ວັນທີ 25 ມັງກອນ 2022 ນີ້ຢູ່ທີ່ສະໂມສອນແຂວງຫຼວງນ້ຳທາໄດ້ຈັດກອງປະຊຸມປະຈຳປີ ຂອງສະມາຊິກສະພາແຫ່ງປະຈຳເຂດເລືອກຕັ້ງທີ3.ໂດຍການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ສະ ມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ປະທານສະພາປະຊາຊົນແຂວງ,ເປັນກຽດເຂົ້າຮ່ວມຂອງທ່ານ ຄຳໄຫຼ ສີປະເສີດ ກຳມະ ການສູນກາງພັກ ເລຂາພັກແຂວງເຈົ້າໆຫຼວງນໍ້າທາ, ມີສະມາຊິກສະພາແຫ່ງ ຊາດ, ສະມາຊິກສະພາປະຊາ ຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການ 2022 ຄະ ນະ ສສຊ ປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໃນການຈັດຕັ້ງປະຕິບັດວຽກງານປະຈຳປີ 2021 ແລະ ທິດທາງແຜນການ 2022 ຂອງຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ຕາມ 3 ພາລະບົດບາດທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ມີຜົນສໍາເລັດຄື: ດ້ານນິຕິບັນຍັດ ແລະ ນິຕິກຳ, ເຂົ້າຮ່ວມຄົ້ນຄວ້າ ພິຈາລະນາ, ຮັບຮອງເອົາແຜນ ການສ້າງ ແລະປັບປຸງກົດໝາຍ ໃນກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງ ຊາດ ມີທັງໝົດ 96 ສະບັບ ໃນນີ້, ກົດໝາຍສ້າງໃຫມ່ 38 ສະບັບ ແລະ ກົດໝາຍປັບປຸງ 58 ສະບັບ ແລະ ຍັງຄົ້ນຄວ້າພິຈາລະນາ, ຮັບຮອງເອົາບັນດາກົດໝາຍ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ແລະ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ທັງໝົດ 17 ສະບັບ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ເຂົ້າຮ່ວມກັບສະພາປະຊາຊົນແຂວງ ພິຈາ ລະນາ, ຮັບຮອງເອົາແຜນການສ້າງນິຕິກຳໃຕ້ກົດໝາຍຂອງສະພາປະຊາຊົນແຂວງ ຊຸດທີ II ຈຳ ນວນ 16 ສະບັບ, ສ້າງໃໝ່ 10 ສະບັບ ແລະ ປັບປຸງ 6 ສະບັບ, ການຕົກລົງບັນຫາສຳຄັນຟື້ນຖານຂອງຊາດ, ທ້ອງຖິ່ນເຂົ້າຮ່ວມພິຈາລະນາ, ຮັບຮອງເອົາບັນຫາສໍາຄັນຂອງຊາດ ໃນກອງປະຊຸມຄັ້ງປະຖົມມະລືກ ,ກອງປະຊຸມສະໄໝວິສາມັນ, ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ໄດ້ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຂວງ ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນຂອງທ້ອງຖິ່ນ ບຸກຄະລາກອນຂອງສະພາປະຊາ ຊົນແຂວງ ແລະ ອົງການປົກຄອງແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນ, ອົງການກວດກາລັດ ແລະ ວຽກງານຂອງບັນດາອົງການຕື່ມອີກ, ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດລັດຖະ ທຳ ມະນູນ ແລະ ກົດໝາຍການຕິດຕາມກວດກາບັນດາໂຄງການລົງທຶນຂອງລັດຖະບານ ຢູ່ຂັ້ນທ້ອງຖິ່ນ ເປັນຕົ້ນ ຕິດຕາມກວດກາການຍົກຍ້າຍຈັດສັນປະຊາຊົນທີ່ຖືກຜົນກະທົບຈາກການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ, ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິເລກທີ 172 ແລະ ມະຕິເລກທີ 15 ຂອງສະພາແຫ່ງຊາດ ກ່ຽວກັບການຍົກສູງຄຸນນະພາບໃນການດຳເນີນຄະດີຢູ່ອົງການໄອຍະການປະຊາຊົນ ແລະສານປະຊາຊົນ, ຕິດຕາມກວດກາການແກ້ໄຂ ແລະ ການປ້ອງກັນພະຍາດໂຄວິດ-19, ລົງຕິດຕາມກວດກາວຽກງານເຜົ່າ ແລະ ສາດສະ ໜາຢູ່ 3 ເມືອງຄື: ເມືອງຫຼວງນ້ຳທາ, ເມືອງລອງ ແລະ ເມືອງວຽງພູຄາ, ຕິດຕາມກວດກາຮ່ວມກັບບັນດາກຳມາທິການ ຂອງສະພາແຫ່ງຊາດ ທີ່ລົງມາເຄື່ອນໄຫວຢູ່ໃນທ້ອງຖິ່ນ. ຕິດຕາມກວດກາຜ່ານຄຳຮ້ອງ, ຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນຂອງສະພາແຫ່ງຊາດ, ຊຶ່ງຜ່ານການຕິດຕາມກວດກາຊຸກຍູ້ນັ້ນ, ໄດ້ເຮັດໃຫ້ການເຄື່ອນໄຫວຂອງຂະແໜງການໃນທ້ອງຖິ່ນ ມີອັນໄດ້ຮັບການປັບປຸງດີຂຶ້ນ, ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍດີຂຶ້ນກ່ວາເກົ່າ.
ພ້ອມກັນນີ້ ກໍ່ຍັງໄດ້ນຳເອົາເນື້ອໃນຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລືກ, ກອງປະຊຸມສະໄໝສາມັນ, ວິສາມັນ ຂອງສະພາແຫ່ງຊາດ, ຂອງສະພາປະຊາຊົນແຂວງ ແລະ ກົດໝາຍຈຳນວນໜຶ່ງລົງໂຄສະນາເຜີຍແຜ່ ໃຫ້ແກ່ພະນັກງານ, ທະຫານ, ຕຳຫຼອດ ພາຍໃນແຂວງ ໄດ້ທັງໜົດ 22 ຈຸດ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 2838 ຄົນ, ຍິງ 993 ຄົນ ເຂົ້າຮ່ວມ ກັບສະພາປະຊາຊົນແຂວງ ໃນການພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມເປັນທຳທັງໝົດ 15 ສະບັບ, ປະເພດຄໍາສະເໜີ 9 ສະບັບ, ປະເພດຄໍາຮ້ອງຟ້ອງ 2 ສະບັບ, ຄຳຮ້ອງຂໍ້ຄວາມເປັນທຳ4 ສະບັບ, ໄດ້ຊຸກຍູ້ນຳສົ່ງໃຫ້ພາກ ສ່ວນກ່ຽວຂ້ອງແກ້ໄຂ ແລະ ຮັບ
ຮອງເອົາແຜນການເຄື່ອນໄຫວວຽກງານປະຈຳປີ 2022 ຂອງຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 3ຄື: ເຂົ້າຮ່ວມຄົ້ນຄວ້າ ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຕາມແຜນການ ຂອງສະພາແຫ່ງຊາດ ໃຫ້ໄດ້ 30 ສະບັບ, ສ້າງໃໝ່ 12 ສະບັບ, ປັບປຸງ 18 ສະບັບ, ນິຕິກໍາໃຕ້ກົດໝາຍ ຕາມແຜນຂອງສະພາປະຊາຊົນແຂວງ ໃຫ້ໄດ້ 3 ສະບັບ, ຍົກສູງຄວາມຮັບຜິດ ຊອບ ຂອງຄະນະ ສສຊ ປະຈຳເຂດເລືອກຕັ້ງ ໃນການຄົ້ນຄວ້າພິຈາ ລະນາບັນຫາສຳຄັນຕ່າງໆ ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 3-4 ຕາມທີ່ກົດ ໝາຍກໍານົດໄວ້ ,ພິຈາລະນາຄຳຮ້ອງທຸກຂອງພົນລະເມືອງໃຫ້ໄດ້ 100% ຂອງຄໍາຮ້ອງທີ່ເຂົ້າມາ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ.
ຂ່າວ: ກິ່ນນາລົມ

