ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຄົບຄະນະບໍລິ ຫານງານພັກແຂວງ ຈຳປາສັກຄັ້ງທີ 7 ສະໄໝທີ VIII ໄຂຂຶ້ນຢ່າງເປັນທາງການ ໃນ ວັນທີ 20 ເມສາ 2022, ທີ່ສະໂມສອນແຂວງຈຳປາສັກ. ໂດຍການເປັນປະທານ ຂອງ ສະຫາຍ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ,ມີສະຫາຍຮອງເລຂາພັກແຂວງ ຄະນະປະຈຳພັກແຂວງ,ກຳມະການພັກແຂວງ,ເລຂາພັກນະຄອນ,ເຈົ້ານະຄອນປາກເຊ, ເລຂາພັກເມືອງ 9 ເມືອງ,ເລຂາຄະນະພັກຮາກ ຖານຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ ເຂົ້າ ຮ່ວມ.
ສະຫາຍ ວິໄລວົງ ບຸດດາຄໍາ ເລຂາຄະນະບໍລິຫານງານພັກແຂວງ ຈຳປາສັກ ໄດ້ມີຄຳເຫັນກ່າວໄຂກອງປະຊຸມວ່າ:
ກອງປະຊຸມ ຄົບຄະນະໃນຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 2 ວັນ (20-21 ເມສາ 2022) ເຊິງພວກເຮົາຈະໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ VIII, ໂດຍສະເພາະແມ່ນ ການນຳພາ-ຊີ້ນຳ ວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 3 ເດືອນ ຕົ້ນປີ 2022 ທີ່ຜ່ານມາ ແລະ ຄົ້ນຄວ້າ ປະກອບຄຳຄິດຄຳເຫັນ ຕໍ່ທິດທາງ ວຽກງານຈຸດສຸມໃນ 3 ເດືອນ ງວດທີ 2 ປີ 2022.
ການນຳພາວຽກງານຄຸ້ມຄອງຊາຍແດນ, ການແກ້ໄຂສະພາບ ການລັກລອບຂ້າມ ແດນ ຕາມບໍລິເວນຊາຍແດນ ລາວ-ໄທ, ລາວ-ກຳປູເຈຍ, ການນຳພາຈັດຕັ້ງຫັດ ແອບຊ້ອມຮົບໃຫ້ກຳລັງປະກອບອາວຸດທ້ອງຖິ່ນ (ສ້າງທາສະໜາມສູ້ຮົບປ້ອງກັນ ບໍລິເວນເມືອງ) ແລະ ການກະກຽມການສະເຫຼີມ ສະຫຼອງວັນສ້າງຕັ້ງກອງບັນຊາ ການທະຫານແຂວງ ຄົບ ຮອບ 60 ປີ.
ການນຳພາຈັດຕັ້ງປະຕິບັດ ວາ ລະແຫ່ງຊາດ ແລະ ວາລະຂອງແຂວງ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 3 ເດືອນຕົ້ນປີ ແລະ ທິດທາງ ແຜນການ 3 ເດືອນງວດທີ 2 ປີ 2022;
ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ຕິດພັນ ການ ຈັດ ຕັ້ງປະຕິບັດວາລະແຫ່ງຊາດ ແລະ ວາລະຂອງແຂວງ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະ ກິດ- ການເງິນ ໃນ 3 ເດືອນຕົ້ນປີ ແລະ ທິດທາງ ແຜນ ການ 3 ເດືອນ ງວດທີ 2 ປີ 2022
ການນໍາພາຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນ 3 ເດືອນຕົ້ນປີ ແລະ ທິດ ທາງແຜນການ 3 ເດືອນ ງວດທີ 2 ປີ 2022;
ການນຳພາສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແລະ ວຽກ ງານພັດທະນາ ຊົນນະບົດ ໃນ 3 ເດືອນຕົ້ນປີ ແລະ ທິດທາງ 3 ເດືອນ ງວດທີ 2 ປີ 2022;
ການນໍາພາການຈັດຕັ້ງປະຕິບັດແຜນພັດທະນາພື້ນຖານໂຄງລ່າງ ຊຸກຍູ້ການ ພັດທະນາເສດຖະ ກິດ-ສັງຄົມ, ຕິດພັນການຄຸ້ມຄອງນຳໃຊ້ກອງທຶນບູລະນະທາງ; ວຽກງານຄຸ້ມຄອງ ແລະ ພັດ ທະນາທ່າບົກວັງເຕົ່າໃນ 3 ເດືອນ ຕົ້ນປີ ແລະ ທິດ ທາງແຜນການ 3 ເດືອນ ງວດທີ 2 ປີ 2022;
ແລະວຽກງານສຳຄັນອື່ນໆອີກ.
ໃນໄລຍະ 3 ເດືອນ ຕົ້ນປີ 2022 ຄະນະພັກ, ອົງການປົກຄອງແຂວງ ໄດ້ນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງ ຄົມ ຕິດພັນກັບການປະຕິບັດມາດຕະການອັນຈຳເປັນ ຕາມວາລະແຫ່ງຊາດ ແລະ ວາລະຂອງແຂວງ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ- ການເງິນຢ່າງຕັ້ງໜ້າ ເຮັັດໃຫ້ເສດຖະກິດຂອງແຂວງ ມີທ່ວງທ່າຂະຫຍາຍຕົວດີຂຶ້ນ ລວມຍອດມູນຄ່າການຜະລິດຕະພັນພາຍໃນ GDP ປະຕິບັດໄດ້ 7.034,4 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 29,7%, ສະເລັ່ຍຕໍ່ຫົວຄົນໄດ້ 799 ໂດລາສະຫະລັດຕໍ່ຄົນ ຫຼືເທົ່າ 9,14 ລ້ານກີບຕໍ່ຄົນ,ການພັດທະນາພື້ນຖານໂຄງລ່າງລະບົບເສັ້ນທາງຕ່າງໆ, ການຂະຫຍາຍຕາໜ່າງໄຟຟ້າ, ນໍ້າປະປາ ເພື່ອຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ, ກໍ່ສ້າງ ແລະ ຂະຫຍາຍຢ່າງຕໍ່ເນື່ອງ; ອັນພົ້ນເດັ່ນ ມາຮອດປັດຈຸບັນ ທົ່ວແຂວງໄດ້ມີໄຟຟ້າຊົມໃຊ້ກວມ 641 ບ້ານ ເທົ່າກັບ 100%;
ຂ່າວ;ພາບ: ເກດສະໜາ