. ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ເປັນຫົວໜ້າຄະນະ ແລະ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ ນຳໂດຍ ສະຫາຍ ຫງ້ວຽນ ແອ໋ງ ຢຸ້ງ, ຮອງປະທານຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ເປັນຫົວໜ້າຄະນະ. ເຂົ້າຮ່ວມກອງປະ ຊຸມຄັ້ງນີ້ຍັງມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ຂອງສອງປະເທດ ແລະ ແຂວງຊຽງຂວາງ.
ກອງປະຊຸມໄດ້ສັງເກດຕີລາຄາຄືນຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະ 6 ເດືອນ ຕົ້ນປີ 2022, ໂດຍສະເພາະແມ່ນ ການຮ່ວມກັນລົງສໍາຫຼວດ ກວດກາ ແລະ ບູລະນະບັນດາຫຼັກໝາຍຊາຍແດນທີ່ເປ່ເພ, ການເຊາະເຈື່ອນຂອງຕາຝັ່ງ, ການເປີດ ແລະ ຍົກລະດັບດ່ານຊາຍແດນ ລາວ-ຫວຽດນາມ, ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບຕາມບໍລິ ເວນຊາຍແດນຂອງສອງປະເທດ, ເຫັນວ່າ ການປະຕິບັດວຽກງານ ໄດ້ຮັບໝາກຜົນມີປະສິດທິພາບດີສົມຄວນ, ສອງຝ່າຍໄດ້ເຮັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບ ຜິດຊອບສູງ, ເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍດີໂດຍພື້ນຖານ. ເຈົ້າໜ້າທີ່ຊາຍ ແດນນັບແຕ່ສູນກາງຫາທ້ອງຖິ່ນ ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ແລະ ທັງເປັນຜົນງານອັນໃຫຍ່ຫຼວງເຂົ້າໃນການສະເຫຼີມສະຫຼອງປີແຫ່ງສາມັກຄີມິດ ຕະພາບ ລາວ-ຫວຽດນາມ, ຫວຽດ ນາມ- ລາວ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (1962-2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ- ຫວຽດນາມ ຄົບຮອບ 45 ປີ(1977- 2022). ພ້ອມດຽວກັນນີ້, ຄະນະວິຊາ ການທັງສອງຝ່າຍກໍ່ໄດ້ຮ່ວມກັນປຶກສາຫາລື ວາງທິດທາງແຜນການຮ່ວມມືການຈັດຕັ້ງປະຕິບັດວຽກງານຊາຍແດນໃນ 6 ເດືອນທ້າຍປີ 2022, ສືບຕໍ່ລົງສໍາຫຼວດ ແລະ ບູລະນະສ້ອມແປງຫຼັກໝາຍຊາຍ ແດນທີ່ເປ່ເພໃຫ້ຄືນສູ່ສະພາບເດີມ, ນໍາສະເໜີລັດຖະບານທັງສອງປະເທດພິຈາ ລະນາຍົກລະດັບດ່ານຊາຍແດນ, ສົ່ງເສີມການຮ່ວມມືພັດທະນາເສດຖະກິດ ຂອງສອງຝ່າຍໃນບໍລິເວນຊາຍແດນ.
ນອກຈາກນັ້ນ, ກໍຍັງໄດ້ປຶກສາຫາລືກ່ຽວ ກັບ ແຜນການກະກຽມກອງປະຊຸມເຜີຍແຜ່ນິຕິກໍາທີ່ສໍາຄັນເປັນຕົ້ນແມ່ນ ສັນຍາວ່າດ້ວຍລະ ບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ 2016 ລະຫວ່າງ ສປປ ລາວ ແລະ ສສ ຫວຽດ ນາມ, ອານຸສັນຍາ ວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນປະເທດ ລະ ຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ບັນດາເຖົ້າແກ່ແນວໂຮມ, ນາຍບ້ານ ແລະ ປະຊາຊົນລຽບຊາຍແດນສອງຟາກ ລາວ-ຫວຽດນາມ ໃຫ້ຮັບຮູ້ຈະແຈ້ງ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຊາຍແດນ, ນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ຊຶ່ງກອງປະຊຸມດັ່ງກ່າວຄາດວ່າຈະໄດ້ຈັດຂຶ້ນໃນ ເດືອນຕຸລາ ປີ 2022, ທີ່ ແຂວງເຫງະອານ, ສສ ຫວຽດ ນາມ.
ກອງປະຊຸມໄດ້ຈັດຂື້ນ ໃນທ່າມກາງບັນ ຍາກາດອັນສະຫງ່າລາສີ ແຫ່ງສາຍພົວ ພັນມິດຕະພາບ, ຄວາມສາມາຄີແບບພິເສດ, ຖານເພື່ອນມິດສະຫາຍອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຮັບການເພີ່ມ ພູນຄູນສ້າງ ພ້ອມທັງຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງ
ກ້ວາງຢ່າງບໍ່ຢຸດຢັ້ງ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
Loading...