ກອງປະຊຸມຄົບຄະນະກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດປະຈໍາປີ 2022ອັດລົງ ດ້ວຍຜົນສໍາເລັດໃນຕອນເຊົ້າວັນທີ 18 ມັງກອນ 2022 ຢູ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ພາຍຫລັງດໍາເນີນມາເປັນເວລາ 1 ວັນເຄິ່ງ ໂດຍຈັດໃນຮູບເເບບເຊິ້ງຫນ້າ ເເລະວີ ດີໂອທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ສັນຍາ ປະເສີດ ຄະນະປະຈໍາ ປະທານກໍາມາທີການການຕ່າງປະເທດ ສະພາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມ ໂດຍທ່ານສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ທ່ານນາງສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານການຕ່າງປະເທດ ສະພາເເຫ່ງຊາດ,ມີ ບັນດາເອກອັກຄະລັດຖະທູດທີ່ປະຈໍາຢູ່ຕ່າງປະເທດບາງປະເທດ, ສະມາຊິກສະພາແຫ່ງຊາດທີ່ປະຈໍາຢູ່ກໍາມາທິການການຕ່າງປະເທດສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ຕະຫລອດໄລຍະດໍາເນີນກອງປະຊຸມເປັນເວລາ 1 ມື້ເຄີ່ງ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຮັບຟັງການລາຍງານບົດສະຫລຸບການເຄື່ອນໄຫວວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດຊຸດທີ9 ປະຈໍາປີ 2022 ເເລະ ທິດທາງເເຜນການປີ 2023, ຮັບການການລາຍງານການກະກຽມການເປັນເຈົ້າພາບຈັດກອງປະຊຸມລັດຖະສະພາຂອງ 3 ປະເທດກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1, ຮັບຟັງບົດລາຍງານການເຄື່ອນໄຫວວຽກງານການຕ່າງປະເທດຂອງລັດຖະບານປະຈໍາປີ 2022 ການຈັດຕັ້ງປະຕິບັດສົນທິສັນຍາ, ສັນຍາ ເເລະ ຂໍ້ຕົກລົງຕ່າງໆທີ່ລັດຖະບານລາວໄດ້ເຊັນກັບຕ່າງປະເທດ ບັນຫາພົ້ນເດັ່ນຂອງວຽກງານຊາຍເເດນ ວຽກງານຈຸດສຸມ, ວຽກງານສິດທິມະນຸດ ລວມເຖີງທິດທາງເເຜນການປີ 2023, ຮັບຟັງບົດລາຍງານຂອງການຊ່ວຍເຫລືອລ້າເພື່ອໄປພັດທະນາຢູ່ລາວປະຈໍາປີ 2022ເເລະເເຜນການປະຈໍາປີ 2023, ຮັບຟັງບົດລາຍງານກ່ຽວກັບສະພາບການພົ້ນເດັ່ນ ການພົວພັນຮ່ວມມືລາວ-ຫວຽດນາມປະຈໍາປີ 2022 ເເລະ ເເຜນການປະຈໍາປີ 2023, ກ່ຽວກັບສະພາບການພົ້ນເດັ່ນໃນການຮ່ວມມືລາວ-ຈີນປະຈໍາປີ 2022 ເເລະ ເເຜນການປະຈໍາປີ 2023, ບົດສະເຫນີກ່ຽວກັບໂຄງການທ່າບົກ-ທ່ານາເເລ້ງ ທີ່ເປັນໂຄງການຫນື່ງໃນການຈັດຕັ້ງຜົນຂະຫຍາຍນະໂຍບາຍເຊື່ອມໂຍງ-ເຊື່ອມຈອດ ຂອງລັດຖະບານລາວໄປສູ່ປະເທດຕ່າງໆ ລວມເຖີງວຽກງານສໍາຄັນຈໍານວນຫນື່ງ ຕື່ມອີກ.


ທ່ານ ສັນຍາ ປະເສີດ ຄະນະປະຈໍາ ປະທານກໍາມາທີການການຕ່າງປະເທດ ສະພາແຫ່ງຊາດໃນາມປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມ ພ້ອມທັງຮຽກຮ້ອງໃຫ້ຜູ້ເເທນທີ່ເຂົ້າຮ່ວມກອງປະຊຸມ ນໍາເອົາມະຕິຂອງກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງເອງ ໃຫ້ເກີດຜົນປະໂຫຍດສູງສຸດ.


ຕອນທ້າຍ ກອງປະຊຸມຜູ່ເຂົ້າຮ່ວມ ໄດ້ພິຈາລະນາຮັບຮອງເອົາມະຕິກອງປະຊຸມຄົບຄະນະຂອງກຳມາທິການການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຊຶ່ງໄດ້ເຫັນດີມອບໃຫ້ກໍາມາທິການການຕ່າງປະເທດ ຮ່ວມກັບກະຊວງທີ່ກ່ຽວຂ້ອງ ນໍາເອົາຜົນຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຕາມແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ຂອງຕົນຢ່າງເປັນເຈົ້າການ ໂດຍສະເພາະການປະຕິບັດພາລະບົດບາດທາງດ້ານນິຕິບັນຍັດ, ການຊຸກຍູ້ຕິດຕາມກວດກາການເຄື່ອນໄຫວວຽກງານໃນຂົງເຂດການຕ່າງປະເທດ, ເປັນເຈົ້າການໃນການຄົ້ນຄວ້າ, ເຂົ້າຮ່ວມກອງປະຊຸມ ພາຍໃນ-ສາກົນ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະ ເທດ ຂອງສະພາແຫ່ງຊາດ ກໍ່ຄື ສະພາປະຊາຊົນຂັ້ນແຂວງ. ພ້ອມນີ້, ກອງປະຊຸມຍັງໄດ້ມອບໃຫ້ຄະນະນຳ, ກໍາມະການກຳມາທິການການຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານການຕ່າງປະເທດ ໃນຂົງເຂດຄວາມຮັບຜິດຊອບຕົນ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນສໍາເລັດບາດກ້າວໃໝ່.
ຂ່າວ : ເດດອາລຸນ ແກ້ວວິໄລ
ພາບ : ດອກຈຳປີ