ໃນຕອນເຊົ້າຂອງວັນທີ 20 ຕຸລາ 2021, ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືທາງໄກ ເພື່ອສົ່ງເສີມການມີສ່ວນຮ່ວມຂອງຫຼາຍພາກສ່ວນໃນສັງຄົມ ກ່ຽວກັບຜົນການນຳສະເໜີ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ ແລະ ການປຶກສາຫາລື ເພື່ອກະກຽມເຂົ້າຮ່ວມ ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ໂດຍມີຜູ້ເຂົ້າຮ່ວມຕາງໜ້າຈາກພາກລັດ, ຈຸດປະສານງານ ປພຍ ແຫ່ງຊາດ ຂອງບັນດາກະຊວງ ແລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ພາກເອກະຊົນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຫຼາຍກ່ວາ 150 ທ່ານ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງ ການເຮັດບົດລາຍງານແຫ່ງຊາດແບບສະໝັກໃຈ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ ໃນການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ, ໂດຍການທົບທວນຄືນຄວາມຄືບໜ້າ, ຜົນສໍາເລັດ, ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຕະຫຼອດໄລຍະທີ່ຜ່ານມາ. ທ່ານປະທານ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນ ແລະ ມີສ່ວນຮ່ວມຢ່າງຫ້າວຫັນຂອງພາກສ່ວນຕ່າງໆໃນສັງຄົມ ກໍ່ຄືຜົນງານການປະກອບສ່ວນດ້ານຂໍ້ມູນ ຈາກບັນດາຈຸດປະສານງານຂອງກະຊວງ ແລະ ອົງການທຽບເທົ່າຂັ້ນສູນກາງ ຈົນເຮັດໃຫ້ບົດລາຍງານສໍາເລັດສົມບູນ.
ພ້ອມດຽວກັນນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນວ່າ ລັດຖະບານ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ປພຍ ແລະ ສາມາດບັນລຸໄດ້ຜົນສໍາເລັດໃນຫຼາຍດ້ານ, ແຕ່ຍ້ອນການລະບາດຂອງ ພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ ປພຍ ມີສິ່ງທ້າທາຍຫຼາຍ. ຕໍ່ໜ້າສະພາບການດັ່ງກ່າວນີ້, ທຸກພາກສ່ວນຕ້ອງຮ່ວມແຮງຮ່ວມໃຈກັນສືບຕໍ່ຈັດຕັ້ງປະຕິບັດ ປພຍ ຢູ່ໃນຂະແໜງການຂອງຕົນ ຄຽງຄູ່ກັບວຽກງານຟື້ນຟູຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.
ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍ່ໄດ້ເວົ້າເຖິງການກະກຽມສ້າງຍຸດທະສາດຂ້າມຜ່ານ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນປີ 2026, ໂດຍຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອຮັບປະກັນວ່າ ການສູນເສຍການສະໜັບສະໜູນນະໂຍບາຍພິເສດສະເພາະ ສຳລັບປະເທດດ້ອຍພັດທະນາ ຈະບໍ່ສົ່ງຜົນກະທົບຕໍ່ຈັງຫວະການພັດທະນາຂອງປະເທດ, ການນຳໃຊ້ມາດຕະການສະໜັບສະໜູນສະເພາະ ຈະຖືກນຳໃຊ້ຢ່າງມີປະສິດທິຜົນສູງສຸດໃນໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ເພື່ອຮັບປະກັນຄວາມພ້ອມໃຫ້ດີທີ່ສຸດ, ໂດຍສະເພາະແມ່ນການພັດທະນາຄວາມອາດສາມາດດ້ານການຜະລິດ, ການເຈລະຈາສັນຍາການຄ້າ ແລະ ການລົງທຶນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ສ້າງຄວາມຍືນຍົງໃຫ້ແກ່ເສດຖະກິດທີ່ມີຄວາມຫຼາກຫຼາຍ, ແນໃສ່ເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ມີລັກສະນະໂລ່ງລຽນ ແລະ ຍືນຍົງ.
ພ້ອມດຽວກັນນັ້ນ, ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ປະທານຮ່ວມກອງປະຊຸມ ກໍ່ໄດ້ຊົມເຊີຍຕໍ່ກັບຜົນສຳເລັດຂອງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ທີ່ໄດ້ສ່ອງແສງໃຫ້ເຫັນເຖິງ ບັນດາຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ໃນໄລຍະຜ່ານມາ ພ້ອມທັງຖອດຖອນບົດຮຽນໃນການສະໜັບສະໜູນໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ -ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ລວມເຖິງ ເປົ້າໝາຍການພັດທະນາແບບຍືນຍົງ ໃນຕໍ່ໜ້າ, ເຊິ່ງບັນດາປະເທດສະມາຊິກ ອົງການ ສປຊ ໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນ ໃນກອງປະຊຸມເວທີການເມືອງລະດັບສູງ ໃນເດືອນກໍລະກົດ ຜ່ານມາ. ທ່ານ ນາງ ຊາຣາ ເຊັກເກັນເນສ໌ ຍັງໄດ້ເນັ້ນຢ້ຳຄືນ ຄວາມສຳຄັນໃນການກະກຽມ ຍຸດທະສາດຂ້າມຜ່ານໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງຈຳເປັນຕ້ອງມີການເອົາໃຈໃສ່ຢ່າງໃກ້ຊິດ ແລະ ຮອບດ້ານ. ໃນນັ້ນ, ກອງປະຊຸມລະດັບສູງ ອົງການ ສປຊ ວ່າດ້ວຍ ປະເທດດ້ອຍພັດທະນາ ທີ່ຈະຈັດຂຶ້ນໃນເດືອນມັງກອນ ປີ 2022 ທີ່ ປະເທດ ກາຕ້າ ຈະເປັນໂອກາດສຳຄັນ ສໍາລັບ ສປປ ລາວ ໃນການສະເໜີຮ່າງຍຸດທະສາດຂ້າມຜ່ານ ເພື່ອການສືບຕໍ່ລະດົມຂົນຂວາຍການຮ່ວມມື ແລະ ສະໜັບສະໜູນຈາກສາກົນ ຕະຫຼອດໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ໄປຈົນເຖິງໄລຍະຂ້າມຜ່ານຫຼັງຈາກປີ 2026.
ຫຼັງຈາກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງການເຜີຍແຜ່ຜົນຂອງການສະເໜີ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 (Voluntary National Review) ກ່ຽວກັບ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ສປປ ລາວ, ວຽກງານການເຊື່ອມສານ ແລະ ຂອບຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ວຽກງານສະຖິຕິ, ແລະ ການນໍາສະເໜີ ແນວຄິດ ແລະ ຂະບວນການສ້າງຍຸດທະສາດຂ້າມຜ່ານ ເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ. ພ້ອມກັນນັ້ນ, ກອງປະຊຸມກໍໄດ້ມີການປຶກສາຫາລືຂອງຜູ້ເຂົ້າຮ່ວມຢ່າງກ້ວາງຂວາງ.
ຂໍ້ມູນຂ່າວສານກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ສາມາດດາວໂຫຼດດ້ວຍ ແອ້ບພລິເຄຊັນມືຖື ເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDGs in Lao PDR ຜ່ານ Mobile Application Store ຫຼື Play Store ໄດ້ ຫຼື ຜ່ານການສະແກນ ລະຫັດຄີວອາ.





