ໃນວັນທີ 24 ພະຈິກ 2020, ຄະນະຜູ້ແທນກະຊວປ້ອງກັນ ປະເທດ ນຳໂດຍ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຜູ້ບັນຊາການທະຫານບົກອາ ຊຽນ ຄັ້ງທີ 21 ພາຍໃຕ້ການເປັນ ປະທານຂອງ ພົນຈັດຕະ ວາ ຮາຈິ ມູຮາມັດ ຮັດໄຊມິ ບິນ ໂບ ຮັດຊັນ ຜູ້ບັນຊາການທະຫານບົກບຣູໄນ, ພາຍໃຕ້ຄໍາຂວັນ “ຄວາມເປັນໜຶ່ງດຽວ ແລະ ການຮັບມືຂອງທະຫານອາຊຽນເພື່ອຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງຂອງພາກພື້ນ ໂດຍປະຕິບັດຕາມການດໍາລົງຊີ ວິດໃນຮູບແບບໃໝ່ ຈາກການ ແຜ່ລະບາດຂອງພະຍາດໂຄວິດ- 19”.
ກອງປະຊຸມ ໄດ້ຮ່ວມກັນ ແລກປ່ຽປະສົບການ,ບົດຮຽນ
ແລະ ການປະຕິບັດທີ່ດີຂອງກອງທັບບົກບັນດາປະເທດສະມາຊິກ ອາຊຽນ, ເຊິ່ງມີບົດບາດສຳຄັນ ໃນການປະກອບສ່ວນເຂົ້າໃນ ວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ຮັບມືການແຜ່ລະ ບາດຂອງພະຍາດໂຄວິດ-19 ຂອງລັດຖະບານ ໂດຍສະເພາະ ແມ່ນ ການສະໜັບສະໜູນທາງ ດ້ານບຸກຄະລາກອນ, ອຸປະກອນ ການແພດ, ໂຮງໝໍທະຫານ, ສູນ ຈຳກັດບໍລິເວນ, ຫ້ອງທົດລອງ ແລະ ອື່ນໆ.
ນອກຈາກນັ້ນ, ກອງປະຊຸມ ຍັງຍົກບັນຫາຄວາມໝັ້ນ ຄົງທີ່ບໍ່ແມ່ນທາງການທະຫານ ອື່ນໆຂຶ້ນມາແລກປ່ຽນເປັນຕົ້ນ ແມ່ນການກໍ່ການຮ້າຍ, ຄວາມ ໝັ້ນຄົງທາງລະບົບຄອມພິວເຕີ ແລະ ຄວາມໝັ້ນຄົງທາງທະເລທີ່ຍັງສືບຕໍ່ເປັນສິ່ງທ້າ ທາຍຕໍ່ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ທ່າມກາງການແຜ່ລະບາດຂອງ ພະຍາດ ໂຄວິດ-19. ພ້ອມນີ້, ຍັງໄດ້ຕີລາຄາສູງຕໍ່ຄວາມພະຍາ ຍາມຂອງອາຊຽນ ໃນການສືບ ຕໍ່ການຮ່ວມມື, ແລກປ່ຽນຂໍ້ມູນ ຂ່າວສານ, ບົດຮຽນ ແລະ ປະສົບການ ໂດຍຜ່ານການຈັດຕັ້ງກອງ ປະຊຸມສຳມະນາ, ການເຝິກອົບ ຮົມ ແລະ ການເຝິກຊ້ອມຕ່າງໆ ເພື່ອເສີມສ້າງຂີດຄວາມສາມາດ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ພະຍາດລະບາດໂຄ ວິດ-19 ແລະ ພະຍາດລະບາດ ອື່ນໆໃນອະນາຄົດ.
ໃນໂອກາດນີ້, ພົນຕີ ຈັນທອງ ສອນຕະອາດ ກໍໄດ້ປະກອບຄໍາເຫັນ ໂດຍໄດ້ຕີລາຄາສູງຕໍ່ ການເປັນປະທານກອງປະຊຸມ ຂອງກອງທັບບົກບຣູໄນ ໃນຄັ້ງ ນີ້ ເຊິ່ງເປັນການປະກອບສ່ວນ ເຂົ້າໃນການຮັດແໜ້ນການພົວ ພັນຮ່ວມມືລະຫວ່າງທະຫານ ບົກອາຊຽນກໍ່ຄືການປະກອບ ສ່ວນເຂົ້າໃນວຽກງານສາທາ ລະນະສຸກໃນການຮັບມືກັບພະ ຍາດ ໂຄວິດ-19 ແລະ ພະຍາດ ລະບາດອື່ນໆທີ່ອາດຈະເກີດຂຶ້ນ ໃນອະນາຄົດ, ພ້ອມທັງ, ສະເໜີ ຊຸກຍູ້ໃຫ້ ກອງທັບບົກຂອງບັນ ດາປະເທດສະມາຊິກອາຊຽນສືບ ຕໍ່ເລັ່ງຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ລວມທັງການຮ່ວມມື ໃນຂອບກອງປະຊຸມຜູ້ບັນຊາ ການທະ ຫານສູງສຸດອາຊຽນ ທີ່ຍັງສືບຕໍ່ເປັນປັດໃຈສຳຄັນ ແລະ ຈຳເປັນເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອການພັດທະນາຢູ່ໃນ ພາກພື້ນ.
ໃນຕອນທ້າຍ, ຍັງໄດ້ມີພິທີ ມອບ-ຮັບການເປັນປະທານ ຈາກ ກອງທັບບົກ ປະເທດບຣູໄນ ໃຫ້ ແກ່ກອງທັບບົກ ສະຫະພາບ ມຽນມາ ເພື່ອສືບຕໍ່ເປັນເຈົ້າພາບຈັດ ກອງປະຊຸມຜູ້ບັນຊາການທະ ຫານບົກອາຊຽນ ຄັ້ງທີ 22, ການ
ແຂ່ງຂັນຍິງປືນກອງທັບບົກ ອາຊຽນ ຄັ້ງທີ 30 ແລະ ກອງ ປະຊມຸປະຈຳປີນາຍທະຫານ ບົກອາຊຽນ ຄັ້ງທີ 10 ໃນ ປີ 2021.