ວັນທີ 21ມິຖຸນາ 2021 ນີ້, ຄະນະຜູ້ແທນກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ຫຼວງນ້ຳທາ ແລະ ຄະນະຜູ້ແທນຈາກ 4 ຝ່າຍລາວ, ຈີນ, ໄທ ແລະ ມຽນມາ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ແລກ ປ່ຽນສະພາບກ່ຽວກັບການລາດຕະເວນທາງນ້ຳ ຂອງ 4 ປະເທດ. ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ຢວນຢ່າພິງ ຫົວໜ້າກອງບັນຊາການຕຳຫຼວດລາດ ຕະເວນທາງນໍ້າ ແຂວງຢວນນານ ສປຈີນ.
ໃນກອງປະຊຸມບັນດາຫົວໜ້າຄະນະຜູ້ແທນແຕ່ລະປະເທດໄດ້ຜັດປ່ຽນກັນຂື້ນລາຍ ງານສະພາບພາຍໃນແຂວງຂອງຕົນເຊິງຍົກໃຫ້ເຫັນຫຼາຍບັນຫາທີ່ເກີດຂື້້ນເປັນຕົ້ນແມ່ນການຍຶດສານເສບຕິດ ແລະ ຈັບກຸ່ມຄົນລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍໄດ້ຫຼາຍກໍລະນີ້ ນັ້ນກໍ່ເນື່ອງມາຈາກການພົວພັນແລກປ່ຽນຂໍ້ມູນຂ່າວ ສານຂອງ 4 ຝ່າຍໃນການຮວມມືປົກປັກຮັກສາຊາຍແດນເປັນຕົ້ນແມ່ນການຮ່ວມ ມືກັນໃນການປະຕິບັດສັນຍາວ່າດ້ວຍການ ລາດຕະເວນຮ່ວມທາງນໍ້າ ຂອງ 4 ປະເທດ ໃນການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ, ການກໍ່ອາດສະຍາກຳຂ້າມຊາດ ແລະ ການແຜ່ລະບາດຂອງ ພະຍາດ ໂຄວິດ-19 ທີ່ເປັນບັນຫາຂອງຫຼາຍໆປະເທດໃຫ້ຄວາມສຳ ຄັນ ເນື່ອງຈາກວ່າການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດ ຖະກິດ-ສັງ ຄົມ, ລວມທັງການສູນເສຍຊີວິດຂອງມວນມະນຸດຢ່າງຫຼວງຫຼາຍ ເຊິ່ງມາເຖິງປັດຈຸບັນເຖິງວ່າຈະມີຢາວັກຊີນຕ້ານພະຍາດໂຄວິດ-19 ຫຼາຍຊະນິດໄດ້ຖືກຜະ ລິດ ແລະ ຫຼາຍປະເທດ ກໍໄດ້ເລີ່ມຕົ້ນນຳໃຊ້ແລ້ວ, ແຕ່ຕົວເລກຂອງຜູ້ຕິດເຊື້ອ ແລະ ເສຍຊີວິດຍັງມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນອກຈາກບັນຫາດັ່ງກ່າວແລ້ວ, ກອງປະຊຸມຍັງໄດ້ເອກະພາບກ່ຽວກັບທິດທາງ ແຜນການທີ 4 ຝ່າຍຈະໄດ້ສືບ ຕໍ່ຮ່ວມມືກັນໃນຕ່ໍໜ້າເປັນຕົ້ນ: ການກຽມຄວາມພ້ອມໃນການລາດຕະ ເວນຮ່ວມກັນຄັ້ງທີ 106 ທີ່ຈະມາເຖິງນີ້, ການຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 4 ປະເທດໃຫ້ນັບມື້ກ້າວເຂົ້າສູ່ລວງເລິກເພື່ອພ້ອມກັນເຮັດສໍາເລັດໜ້າທີ່ ພ້ອມກັນສ້າງຊາຍແດນ ລາວ-ຈີນ -ໄທ-ມຽນມາ ໃຫ້ເປັນຊາຍແດນສັນຕິ ພາບ, ມິດຕະພາບ ແລະ ຮ່ວມມືພັດ ທະນາ ຮອບດ້ານ; ພ້ອມກັນນັ້ນ 4 ຝ່າຍຈະໄດ້ແລກປ່ຽນສະພາບ ເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ.
ໂດຍ: ສົມໄຊ ສີລາຈັນ.
Loading...