ລະຫວ່າງວັນທີ່ 10-11 ກຸມພາ 2022 ກະຊວງພາຍໃນ ໄດ້ເປີດກອງປະຊຸມຖ່າຍທອດເສັ້ນເຂດແດນເຊື່ອມຕໍ່ລະຫວ່າງ ແຂວງໄຊສົມບູນ ກັບ ແຂວງຫຼວງພະບາງ, ແຂວງໄຊສົມບູນ ກັບ ແຂວງວຽງຈັນ ແລະ ກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ລະຫວ່າງ ແຂວງວຽງຈັນ ກັບ ແຂວງບໍລິຄໍາໄຊ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ ທອງຈັນ ມະນີໄຊF ລັດຖະມົນ ຕີກະຊວງພາຍໃນ, ມີຄະນະຮັບຜິດຊອບແກ້ໄຂເຂດແດນເຊື່ອມຕໍ່ຂອງກະຊວງພາຍໃນ ແລະ 4 ແຂວງ ປະກອບມີ ທ່ານ ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ, ທ່ານເຈົ້າເມືອງ, ຫົວໜ້າ-ຮອງຫົວພະແນກພາຍໃນ, ຫົວໜ້າຫ້ອງການພາຍໃນເມືອງ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 54 ທ່ານ.
ກອງປະຊູມໃນຄັ້ງນີ້ ແມ່ນປະຕິບັດຕາມຜົນຂອງກອງປະຊຸມ ການກໍານົດເຂດແດນເຊື່ອມຕໍ່ລະຫວ່າງແຂວງໄຊສົມບູນ ກັບ ແຂວງວຽງຈັນ ແລະ ແຂວງໄຊສົມບູນ ກັບ ແຂວງຫຼວງພະບາງ ແລະ ແຂວງໄຊສົມບູນ ກັບ ແຂວງບໍລິຄຳໄຊ ຄັ້ງວັນທີ່ 2 ກຸມພາ 2021 ທີ່ຜ່ານມາ ໂດຍ ໄດ້ມີການປຶກສາຫາລື ແລະ ຖ່າຍທອດເສັ້ນເຂດແດນເຊື່ອມຕໍ່ລະຫວ່າງ ແຂວງໄຊສົມບູນ ກັບ ແຂວງຫຼວງພະບາງ, ແຂວງໄຊສົມບູນ ກັບ ແຂວງວຽງຈັນ ແລະ ກວດກາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ລະຫວ່າງ ແຂວງວຽງຈັນ ກັບ ແຂວງບໍລິຄໍາໄຊ.
ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ຫຼາຍບັນຫາໂດຍໄດ້ຍົກເອົາບາງບັນຫາ, ບາງຈຸດ ມາພິຈາລະນາ ແລະ ເປັນເອກະພາບກັນດັ່ງນີ້: ໄດ້ພ້ອມກັນຄົ້ນຄວ້າຈຸດຄົບເສັ້ນເຂດແດນເຊື່ອມຕໍ່ ຢູ່ 2 ຈຸດຄື: ຈຸດຄົບ(ຈຸດເຊື່ອມຕໍ່) ແຂວງໄຊສົມບູນ-ຫຼວງພະບາງ-ວຽງຈັນ ແມ່ນໄດ້ເຫັນດີເປັນເອກະພາບ ກຳນົດເອົາຢູ່ຈຸດ ຈອມພູມາຢາ, ໄດ້ຕົກລົງເປັນເອກະພາບກໍານົດຈຸດຄົບ ຢູ່ຈຸດສູງ 882 ເຊິ່ງເປັນຈຸດຄົບ ແຂວງໄຊສົມບູນ-ວຽງຈັນ-ບໍລິຄຳໄຊ. ພ້ອມນັ້ນ, ກໍ່ໄດ້ພັນລະນາເຂດແດນເຊື່ອມຕໍ່ລະຫວ່າງ ແຂວງໄຊສົມບູນ ກັບ ແຂວງຫຼວງພະບາງ, ແຂວງໄຊສົມບູນ ກັບ ແຂວງວຽງຈັນ, ກວດກາ ແລະ ພັນລະນາທິດເນັ່ງເສັ້ນເຂດແດນເຊື່ອມຕໍ່ລະຫວ່າງ ແຂວງວຽງຈັນ ກັບ ແຂວງບໍລິຄໍາໄຊ.
ໃນຕອນທ້າຍກໍ່ໄດ້ພ້ອມກັນຖ່າຍທອດເສັ້ນເຂດແດນເຊື່ອມຕໍ່ ລົງໃນແຜນທີ່ພູມສັນຖານ ມາດຕາສ່ວນ 1:100.000 ແລະ ໄດ້ມີພິທີເຊັນບົດບັນທຶກຮ່ວມກັນ ເພື່ອເປັນຫລັກຖານ ແລະ ຂໍ້ມູນໃຫ້ແກ່ການຈັດຕັ້ງປະຕິບັດ ໃນຕໍ່ໜ້າ.

