ໃນວັນທີ 23 ມິຖຸນາ 2021 ນີ້ ສອງລັດ ຖະມົນຕີກະຊວງປ້ອງກັນປະເທດລາວ- ຍີ່ປຸ່ນໄດ້ຈັດກອງຊຸມຮ່ວມກັນ ເພື່ອປຶກ ສາຫາລືໃນຂົງເຂດວຽກງານຫຼາຍດ້ານ, ເຊິ່ງຝ່າຍລາວນໍາໂດຍ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຝ່າຍຍີ່ປຸ່ນນໍາໂດຍ ທ່ານ ກີຊີ ໂນບຸ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ.

ໃນກອງປະຊຸມຄັ້ງນີ້, ລັດຖະມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍ່ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະກັບ ທ່ານ ກີຊີ ໂນບຸ, ລັດ ຖະມົນຕີກະຊວງປ້ອງກັນປະ ເທດຍີ່ປຸ່ນ, ເຊິ່ງທ່ານກ່າວວ່າ: ການຮ່ວມ ມືລະຫວ່າງສອງກອງທັບລາວ-ຍີ່ປຸ່ນ ໃຫ້ມີຄວາມໜັກ ແໜ້ນແບບເພື່ອນມິດ, ລວມທັງການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງໄດ້ສະແດງຄວາມຂອບໃຈປຍັງຝ່າຍຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອລັດ ຖະບານລາວໂດຍຕະ ຫລອດມາ, ໂດຍສະ ເພາະ ຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອໃນການຝຶກອົບຮົມໃຫ້ແກ່ທິມງານສະກັດກັ້ນໄພພິບັດ ທີ່ຈັດຂຶ້ນນັບທັງຢູ່ລາວ ແລະ ຢູ່ຍີ່ປຸ່ນ, ການໃຫ້ທືນໃຫ້ແກ່ນັກສຶກສາທະ ຫານລາວໄດ້ໄປສຶກສາຢູ່ຍີ່ປຸ່ນ, ນອກນີ້ ສອງຝ່າຍຍັງໄດ້ພົວພັນປົກກະຕິໃນວຽກ ງານຫຼາຍດ້ານທີ່ໜ້າເພິ່ງພໍໃຈ. ໂອກາດນີ້ ໃນນາມລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຍັງໄດ້ສະເໜີຕໍ່ຝ່າຍກະຊວງປ້ອງກັນປະເທດຍີ່ປຸ່ນ ໃຫ້ສືບຕໍ່ແລກປ່ຽນຄະນະຜູ້ແທນໃນລະດັບຕ່າງໆ ໃນວຽກງານແຕ່ລະຂົງເຂດເປັນປົກກະຕິ, ສືບຕໍ່ໃນການຝຶກອົບຮົມວຽກ ງານສະກັດກັ້ນໄພພິບັດໃຫ້ຝ່າຍລາວ ແລະ ຖ້າເປັນໄປໄດ້ໃຫ້ມາຈັດຕັ້ງຝຶກແອບປະຕິບັດຕົວຈິງຢູ່ປະເທດລາວ, ພ້ອມນີ້ ກະຊວງປ້ອງກັນປະເທດຈະສືບຕໍ່ສົ່ງນັກສຶກສາທະຫານໄປສຶກສາທີ່ມະຫາວິທະ ຍາໄລປ້ອງກັນຊາດຂອງຍີ່ປຸ່ນ, ສໍາຄັນໄປກ່ວານັ້ນ ແມ່ນສອງກະຊວງປ້ອງກັນປະ ເທດຕ້ອງພ້ອມກັນສືບຕໍ່ສະເໜີລັດ ຖະບານຂອງຕົນໃນການສ້າງຕັ້ງຫ້ອງການທູດທະຫານປະຈຳຢູ່ປະເທດລາວ ແລະ ຍີ່ປຸ່ນ ໂອກາດນີ້ ທ່ານ ກີຊີ ໂນບຸ ລັດຖະ ມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ກໍ່ໄດ້ສະແດງຄາວມເຫັນດີນໍາຄໍາສະເໜີຂອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ພ້ອມໃຫ້ຄໍາໝັ້ນສັນຍາວ່າຈະຮັບເອົາຂໍ້ສະເໜີດັ່ງກ່າວນໍາໄປພິຈາລະນາ ແລະ ຈະພະຍາຍາມຫາວິທີໃນການຊ່ວຍເຫຼືອ ສປປ ລາວ.

ນອກຈາກນີ້ແລ້ວ, ສອງລັດຖະມົນຕີຍັງໄດ້ປຶກສາຫາລືໃນການຮ່ວມມືເພື່ອຊ່ວຍແກ້ໄຂບັນຫາຕ່າງໆ ນັບທັງພາຍໃນ ແລະ ຕ່າງປະເທດໃນປະເທດພາກພື້ນ ແລະ ອາຊຽນອີກດ້ວຍ.