ກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານສິດທິເດັກຢູ່ລາວ ໃນໂອກາດວັນສົນທິສັນຍາສາກົນວ່າດ້ວຍສິດທິເດັກ ຈັດຂື້ນໃນຕອນເຊົ້າມື້ນີ້ ທີ່ຫໍປະຊຸທແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ປະທານ ຄະນະກໍາມາທິການແຫ່ງຊາດເພຼື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ແລະເດັກ ມີ ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣດິ ໂຕ ຜູຕ້າງຫນ້າອົງການອຸຍນີເຊັບປະຈໍາລາວ ອັກຄະລັດຖະທດູ ແລະ ຄູ່ຮ່ວມພັດທະນາ ປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ/ ອົງການ ແລະ ບັນດາແຂວງທົ່ວປະເທດ.ຕົວແທນພາກທຸລະກດິເອກະຊົນ ແລະ ຕົວແທນເດັກ ແລະ ໄວໜຸ່ມ ທົ່ວປະເທດເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄໍາພິທູນ , ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພຼື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ແລະເດັກກ່າວວ່າ ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອເປີດເວທີໃຫ້ບັນດາຮອງເຈົ້າແຂວງ ໄດ້ສະເໜີຄວາມຄືບໜ້າໃນການປະຕິບັດຄຳໝາຍໝັ້ນ ແລະ ສິ່ງທ້າທາຍໃນແຂວງຂອງຕົນໃນການຈັດຕັ້ງປະຕິບັດວຽກງານສິດທິເດັກ
ໂດຍສະເພາະແມ່ນ ການໃຫ້ຄຳໝາຍໝັ້ນຂອງບັນດາຮອງເຈົ້າແຂວງຕໍ່ການຢຸດຕິຄວາມທຸກຍາກຂອງເດັກ ແລະ ການປັບປຸງສະຫວັດດີການເດັກ, ລວມເຖິງຂໍ້ລິເລີ່ມໃນຂົງເຂດສຳຄັນເຊັ່ນ: ການສຶກສາ, ການປົກປ້ອງເດັກ, ສຸຂະພາບ, ໂພຊະນາການ, ສຸຂາພິບານ,ການປົກປ້ອງທາງສັງຄົມ ແລະ ສະຫວັດດີການ ຂອງພວກເຂົາ ໂດຍໄດ້ປຶກສາຫາລືກັນກ່ຽວກັບຍຸດທະສາດ ແລະ ແຜນດຳເນີນງານຕ່າງໆ
ເພື່ອເລັ່ງລັດໃຫ້ວຽກງານດັ່ງກ່າວຜົນສຳເລັດໃນຕໍ່ໜ້າ; ກອງປະຊຸມຄັ້ງນິ້ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນ ໃນການນໍາເອົາແນວຄວາມຄິດຈາກການປຶກສາຫາລືກັບໄວໜຸ່ມ ເພື່ອສ້າງນະໂຍບາຍ, ແຜນການ, ແຜນງານ ແລະ ໂຄງການ ເພື່ອສົ່ງເສີມ, ພັດທະນາ, ປົກປ້ອງ ແລະ ການມີສ່ວນຮ່ວມ ຂອງເດັກໃນທຸກຂົງເຂດວຽກງານ ໃນອະນາຄົດ.ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການນຳສະເໜີຜົນຈາກກອງປະຊຸມປຶກສາຫາລືກັບໄວໜຸ່ມທີ່ໄດ້ຈັດຂຶ້ນໃນ ວັນທີ 18-20 ພະຈິກ 2023 ຜ່ານມາ,
ໂດຍໄດ້ເຕົ້າໂຮມ ເດັກ ແລະ ໄວໜຸ່ມທີ່ເປັນຕົວແທນ ຈາກ 18 ແຂວງ ທົ່ວປະເທດ ຮ່ວມກັນຄົ້ນຄວ້າ,ສະເເດງຄວາມຄິດເຫັນ ແລະ ວິທີແກ້ໄຂຕໍ່ກັບບັນຫາຕ່າງໆທີ່ມີຜົນກະທົບຕໍ່ການດຳລົງຊີວິດພວກເຂົາເຊັ່ນ: ຜົນກະທົບຕໍ່ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕໍ່ເດັກ, ການປົກປ້ອງເດັກທາງອອນລາຍ ແລະ ຜົນກະທົບຂອງການແຕ່ງດອງກ່ອນໄວ ແລະ ການຖືພາ ຂອງເດັກ.
ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ, ກ່າວວ່າ: “ໃນຕະຫຼອດໄລຍະ 50 ປີທີ່ຜ່ານມານັ້ນ, ການຮ່ວມມືລະຫວ່າງ ອົງການ ຢູນິເຊັບ ເເລະ ລັດຖະບານ ເເຫ່ງ ສປປ ລາວ ພ້ອມຄູ່ຮ່ວມພັດທະນາ ໄດ້ເຮັດວຽກເພື່ອສ້າງການປ່ຽນເເປງທີ່ດີຂຶ້ນກວ່າເກົ່າໃນຫຼາຍຂົງເຂດວຽກງານ, ລວມເຖີງ ການສຶກສາ, ສຸຂະພາບ ເເລະ ດ້ານກົດໝາຍນະໂຍບາຍຕ່າງໆ ເພື່ອສິດທິເດັກ. ການຮ່ວມມືຂອງພວກເຮົາໄດ້ນຳພາໄປສູ່ການຫຼຸດຜ່ອນອັດຕາການເສຍຊີວິດຂອງເດັກ, ການເພີ່ມຂຶ້ນຂອງອັດຕາການເຂົ້າໂຮງຮຽນຢ່າງຫຼວງຫຼາຍ ແລະ ການສ້າງຕັ້ງນິຕິກຳອັນສຳຄັນຕ່າງໆ.
ຍົກໃຫ້ເຫັນດເຖີງຄວາມສຳຄັນໃນການເອົາໃຈໃສ່ຕໍ່ວຽກງານສິດທິເດັກເພີ່ມເຕີມໃນຖາມກາງສະພາບຂອງໂລກພວກເຮົາໃນປັດຈຸບັນ ຊື່ງປະເຊີນກັບບັນຫາຫຼາກຫຼາຍເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ຄວາມປອດໄພທາງອອນລາຍ; ການແຕ່ງງານກ່ອນໄວ, ຜົນກະທົບທີ່ຍັງຄົງຄ້າງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ເເລະ ອື່ນໆ