
ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປະເມີນການຈັດ ຕັ້ງປະຕິບັດກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ຂື້ນ ສຳລັບບັນດາແຂວງພາກກາງ ແລະ ໃຕ້ ໃນວັນທີ 24 ມີນາ 2022 ຢູ່ທີ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ ແຂວງຈຳປາສັກ ໂດຍການສະ ໜັບສະໜູນຂອງໂຄງການມູນນິທິເກົາຫຼີເພື່ອການດູແລສຸຂະພາບສາກົນ ຫຼືໂຄຟີ (KOFHI ) ແລະ ອົງການອະນາໄມໂລກ (WHO), ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມຂອງ ດຣ ໄພວັນ ແກ້ວປະເສີດ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະ ຊວງສາທາລະນະສຸກ,ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງຈຳປາ ສັກ, ເຂົ້າຮ່ວມມີບັນດາທ່ານ ສະມາຊິກສະພາແຫ່ງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມຂອງ ກະຊວງສາທາ ລະນະສຸກ, ທ່ານຜູ້ຕາງໜ້າຈາກສະພາແຫ່ງ ຊາດ, ສໍານັກງານນາຍົກລັດຖະ ມົນຕີ, ກະຊວງຍຸຕິທໍາ, ແລະຫ້ອງການທີ່ກ່ຽວຂ້ອງ ຈາກ 5 ແຂວງພາກກາງ ແລະ ພາກໃຕ້ (ແຂວງຈຳປາສັກ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື)

ໃນກອງປະຊຸມຄັ້ງນີ້ ໄດ້ຜ່ານບົດປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດດກົດໝາຍວ່າດ້ວຍກັນ ແລະຄວບຄຸມພະຍາດຕິດຕໍ່,ຈາກນີ້ກໍໄດ້ມີການປະກອບຄຳຄິດຄຳເຫັນ ເນັ້ນໃສ່ປັບປຸງບາງຄຳສັບ, ບາງເນື້ອໃນ ແລະບາງມາດຕາ ໃນກົດໝາຍທີ່ປະກາດໃຊ້ຜ່ານມາ,
ເຊິ່ງ ກົດໝາຍວ່າດ້ວຍກັນ ແລະຄວບຄຸມພະຍາດຕິດຕໍ່ທີ່ປະກາດໃຊ້ໃນວັນທີ 19 ທັນວາ ປີ 2017 ມີທັງໝົດ IX ໝວດ 83 ມາດຕາ.

ຈຸດປະສົງກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ເພື່ອໃຫ້ວຽກງານດັ່ງກ່າວມີຄຸນນະພາບ ແລະ ດຳເນີນຢ່າງເປັນ ປົກກະຕິ ແນໃສ່ຕ້ານ, ສະກັດກັ້ນການເກີດ, ການລະບາດຂອງພະຍາດຕິດຕໍ່, ຫຼຸດຜ່ອນການເຈັບເປັນ, ການເສຍຊີ ວິດຂອງຄົນ ຮັບປະກັນໃຫ້ພົນລະເມືອງ ມີສຸຂະພາບແຂງ ແຮງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະ ກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ກອງປະຊຸມຄັ້ງນີ້ ເພື່ອກະກຽມຄວາມພ້ອມໃນການປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ . ສາມາດຮູ້ໄດ້ຈຸດດີ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ, ເກັບກໍາໄດ້ທຸກການປະກອບຄໍາເຫັນກ່ຽວກັບການປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ເຮັດໃຫ້ມີແນວທາງທີ່ຖືກຕ້ອງ ແລະ ເໝາະ ສົມໃນການປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ໃຫ້ຖືກຕ້ອງ ແລະ ເໝາະສົມ ໃນຕໍ່ໜ້າ.
ເກດສະໜາ