ລະຫວ່າງວັນທີ 28-29 ມີນາ 2023, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດຜັນຂະຫຍາຍກົດໝາຍ ວ່າດ້ວຍວຽກງານກາແດງລາວ, ທາບທາມຮ່າງກອງທຶນເລືອດ ,ກອງທຶນຊ່ວຍເຫຼືອສຸກເສີນ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໄຊຍະບູລີ, ພາຍໃຕ້ການເປັນປະທານຂອງ ທ່ານ ສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ. ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໆ ໄຊຍະບູລີ ຜູ້ຊີ້ນຳວຽກງານກາແດງແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າອົງການກາແດງແຫ່ງຊາດລາວ, ຫົວໜ້າແລະຮອງຫົວໜ້າອົງການກາແດງແຂວງ 09 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ໄຊຍະບູລີ, ໄຊສົມບູນ, ຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ຂຶ້ນທົບທວນຕີລາຄາຄືນການນຳໃຊ້ກົດໝາຍວ່າດ້ວຍວຽກງານກາແດງກາແດງລາວ ແລະ ນິຕິກຳພາຍໃຕ້ກົດໝາຍແມ່ນເຄື່ອງມືໜຶ່ງທີ່ສຳຄັນໃນການເຄື່ອນໄຫວຂອງວຽກງານຂອງອົງການກາແດງທົ່ວປະເທດ ໃຫ້ການຄຸ້ມຄອງ, ບໍລິຫານ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ, ສອດຄ່ອງກັບຈຸດພິເສດເງື່ອນໄຂຂອງ ສປປ ລາວ ແລະ ສາກົນ, ສຳລັບກົດໝາຍວ່າດ້ວຍວຽກງານກາແດງລາວ ສະບັບເລກທີ່ 288/ປປທ, ລົງວັນທີ 8 ທັນວາ 2017 ນີ້, ມີຄວາມຈຳເປັນຈະຕ້ອງໄດ້ທົບທວນຄືນ ແລະ ປັບປຸງ ເພື່ອໃຫ້ສອດຄ່ອງກັບດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກາແດງແຫ່ງຊາດລາວ ສະບັບເລກທີ 22 ລົງວັນທີ 28 ມັງກອນ 2022, ໃນນັ້ນ ໄດ້ກຳນົດທີ່ຕັ້ງ ພາລະບົດ ແລະ ໜ້າທີ່ ເປັນອົງການເຄື່ອນໄຫວດ້ານວຽກງານມະນຸດສະທຳຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ສປປປ ລາວ; ເພື່ອຮັບປະກັນຄວາມກຽມພ້ອມຂອງໃນການປ້ອງກັນຄຸ້ມຄອງ, ການຕອບໂຕ້ ແລະ ໃຫ້ການຊ່ວຍເຫຼືອບັນເທົາທຸກ ຂັ້ນຕົ້ນ, ສົ່ງເສີມສຸຂະພາບ ຂອງປະຊາຊົນບັນດາເຜົ່າ, ໃຫ້ການປະຖົມພະຍາບານ, ກູ້ໄພສຸກເສີນ, ປຸກລະດົມຂົນຂວາຍການບໍລິຈາກເລືອດ ແລະ ສະຫນອງເລືອດທີ່ປອດໄພ, ໂຄສະນາຂົນຂວາຍແຫຼ່ງທຶນສ້າງອາສາສະໝັກກາແດງ, ສືບທາວຫາຍາດພີ່ນ້ອງ, ສ້າງ ແລະ ສົ່ງເສີມຄຸນຄ່າດ້ານມະນຸດສະທຳ ແລະ ພົວພັນຮ່ວມມືສາກົນ ໂດຍບໍ່ຈຳແນກການປະຕິບັດ, ນອກຈາກນັ້ນ; ຜູ້ແທນກອງປະຊຸມ ຍັງໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍກອງທຶນເລືອດ ແລະ ກົດໝາຍວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ, ທັງເປັນການຖອດຖອນບົດຮຽນໄປພ້ອມ, ແນ່ໃສ່ຮັບປະກັນເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານກາແດງໃຫ້ໄດ້ດໍາເດີນໄປຢ່າງຖືກຕ້ອງ, ສອດຄ່ອງ, ເໝາະສົມ, ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດແຫ່ງຊາດ, ຍຸດທະສາດ ແລະ ແຜນພັດທະນາ ກ່ຽວກັບວຽກງານການແດງລາວ; ເພື່ອເປັນການຜັນຂະຫຍາຍກົດໝາຍວ່າດ້ວຍ ວຽກງານກາແດງ ປີ 2017, ກໍານົດລະບຽບການຄຸ້ມຄອງການສ້າງຕັ້ງກອງທຶນຊ່ວຍເຫຼືອສຸກເສີນ ແລະ ກອງທຶນເລືອດ ເພື່ອສະໜອງໃນກໍລະນີ ເກີດໄພພິບັດ ແລະ ສະໜອງເລືອດທີ່ປອດໄພ, ທັງເປັນການສະໜັບສະໜູນ ອາສາສະໝັກ, ຜູ້ປະສົບໄພ ໃຫ້ໄດ້ຮັບການຊ່ວຍເຫຼືອບັນເທົາທຸກຢ່າງທັນການ, ຄົນເຈັບໄດ້ຮັບເລືອດທີ່ພຽງພໍ, ປອດໄພ ແລະ ທັນເວລາ.
ໂດຍ: ສຸກສະຫວັນ
Loading...