ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ກອງປະຊຸມຕົວແທນເດັກທົ່ວປະເທດ ເພື່ອກະກຽມຕົວແທນເດັກ ເຂົ້າຮ່ວມກອປະຊຸມລະດັບສູງ ທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປ ລາວ ໃນໂອກາດວັນຄົບຮອບ 34 ປີຂອງສົນທິສັນຍາ ວ່າດ້ວຍ ສິດທິເດັກ ຫຼື ວັນເດັກໂລກຈັດຂື້ນໃນວັນທີ 18-20 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດ,ນະຄອນຫຼວງວຽງຈັນ.  ມີ ທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການຄະນະ​ກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ( ຄຊກມດ),  ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈຳລາວ , ເອກອັກຄະລັດຖະທູດອົດສະຕຼາລີ ປະຈຳ ລາວ, ຜູ້ຕາງໜ້າອົງການຄອຍກາ ປະຈຳ ລາວ, ຜູ້ນຳພາ ແລະ ຕົວແທນເດັກຈາກ 18 ແຂວງທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈໍາລາວ

ໃນກອງປະຊຸມທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈໍາລາວ ມີຄໍາເຫັນວ່າ :  ພວກເຮົາມາເຕົ້າໂຮມກັນມື້ນີ້ ເປັນການສະແດງພະລັງສຽງຂອງເດັກ ແລະ ໄວໜຸ່ມ ໂດຍຕົວແທນເດັກລາວທົ່ວປະເທດ ໃນໂອກາດສະເຫຼີມສະຫຼອງວັນເດັກໂລກ, ສະເຫຼີມສະຫຼອງຄົບຮອບ 50 ປີ ການພົວພັນຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການຢູນິເຊັບປະຈໍາ ສປປ ລາວ, ຕະຫຼອດ3ວັນຕົວແທນເດັກທົ່ວປະເທດທີ່ເຂົາຮ່ວມຈະໄດ້ພ້ອມກັນສະແດງຄຳຄິດຄໍາເຫັນຂອງຕົນເອງ, ນໍາສະເໜີບັນຫາທີ່ເກີດຂື້ນຕໍ່ກັບຫົວຂໍ້, ສະເໜີແນວຄິດ ແລະ ວິທີການແກ້ໄຂບັນຫາເຫຼົ່ານີ້ ເພື່ອເປັນການປູເສັ້ນທາງໄປສູ່ອານາຄົດທີ່ດີ ຂອງ ເດັກ ແລະ ໄວໜຸ່ມໃນ ສປປ ລາວ.

ທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການຄະນະ​ກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ

ຈາກນັ້ນ ທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການຄະນະ​ກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກ່າວວ່າ “ ກອງປະຊຸມຄັ້ງນີ້ຈັດຂຶ້ນໃນໄລຍະກອງປະຊຸມຄົບຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ປະຈໍາປີ 2023, ໃນໂອກາດສະເຫຼີມສະຫຼອງວັນສົນທິສັນຍາ ວ່າດ້ວຍ ສິດທິເດັກ ຫຼື ວັນເດັກໂລກ ຄົບຮອບ 34 ປີ.  ພິເສດແມ່ນໃນໂອກາດສະເຫຼີມສະຫຼອງຄົບຮອບ 50 ປີ ການພົວພັນຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການຢູນິເຊັບປະຈໍາ ສປປ ລາວ ພາຍໃຕ້ຄໍາຂັວນ “ການລົງທຶນໃນອານາຄົດ ຄືການລົງທຶນໃສ່ເດັກ”

ລັດຖະບານ ກໍຄືຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່, ແມ່ ແລະ ເດັກ ຈຶ່ງໄດ້ຊຸກຍູ້ສົ່ງເສີມ, ສະໜັບສະໜູນ ແລະ ສ້າງເວທີໃຫ້ເດັກໄດ້ປະກອບຄໍາຄິດຄໍາເຫັນ ແລະ ການສະແດງທັດສະນະຂອງຕົນ ເພື່ອໃຫ້ການນໍາ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ຮັບຮູ້-ຮັບຟັງບັນຫາກ່ຽວຂ້ອງກັບສິດ, ຜົນປະໂຫຍດ ແລະ ຜົນກະທົບທີ່ເຫັນໄດ້ໃນເວທີລະດັບອາຊຽນ ກໍຄືເວທີເດັກອາຊຽນ ຊຶ່ງຈັດຂື້ນທຸກໆສອງປີ, ເວທີເດັກລາວ, ເວທີເດັກຢູ່ຂັ້ນແຂວງ, ເມືອງ ແລະ ລະດັບ ຊຸມຊົນ, ເຊິ່ງໃນປີ 2024 ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ໃນນັ້ນ ມີກອງປະຊຸມສໍາຄັນທີ່ກ່ຽວຂ້ອງເດັກ ແມ່ນເວທີເດັກອາຊຽນຄັ້ງທີ 8 ແລະ ກອງປະຊຸມ ໄອຊີທີອາຊຽນ ໃນການປົກ ປ້ອງເດັກທາງອອນລາຍ.

ໃນກອງປະຊຸມຄັ້ງນີ້ຕົວແທນເດັກຈາກ 18 ແຂວງ ຍັງໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ວາງແຜນ ແລະ ຫາທາງແກ້ໄຂຕໍ່ບັນຫາພົ້ນເດັ່ນທີ່ເດັກພວມຜະເຊີນໜ້າຢູ່ໃນປະຈຸບັນ ໂດຍສະເພາະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕໍ່ເດັກ; ຜົນກະທົບຈາກການແຕ່ງດອງກ່ອນໄວ ແລະ ການຖືພາຂອງເດັກ ແລະ ການປົກປ້ອງເດັກຈາກສື່ອອນລາຍ, ເພື່ອໃຫ້ຕົວແທນເດັກທີ່ພົ້ນເດັ່ນໃນ 18 ແຂວງ ເປັນຕົວແທນນໍາສະເໜີຜົນການຄົ້ນຄວ້າ ໃນ 03 ຫົວຂໍ້ຕໍ່ການນໍາ ໃນກອງປະຊຸມລະດັບສູງ ທົບທວນການຈັດຕັ້ງປະຕິບັດວຽກງານສິດທິເດັກ ຢູ່ ສປປ ລາວ.

ເດັກໃນມື້ນີ້ຄືຜູ້ໃຫຍ່ໃນມື້ໜ້າ ເດັກຄືອານາຄົດ , ເປັນກະດູກສັນຫຼັງ ແລະ ເປັນຜູ້ກຳຊະຕາກໍາໃນອະນາຄົດຂອງປະເທດຊາດ ໂດຍເຫັນໄດ້ ຄວາມສໍາຄັນຂອງເດັກ. ພັກ ແລະ ລັດເຮົາ ຍາມໃດກໍ່ຖືສໍາຄັນ ແລະ ເອົາໃຈໃສ່ໃນການ ສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເດັກ, ການມີສ່ວນຮ່ວມ ແລະ ໄດ້ຮັບໂອກາດການພັດທະນາໃນດ້ານຕ່າງໆ ຕາມສີ່ສິດພື້ນຖານຂອງເດັກ ສະແດງອອກ ຢ່າງຈະແຈ້ງໃນແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ. ເພື່ອຮັບປະກັນໃຫ້ແນວທາງນະໂຍບາຍຂອງ ພັກກ່ຽວກັບການສົ່ງເສີມປົກປ້ອງສິດທິ ເດັກໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.

ພັກ ແລະ ລັດຈຶ່ງໄດ້ມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ ຄະນະ​ກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ເພື່ອຈັດຕັງປະຕິບັດ ວຽກງານນີ້ ຕາມພາລະ ບົດບາດ ໂດຍມີແຜນດຳເນີນງານ, ແຜນງານ, ໂຄງການ ແລະ ກິດຈະກໍາຕ່າງໆ ອັນລະອຽດ ແນໃສ່ຮັບປະກັນສິດທິຂັ້ນພື້ນຖານຂອງເດັກ ທັງສ້າງເງື່ອນໄຂໃຫ້ເດັກ ໄດ້ຮັບການປົກປ້ອງ ແລະ ພັດທະນາຢ່າງຮອບດ້ານເພື່ອເຮັດໃຫ້ເດັກໃນມື້ນີ້ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ່ໃນ​ ອະນາ​ຄົດ.

ພາບ: ນິລັນ  / ຂ່າວ: ພ.ບົວທອງ