ກອງປະຊຸມ ຄົບຄະນະຄັ້ງທີ 7 ສະໄໝທີ IV ຂອງຄະນະບໍລິຫານງານພັກເມືອງ ທົ່ງມີໄຊ ແຂວງ ໄຊຍະບູລີ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 14 ມີນາ 2022, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ໄຊດວງຕາ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ທົ່ງມີໄຊ, ເຂົ້າຮ່ວມເປັນກຽດມີ ສະຫາຍພົງສະຫວັນສິດທະວົງກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງໄຊຍະບູລີພ້ອມດ້ວຍທີມງານ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ລັດວິສາຫະກິດ ແລະ ເລຂາພັກບ້ານທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງການລາຍງານການຊີ້ນໍາ-ນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2021 ແລະແຜນວຽກຈຸດສຸມ 2022, ຮັບຟັງການສະຫຼຸບວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນປະຈຳປີ 2021, ຮັບຟັງການຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ ( ສະໄໝທີ IV ) ໃນໄລຍະ 1 ປີຜ່ານມາ, ຈາກນັ້ນຈະໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນເພື່ອຊອກໃຫ້ເຫັນດ້ານດີທີ່ຕັ້ງໜ້າພ້ອມກັນຊຸກຍູ້-ສົ່ງເສີມດ້ານອ່ອນ, ຂໍ້ຄົງຄ້າງທີ່ຜ່ານມາເພື່ອພ້ອມກັນຊອກຫາວິທີແກ້ໄຂເຮັດໃຫ້ເມືອງມີການພັດທະນາດີຂຶ້ນ, ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ, ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມເປັນລະບຽບຮຽບຮ້ອຍແລະມີຄວາມສະຫງົບໄດ້ໂດຍພື້ນຖານ, ພ້ອມດຽວກັນຈະໄດ້ດໍາເນີນຊີວິດການເມືອງ, ຜ່ານໃບສໍາຫຼວດກວດກາຂອງສະຫາຍເລຂາ, ຮອງເລຂາພັກເມືອງ, ແນໃສ່ເຮັດໃຫ້ການດຳເນີນຊີວິດການເມືອງພາຍໃນພັກເພື່ອປັບປຸງປົວແປງທາງດ້ານການເມືອງແນວຄິດ, ການຈັດຕັ້ງ, ແບບແຜນການນຳພາແລະວິທີເຮັດວຽກ, ແກ້ໄຂທັດສະນະແນວຄິດ, ການປະພຶດທີ່ບໍ່ຖືກຕ້ອງຂອງຄະນະພັກແຕ່ລະຂັ້ນ, ແນໃສ່ເພີ່ມທະວີປັບປຸງບົດບາດ ແລະ ຄວາມສາມາດກຳອຳນາດຂອງພັກໃຫ້ສູງຂຶ້ນເລື້ອຍໆ ແລະ ເພີ້ມທະວີຄວາມສາມັກຄີພາຍໃນພັກ, ເຊີດຊູກຳລັງແຮງຂອງພັກໃນການນຳພາຢູ່ທຸກຂົງເຂດວຽກງານ ແກ້ໄຂສະພາບປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວສະມາຊິກພັກ-ພະນັກງານ ເພື່ອສ້າງບາດກ້າວໃໝ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ກອງປະຊຸມດັ່ງກ່າວຍັງຈະໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາພັກແຂວງ ແລະ ຈະໄດ້ດໍາເນີນໄປເປັນເວລາ 3 ວັນຈຶ່ງຈະສໍາເລັດ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ


