ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ເມືອງເງິນ ຄັ້ງທີ 6 ສະໄຫມ V ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 26 ສິງຫາ 2021 ນີ້ ຢູ່ທີ່ ເມືອງເງິນ ແຂວງ ໄຊຍະບູລີ. ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທະວິສັກ ໄຊຍະວົງ ວ່າການ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ, ເຂົ້າຮ່ວມເປັນກຽດ ມີສະຫາຍ ສຳລານ ສຸວັນນະໂຊດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄຊຍະບູລີ, ມີສະຫາຍຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ-ກົມກອງ,ອົງການ, ລັດວິສາຫະກິດ, ດ່ານສາກົນນ້ຳເງິນ, ນັກທຸລະກິດ,ຜູ້ປະກອບການ, ເລຂາໜ່ວຍພັກບ້ານ ພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມຈະໄດ້ສຸ່ມໃສ່ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາເນື້ອໃນຂອງ 2 ບົດສະຫຼຸບຄື: ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ເມືອງເງິນ ຄັ້ງທີ 5 ສະໄຫມ V ເຊີ່ງກວມເອົາຂອບເຂດໄລຍະເວລາ 3 ເດືອນ ແລະ ບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໃນໄລຍະ 6 ເດືອນຕົ້ນປີ 2021 , ຈະໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະ ໄໝທີ XI. ເຜີຍແຜ່ ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01 ແລະ ສະບັບເລກທີ 02 /ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກ ແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍ ການເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ. ຮັບຟັງການຜ່ານຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI.
ກອງປະຊຸມສະຫາຍຜູ້ແທນຈະໄດ້ພ້ອມກັນ ຄົ້ນຄວ້າ ພິຈາລະນາ ແລະ ປະກອບຄຳຄິດເຫັນ ໃສ່ຮ່າງຂອງ 2 ບົດສະຫຼຸບລາຍງານ ແລະ ຈະໄດ້ຮັບຟັງ ການມີຄຳເຫັນໂອ້ລົມ ແລະ ຊີ້ນຳຈາກສະຫາຍ ສຳລານ ສຸວັນນະໂຊດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄຊຍະບູລີ. ກອງປະຊຸມແມ່ນຈະໄດ້ດຳເນີນໄປເປັນເວລາ 1 ວັນເຄິ່ງຈຶ່ງຈະສຳເລັດ.
ພາບ+ຂ່າວໂດຍ: ອິນແປງ ແຫວນຄຳ