ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 17 ກັນຍາ 2021, ສະພາທິດ ສະດີສູນກາງພັກປະຊາຊົນ ປະຕິວັດລາວ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຂອງລາວ ໄດ້ຮ່ວມກັບ ສະພາ ທິດສະດີສູນກາງພັກກອມມູນິດຫວຽດ ນາມ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຂອງຫວຽດນາມ ຈັດກອງປະຊຸມທາງໄກ ເພື່ອສະຫຼຸບຕີລາຄາການຮ່ວມມື, ແລກປ່ຽນທິດສະດີ ແລະ ບໍາລຸງສ້າງພະ ນັກງານ ລະຫວ່າງ ພັກປະຊາຊົນ ປະຕິ ວັດລາວ ແລະ ພັກກອມມູນິດຫວຽດ ນາມ ໄລຍະ 2016-2021 ແລະ ປຶກສາຫາລືທິດທາງການຮ່ວມມື ໄລຍະ 2021 -2026, ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ ຄໍາພັນ ເຜີຍຍະວົງ, ເລຂາທິ ການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດ ສະດີສູນກາງພັກປະຊາຊົນ ປະຕິວັດລາວ ແລະ ສະຫາຍ ຫງວຽນ ຊວັນ ຖັງ, ກໍາມະການກົມການເມືອງສູນກາງພັກ, ອໍານວຍການສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ເຊິ່ງເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີ ບັນດາສະຫາຍ ກໍາມະການສູນກາງພັກ, ຕາງໜ້າຈາກ ບັນດາຄະນະສູນກາງພັກ, ສະພາທິດ ສະດີສູນກາງພັກ, ສະຖາບັນ, ກະຊວງ, ອົງ ການກ່ຽວຂ້ອງຂອງສອງຝ່າຍ ລາວ- ຫວຽດນາມ ຈໍານວນໜຶ່ງເຂົ້າຮ່ວມ.
ໃນກອງປະຊຸມ, ປະທານກອງປະຊຸມທັງ ສອງຝ່າຍ ໄດ້ຜັດປ່ຽນກັນ ສະຫຼຸບຕີລາຄາການຮ່ວມມືແລກປ່ຽນທິດສະດີ, ການຄົ້ນຄວ້າວິທະຍາສາດ ແລະ ໃຫ້ຄໍາປຶກສາດ້ານ ນະໂຍບາຍແກ່ສູນກາງພັກ; ການບໍາລຸງສ້າງພະນັກ ງານຂັ້ນນໍາພາ-ຄຸ້ມຄອງ ລະຫວ່າງ ສອງພັກ; ການສະຫຼຸບໂຄງການແປບົດນິພົນ ໂຮຈິມິນ ຄົບຊຸດ ຈາກພາສາຫວຽດ ເປັນ ພາລາລາວ ໄລຍະ 2016- 2021 ແລະ ໂຄງການຮ່ວມມືດັ່ງກ່າວນີ້ມີເນື້ອໃນການແປ ແລະ ຮຽບຮຽງປຶ້ມນິພົນ ໂຮ່ຈີມິນ ຄົບຊູດ ຈຳນວນ 15 ເຫຼັ້ມ ແລະ ວັດຈະນານຸກົມ ໂຮ່ຈີມິນວິທະຍາ 1 ເຫຼັ້ມ ດ້ວຍທຶນຊ່ວຍເຫລືອຂອງຫວຽດນາມ ແລະ ທຶນປະກອບສ່ວນຂອງຝ່າຍລາວ ເຊິ່ງສອງຝ່າຍໄດ້ຈັດພິທີເປີດໂຄງການດັ່ງກ່າວຢ່າງເປັນທາງການໃນວັນທີ 10/5/ 2016 ຜ່ານມາ. ບົນພື້ນຖານບົດບັນທຶກການຮ່ວມມື ລະຫວ່າງ ສອງສະພາທິດ ສະດີສູນກາງພັກ ລາວ-ຫວຽດນາມ, ສອງຝ່າຍໄດ້ມີການຮ່ວມມື, ເຄື່ອນໄຫວວຽກ ງານຄົ້ນຄວ້າທິດສະດີ ແລະ ແລກປ່ຽນບົດຮຽນຕ່າງໆ ຢ່າງມີວິທະຍາສາດ, ເປັນຕົ້ນແມ່ນການຈັດກອງປະຊຸມສໍາມະນາທິດສະດີ ລະຫວ່າງ ສອງພັກ ລາວ- ຫວຽດນາມ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ການແລກປ່ຽນຂໍ້ມູນຂ່າວສານທາງດ້ານທິດສະດີ; ມາເຖິງປະຈຸບັນ ສອງຝ່າຍໄດ້ຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມສໍາມະນາທິດ ສະດີ ສອງພັກ ລາວ-ຫວຽດນາມ ຈໍານວນ 7 ຄັ້ງ, ມີການແລກປ່ຽນຂໍ້ມູນຂ່າວສານດ້ານທິດສະດີ ໂດຍມີການສົ່ງບົດຂ່າວ “ທິດສະດີ ແລະ ພຶດຕິກໍາ”, ໝາກຜົນການຄົ້ນຄວ້າ, ບົດຂຽນທີ່ພົວພັນເຖິງທິດສະດີການເມືອງນໍາກັນ. ໃນໂອກາດດັ່ງກ່າວ, ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງປຶ້ມໝາກຜົນຂອງ ກອງປະຊຸມສໍາມະນາທິດສະດີ ຄັ້ງທີ 3 ລະຫວ່າງສອງພັກ ພາຍໃຕ້ຫົວຂໍ້ “ການພັດທະນາເສດ ຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ ຫວຽດນາມ ແລະ ລາວ ໃຫ້ສະພາທິດສະດີສູນກາງພັກ ປະຊາຊົນ ປະຕິວັດລາວ ລວມທັງໝົດ 920 ເຫຼັ້ມ (ພາສາລາວ ແລະ ພາສາຫວຽດນາມ). ນອກນັ້ນ, ຝ່າຍຫວຽດນາມ ຍັງໄດ້ໃຫ້ການຊ່ວຍເຫຼືອບໍາລຸງ ແລະ ກໍ່ສ້າງພະນັກງານຂັ້ນຕ່າງໆໃຫ້ແກ່ ພັກປະຊາຊົນ ປະຕິວັດລາວ, ພະນັກງານຂັ້ນນໍາພາ-ຄຸ້ມຄອງຂອງພັກ, ລັດ ລາວ ໄປບຳລຸງສ້າງຢູ່ ສສ ຫວຽດນາມ, ເຊິ່ງເຫັນວ່າການບໍາລຸງສ້າງດັ່ງກ່າວໄດ້ຮັບປະສິດທິຜົນເປັນຢ່າງດີ.
ນອກນັ້ນ, ໃນກອງປະຊຸມທາງໄກຄັ້ງນີ້ ຜູ້ເຂົ້າຮ່ວມຂອງສອງຝ່າຍ ໄດ້ປະກອບຄໍາຄິດເຫັນ, ປຶກສາຫາລືທິດທາງການຮ່ວມ ມືໄລຍະ 2021-2026 ແລະ ບັນຫາອື່ນໆທີ່ປິ່ນອ້ອມຫົວຂໍ້ຫຼັກຂອງກອງປະຊຸມ, ໃນນັ້ນສອງຝ່າຍໄດ້ເນັ້ນສືບຕໍ່ຍົກລະດັບ ແລະ ປະສິດທິຜົນຂອງການຮ່ວມມືແລກປ່ຽນບົດຮຽນດ້ານທິດສະດີ, ການຈັດກອງປະຊຸມສໍາມະນາທິດສະດີສອງພັກ ຄັ້ງທີ 8 ໃນທ້າຍປີນີ້.
ເຂົ້ົາຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດ ນາມ ແລະ ເອກອັກຄະລັດຖະທູດວິສາ ມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດ ນາມ ປະຈໍາ ສປປ ລາວ.
ກອງປະຊຸມຄັ້ງນີ້ ຖືເປັນກອງປະຊຸມຮູບ ແບບໃໝ່ ຂອງການພົວພັນຮ່ວມມືຂອງສອງຝ່າຍ ທີ່ແທດເໝາະກັບສະ ພາບການປະຈຸບັນ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ, ທັງເປັນການປະຕິບັດຕາມຂໍ້ຕົກ ລົງ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ ລາວ ແລະ ຫວຽດນາມ ທາງດ້ານວຽກ ງານແນວຄິດ, ທິດສະດີ, ພຶດຕິກໍາ ແລະ ບໍາລຸງສ້າງພະນັກງານ, ທັງເປັນການປະກອບສວ່ນເຂົ້າໃນການເສີມສ້າງສາຍພົວ ພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ- ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂື້ນ.