ວັນທີ 27 ເມສາ 2023, ກອງປະຊຸມປະຈໍາປີຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ, ໄດ້ຈັດຂຶ້ນ ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ລີ ປາວ ຢ່າງ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນ ປະທານຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ, ພ້ອມທັງ ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງ ການຢູນິເຊັບ ປະຈໍາ ສປປ ລາວ.
ຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ມີບົດບາດສຳຄັນໃນການປົກປ້ອງສະຫວັດດີພາບ ແລະ ສິດທິຂອງເດັກໃນ ສປປ ລາວ, ມີຄວາມພະຍາຍາມໃນການປະສານງານ ແລະ ການຈັດຕັ້ງປະຕິບັດເພື່ອປົກປ້ອງເດັກຈາກການຖືກລ່ວງລະເມີດ, ການຂູດຮີດ ແລະ ອັນຕະລາຍໃນຮູບແບບອື່ນໆ.
ກອງປະຊຸມໃນຄັ້ງນີ້ ແມ່ນເປັນໂອກາດອັນດີໃຫ້ແກ່ ຄູ່ຮ່ວມງານໃນການ ນໍາສະເໜີ ແລະ ສົນທະນາເພື່ອສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດກິດຈະກໍາໃນປີ 2022 ແລະ ແຜນປີ 2023 ພ້ອມທັງ ເຜີຍແຜ່ແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ 2022-2026. ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ລວມມີ ທ່ານຮອງເຈົ້າແຂວງຈາກທົ່ວປະເທດ, ສະມາຊິກ ຄປດ ຂັ້ນສູນກາງ ແລະ ຕາງໜ້າຄູ່ຮ່ວມພັດທະນາ.
ທ່ານ ລີ ປາວ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນບາງຕອນວ່າ: “ໃນປີ 2022, ພວກເຮົາສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ, ຄຽງຄູ່ກັບຜົນສໍາເລັດ ດັ່ງກ່າວ, ພວກເຮົາຍັງສັງເກດເຫັນສິ່ງທ້າທາຍ ຈໍານວນໜຶ່ງ. ສະນັ້ນ, ກອງປະຊຸມໃນມື້ນີ້ ຈຶ່ງຈະຄົ້ນຄ້ວາປຶກສາຫາລື ເພື່ອປັບປຸງລະບົບປົກປ້ອງເດັກໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢູ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນຢ່າງມີປະສິດທິຜົນ.”
ທ່ານ ລີ ປາວ ຢ່າງ ຮອງລັດຖະມົນຕີ, ຍັງໄດ້ເນັ້ນໜັກກ່ຽວກັບ ການສ້າງລະບົບປົກປ້ອງເດັກທີ່ເຂັ້ມແຂງແມ່ນມີຄວາມສໍາຄັນຫຼາຍສໍາລັບປະເທດຊາດ, ທັງເປັນການສືບຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດໃນປີທີ່ຜ່ານມາ. ສປປ ລາວ ບັນລຸໄດ້ບາດກ້າວອັນພົ້ນເດັ່ນໃນຄວາມພະຍາຍາມເພື່ອຮັບປະກັນການປົກປ້ອງເດັກລາວ, ໃນຂະນະດຽວກັນ ກໍຍັງມີຫຼາຍສິ່ງທີ່ຕ້ອງເຮັດເພື່ອໃຫ້ເດັກນ້ອຍລາວມີອະນາຄົດທີ່ດີກວ່າ.
ໃນຊຸມປີທີ່ຜ່ານມານີ້, ລັດຖະບານແຫ່ງ ສປປ ລາວ ໄດ້ບັນລຸຜົນສໍາເລັດອັນສໍາຄັນໃນການປົກປ້ອງເດັກ. ສປປ ລາວ ເປັນປະເທດທໍາອິດໃນພາກພື້ນທີ່ໄດ້ດຳເນີນຂະບວນການລະອຽດຮອບດ້ານໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ ແລະ ການສ້າງບຸກຄະລາກອນສັງຄົມສົງເຄາະ. ຂະບວນການນີ້ລວມມີ ການປະເມີນລະບົບປົກປ້ອງເດັກໃນ ສປປ ລາວ ປີ 2019, ຂໍ້ສະເໜີແນະເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ ຮັບຮອງໃນປີ 2020, ແຜນດໍາເນີນງານແຫ່ງຊາດເພື່ອສ້າງຄວາມເຂັ້ມແຂງ ແກ່ລະບົບປົກປ້ອງເດັກ 2022-2026, ແລະ ຄໍາແນະນໍາ ການສ້າງບຸກຄະລາກອນສັງຄົມສົງເຄາະໃນ ສປປ ລາວ.
ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ ໄດ້ມີຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: “ການເປີດໂຕແຜນດໍາເນີນງານແຫ່ງຊາດເພື່ອສ້າງຄວາມເຂັ້ມແຂງລະບົບປົກປ້ອງເດັກສະບັບທໍາອິດ ເປັນຕົວຢ່າງການຮ່ວມມືທີ່ເຂັ້ມແຂງລະຫວ່າງລັດຖະບານ ສປປ ລາວ, ອົງການຢູນິເຊັບ ແລະ ຄູ່ຮ່ວມພັດທະນາ. ເນື່ອງໃນໂອກາດວັນສະເຫຼີມສະຫຼອງ ອົງການຢູນິເຊັບ ຄົບຮອບ 50 ປີໃນປີນີ, ພວກເຮົາໃຫ້ຄໍາໝັນສັນຍາວ່າ ຈະສືບຕໍ່ສະໜັບສະໜູນລັດຖະບານລາວໃນການບັນລຸເປົ້າໝາຍການພັດທະນາ ແລະ ຮັບປະກັນໃຫ້ເດັກນ້ອຍທຸກຄົນໃນທົ່ວປະເທດມີອະນາຄົດທີ່ປອດໄພກວ່າ.້”
ໃນກອງປະຊຸມວິຊາການ ທີ່ຈັດຂຶ້ນວັນທີ 26 ເມສາ, ເຂົ້າຮ່ວມໂດຍ ທ່ານ ຮອງປະທານຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກຂັ້ນແຂວງ ພ້ອມດ້ວຍວິຊາການຈາກຂະແໜງການ ແລະ ອົງການທີ່ກ່ຽວຂ້ອງໄດ້ນໍາສະເໜີແລກປ່ຽນບົດຮຽນ, ປະສົບການ ແລະ ສົນທະນາກ່ຽວກັບ ການສ້າງຄວາມເຂັ້ມແຂງຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ແລະ ຕາໜ່າງປົກປ້ອງເດັກ. ຜູ້ເຂົ້າຮ່ວມທັງໝົດໄດ້ເຫັນດີເປັນເອກະພາບຕາມແບບແຜນແນວທາງໃນການຈັດຕັ້ງປະຕິບັດເພຶ່ອແນໃສ່ການສ້າງຜົນສະທ້ອນທີ່ສໍາຄັນ ແລະ ສາມາດບັນລຸໄດ້ຕາມຈຸດປະສົງເປົ້າໝາຍ.
ອົງການຮ່ວມມືສາກົນ ສ. ເກົາຫຼີ (KOICA) ແລະ ລັດຖະບານປະເທດອົດສະຕາລີ ໂດຍຜ່ານ ແຜນງານການຮ່ວມມືຂອງ NGO ປະເທດອົດສະຕາລີ ໄດ້ໃຫ້ການສະໜັບສະໜູນລົດຖະບານແຫ່ງ ສປປ ລາວ ໃນການບັນລຸຜົນສໍາເລັດສໍາຄັນທີ່ໄດ້ກ່າວມາ.


