ໃນວັນທີ່ 26 ສິງຫາ 2021 ຢູ່ທີ່ສະໂມສອນຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ໄຂກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງທົ່ງມີໄຊ ຄັ້ງທີ 6 ສະໄໝທີ IV ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ໄຊດວງຕາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆ ທົ່ງມີໄຊ, ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ ເລຂາໜ່ວຍພັກ, ຫົວໜ້າຫ້ອງການອົງການກົມກອງອອ້ມຂ້າງເມືອງຕະຫຼອດຮອດນາຍບ້ານພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.ໃນວາລະກອງປະຊຸມຈະໄດ້ຮັບຟັງເນື້ອໃນເອກະສານສຳຄັນຄື:
- ມະຕິກອງປະຊຸມຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເຜີຍແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
- ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI
- ບົດແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ກ່ຽວກັບການຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ
- ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ແລະ ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນລາຍຮັບລາຍຈ່າຍງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ.
ນອກຈາກນີ້ ບັນດາສະຫາຍຜູ້ແທນກອງປະຊຸມຍັງຈະໄດ້ ປະກອບຄໍາເຫັນລົງເລິກວິເຄາະວິໄຈບັນຫາຄົງຄ້າງ, ທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.
ກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 2ວັນ ຈຶ່ງຈະສຳເລັດ.

