ກອງປະຊຸມຊຸກຍູ້ວຽກງານເຂດແດນເຊື່ອມຕໍ່ ລະຫວ່າງ ກະຊວງພາຍໃນ ແລະ ແຂວງຫຼວງພະບາງ ໄດ້ຈັດຂື້ນ ວັນທີ 7 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະ ມົນຕີກະຊວງພາຍໃນ ເຂົ້າຮ່ວມມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງໆຫຼວງພະບາງ ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ ຈາກກະຊວງພາຍໃນ, ບັນດາຫົວໜ້າພະແນກ-ຮອງຫົວໜ້າພະແນກ ທີ່ຢູ່ໃນຄະນະຮັບຜິດຊອບແກ້ໄຂບັນຫາເຂດແດນເຊື່ອມຕໍ່ຂອງແຂວງຫຼວງພະບາງ ພ້ອມດ້ວຍພະນັກງານວິຊາການຂອງກະຊວງພາຍໃນ ແລະ ພະແນກພາຍໃນແຂວງຫຼວງພະບາງ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານສະພາບການແກ້ໄຂບັນຫາເຂດແດນເຊື່ອມຕໍ່ຂອງແຂວງຫຼວງພະບາງ ກັບບັນດາແຂວງອ້ອມຂ້າງທີ່ມີເຂດແດນເຊື່ອມຕໍ່ຕິດຈອດກັບແຂວງຫຼວງພະບາງ ແລະ ໄດ້ຮັບຟັງການລາຍງານຜົນກອງປະຊຸມວິຊາການວຽກງານເຂດແດນເຊື່ອມຕໍ່ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 7 ມິຖຸນາ 2022 ໂດຍມີ 3 ພາກສ່ວນເຂົ້າຮ່ວມ ຄື: ກົມແຜນທີ່ແຫ່ງຊາດ, ກົມການປົກຄອງທ້ອງຖິ່ນ ແລະ ພະແນກພາຍໃນແຂວງຫຼວງພະບາງ ເຊິ່ງກອງປະຊຸມວິຊາການດັ່ງກ່າວ ໄດ້ລາຍງານສະພາບບັນຫາເຂດແດນເຊື່ອມຕໍ່ລະຫວ່າງແຂວງຫຼວງພະບາງ ກັບບັນດາແຂວງອ້ອມຂ້າງ ທີ່ມີເຂດແດນຕິດຈອດກັນ, ໄດ້ມີການປຶກສາຫາລືຂັ້ນວີຊາການ ເພື່ອຊອກຫາວິທີແກ້ໄຂວຽກງານເຂດແດນເຊື່ອມຕໍ່ ໃນຈຳນວນ 07 ເສັ້ນເຂດແດນເຊື່ອມຕໍ່ໃນທົ່ວແຂວງ ແລະ ເກັບກຳຂໍ້ມູນໃນຈຸດທີ່ແຂວງຫຼວງພະບາງ ຢຶດຖື ແລະ ມີຈຸດຢືນ ຢາກຮັກສາໃນການແກ້ໄຂໃຫ້ສຳເລັດໃນຕໍ່ໜ້າ ເພື່ອເປັນຂໍ້ມູນໃຫ້ ກະຊວງພາຍໃນ ໄດ້ສັງລວມບັນຫາເຂດແດນເຊື່ອມຕໍ່ທັງໝົດຂອງແຂວງຫຼວງພະບາງ ພິຈາລະນາແກ້ໄຂຕໍ່ໜ້າ.
ແຂວງຫຼວງພະບາງ ເປັນແຂວງທີ່ມີເສັ້ນເຂດແດນເຊື່ອມຕໍ່ຕິດຈອດກັບບັນດາແຂວງພາກເໜືອຫຼາຍເສັ້ນກວ່າແຂວງອື່ນ (ທັງໝົດ 7 ເສັ້ນ) ຊຶ່ງຕ້ອງໄດ້ອອກແຮງ ສູ້ຊົນແກ້ໄຂໃຫ້ສຳເລັດຕາມຄາດໝາຍທີ່ລັດຖະບານວາງອອກ ເພື່ອເປັນທິດທາງໃນການແກ້ໄຂວຽກງານເຂດແດນເຊື່ອມຕໍ່ ຂອງແຂວງຫຼວງພະບາງໃນຕໍ່ໜ້າ ກອງປະຊຸມໄດ້ມີການປຶກສາຫາລື ວາງແຜນຮ່ວມກັນໃນຕໍ່ໜ້າ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ເນັ້ນໃຫ້ແຂວງຫຼວງພະບາງ ເອົາໃຈໃສ່ສູ້ຊົນ ແລະ ຮີບຮ້ອນແກ້ໄຂວຽກງານເຂດແດນເຊື່ອມຕໍ່ຂອງແຂວງຫຼວງພະບາງໃຫ້ສຳເລັດໂດຍໄວ, ຖ້າເສັ້ນໃດຫາກສອງແຂວງບໍ່ສາມາດແກ້ໄຂໄດ້ ໃຫ້ຮີບຮ້ອນສະເໜີຫາ ກະຊວງພາຍໃນ ເພື່ອເປັນໃຈກາງໃນການແກ້ໄຂໃຫ້ສຳເລັດຕາມຄາດໝາຍທີ່ລັດຖະບານກຳນົດໄວ້.
Loading...