ກອງປະຊຸມປະຈຳປີວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັກ, ຄົນລາວຮຸ້ນປີ 2030 ແລະການປົກປ້ອງພະຍາດໂຄວິດ-19 ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 29 ກໍລະກົດ 2020 ທີ່ຫ້ອງປະຊຸມພະແນກຖະແຫລງຂ່າວ ວັດທະນະທຳແລະທ່ອງທ່ຽວແຂວງອຸດົມໄຊ, ໂດຍການເປັນປະທານ ຮ່ວມຂອງທ່ານ ສົມສະຫວາດ ພົງສາ ຮອງຫົວຫນ້າ ກົມສື່ມວນຊົນ, ກະຊວງຖວທ, ທ່ານ ມະຫາໄຊເກດບຸນຜັນ ຮອງຫົວຫນ້າພະແນກຖວທ ແຂວງອຸດົມໄຊ, ທ່ານຕະບອງເພັດ ພຸດທະວົງ ວ່າການຫົວຫນ້າພະແນກ ໂຄສະນາແລະສື່ສານມວນຊົນ ອົງການຢູ່ນີເຊັບ. ມີນັກຂ່າວ ຈາກ 18 ແຂວງ ແລະ ສູນກາງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນ ການມີສ່ວນຮ່ວມຂອງສື່ມວນຊົນລາວໃນການປະຕິບັດສິດທິເດັກໃນປີຜ່ານມາ, ໂດຍສະເພາະການມີສ່ວນຮ່ວມຂອງສື່ມວນຊົນລາວໃນການໂຄສະນາພະຍາດໂຄວິດ-19, ການສ້າງແຜນການ ໂຄສະນາດ້ານສິດທິເດັກໃນຕໍ່ຫນ້າ ໂດຍສະເພາະການໂຄສະນາແຜນງານການສ້າງຄົນຮຸ້ນໃຫມ່ຂອງລາວ ປີ 2030 ຫລື Lao Generation 2030 ແລະ ການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ ຕໍ່ການບັນລຸຄວາມຫມາຍຫມັ້ນຕໍ່ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ທີ່ໄດ້ໃຫ້ຄວາມຫມາຍຫນັ້ນຕໍ່ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກທີ່ໄດ້ໃຫ້ຄວາມຫມາຍຫມັ້ນໃນປີ 2019, ການໃຫ້ຄວາມຮູ້ວຽກງານປົກປ້ອງເດັກ ໃຫ້ສື່ມວນຊົນລາວໃນທົ່ວປະເທດ, ການປະກອບສ່ວນຂອງສື່ມວນຊົນໃນການໂຄສະນາໃຫ້ແກ່ວຽກງານແຜນງານສ້າງໄວຫມຸ່ມລາວ ປີ 2030 ,ວຽກງານປ້ອງກັນເດັກ ແລະວຽກງານຕ້ານ,ປ້ອງກັນແລະແກ້ໄຂການລະບາດຂອງພະຍາດໂຄວິດ 19, ການກະກຽມຄວາມພ້ອມຂອງສື່ມວນຊົນລາວຮັບມືກັບສະພາບລະບາດຂອງພະຍາດທີ່ອາດຈະເກີດຂຶ້ນໃນຕໍ່ຫນ້າ, ການປຶກສາຫາລືປັບປຸງ ຮູບແບບແລະເນື້ອໃນຂອງຂ່າວເພສມີເດຍລາວ ຫລື Lao Media Page, ສະພາບການຄຸ້ມຄອງສື່ມວນຊົນໃນປະຈຸບັນ ແລະຕໍ່ຫນ້າ.
ກອງປະຊຸມຄັ້ງນີ້ຈະດຳເນີນໄປຮອດວັນທີ 31 ກໍລະກົດ 2020 ຈິ່ງສຳເລັດ.