ກອງປະຊຸມປິ່ນອ້ອມກ່ຽວກັບ ຂະ ບວນການສ້າງຍຸດທະສາດຂ້າມຜ່ານ ສໍາລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ເພື່ອກະກຽມເຂົ້າຮ່ວມກອງປະຊຸມໂຕະມົນ ຄັ້ງທີ 13
13th High-Level Roundtable Meeting Side Event: Least Developed Country Graduation: Toward a Smooth Transition Strategy
ວັນທີ 11 ຕຸລາ 2021, ຜ່ານລະບົບທາງໄກ
ໃນຕອນເຊົ້າຂອງວັນທີ 11 ພະຈິກ 2021, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປິ່ນອ້ອມກ່ຽວກັບ ຂະບວນການສ້າງຍຸດທະສາດຂ້າມຜ່ານ ສໍາລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ເພື່ອກະກຽມເຂົ້າຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ເຊິ່ງມີຕາງໜ້າຈາກພາກລັດ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ, ບັນດາສະຖານທູດ, ຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຫຼາຍກ່ວາ 120 ທ່ານ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສ້າງຍຸດທະສາດຂ້າມຜ່ານ ເພື່ອກະກຽມໃຫ້ແກ່ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນຂະບວນການສືບຕໍ່ຈາກພາຍຫຼັງທີ່ ສປປ ລາວ ສາມາດຜ່ານການທົບທວນຮອບວຽນ 3 ປີ ໂດຍ ຄະນະກໍາມະການນະໂຍບາຍການພັດທະນາ ອົງການ ສປຊ ໃນຕົ້ນປີທີ່ຜ່ານມາ ແລະ ຖືວ່າເປັນການຜ່ານການປະເມີນ ຄັ້ງທີ 2 ຕິດຕໍ່ກັນ ຫຼັງຈາກຄັ້ງທຳອິດໃນປີ 2018. ສະນັ້ນ, ສປປ ລາວ ຈຶ່ງໄດ້ຮັບການສະເໜີ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍມີໄລຍະການກະກຽມສຳລັບການຂ້າມຜ່ານ 5 ປີ ຈົນຮອດປີ 2026. ແຕ່ເຖິງຢ່າງໃດກໍຕາມ, ຍ້ອນການລະບາດຂອງ ພະຍາດໂຄວິດ-19 ເຊິ່ງໄດ້ສ້າງຜົນກະທົບໂດຍກົງ ຕໍ່ກັບທຸກມິຕິຂອງການພັດທະນາເສດຖະກິດ-ສັງຄົມ, ຍິ່ງເຮັດໃຫ້ປະເທດເຮົາມີຄວາມບອບບາງຫຼາຍຂື້ນກ່ວາເກົ່າ ແລະ ອາດຈະປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນອະນາຄົດ.
ຕໍ່ໜ້າສະພາບການດັ່ງກ່າວນີ້, ທ່ານ ຮອງລັດຖະມົນຕິ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງສືບຕໍ່ກະກຽມຄວາມພ້ອມຂອງຂະແໜງການຂອງຕົນ ໂດຍສະເພາະຂະແໜງການທີ່ຕິດພັນ ກັບທັງ 3 ເງື່ອນໄຂ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງລວມເຖິງການລົງທຶນທີ່ຈໍາເປັນຕໍ່ການພັດທະນາຊັບພະຍາກອນມະນຸດ, ຄຽງຄູ່ກັບວຽກງານຟື້ນຟູຈາກຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19. ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວວ່າ ຄວາມພະຍາຍາມເລົ່ານີ້ຕ້ອງໄດ້ສືບຕໍ່ມີການຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອຮັບປະກັນວ່າ ການສູນເສຍການສະໜັບສະໜູນຈາກນະໂຍບາຍພິເສດສະເພາະ ສຳລັບປະເທດດ້ອຍພັດທະນາ ຈະບໍ່ສົ່ງຜົນກະທົບຕໍ່ຈັງຫວະການພັດທະນາຂອງປະເທດ, ການນຳໃຊ້ມາດຕະການສະໜັບສະໜູນສະເພາະ ຈະຖືກນຳໃຊ້ຢ່າງມີປະສິດທິຜົນສູງສຸດໃນໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ເພື່ອຮັບປະກັນຄວາມພ້ອມໃຫ້ດີທີ່ສຸດ, ແນ່ໃສ່ເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ມີລັກສະນະໂລ່ງລຽນ ແລະ ຍືນຍົງ.
ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ກ່າວວ່າ ການຈັດກອງປະຊຸມປິ່ນອ້ອມໃນຄັ້ງນີ້ ຍັງເປັນໂອກາດອັນດີໃນການຊີ້ແຈ້ງ, ອະທິບາຍ ແລະ ເຜີຍແຜ່ຂໍ້ມູນ ໃຫ້ແກ່ທຸກຂະແໜງການຂອງພາກລັດ ລວມທັງ ຄູ່ຮ່ວມພັດທະນາ ກ່ຽວກັບຜົນປະໂຫຍດ ແລະ ກາລະໂອກາດ ທີ່ຈະໄດ້ຮັບຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ພ້ອມທັງເປັນການກະກຽມເພື່ອເຂົ້າຮ່ວມ ກອງປະຊຸມລະດັບສູງ ອົງການ ສປຊ ວ່າດ້ວຍ ປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນເດືອນມັງກອນ ປີ 2022 ທີ່ ປະເທດ ກາຕ້າ ເຊິ່ງຈະຖືເປັນໂອກາດສຳຄັນ ສໍາລັບ ສປປ ລາວ ໃນການສະເໜີຮ່າງຍຸດທະສາດຂ້າມຜ່ານ ເພື່ອສືບຕໍ່ລະດົມຂົນຂວາຍການຮ່ວມມື ແລະ ສະໜັບສະໜູນຈາກສາກົນ ຕະຫຼອດໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ໄປຈົນເຖິງໄລຍະຂ້າມຜ່ານຫຼັງຈາກປີ 2026.
ພ້ອມດຽວກັນນັ້ນ, ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ກອງປະຊຸມໂດຮາ ວ່າດ້ວຍປະເທດດ້ອຍພັດທະນາ (LDC5) ເຊິ່ງຈະເປັນໂອກາດໃນການກຽມຄວາມພ້ອມໃຫ້ແກ່ບັນດາເງື່ອນໄຂອັນຈຳເປັນຕໍ່ການຂ້າມຜ່ານຢ່າງໂລ່ງລ່ຽນ, ພ້ອມທັງເປັນການລະດົມການຊ່ວຍເຫຼືອສະໜັບສະໜຸນຈາກວົງສາຄະນະຍາດສາກົນໃນການກ້າວອອກຈາກສະຖານະພາບດ້ອຍພັດທະນາ. ທ່ານ ນາງ ເຊເກນເນັສ ຍັງໄດ້ຢ້ຳຕື່ມວ່າ ເພື່ອຈະໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງ ດ້ວຍເສດຖະກິດທີ່ເຂັ້ມແຂງ ແລະ ຄວາມບອບບາງຕໍ່າ ປັດໄຈຫຼັກແມ່ນຕ້ອງໄດ້ຍົກລະດັບຊັບພະຍາກອນມະນຸດ ແລະ ການຂະຫຍາຍໂຕຂອງ GDP ເຊິ່ງຈະເປັນປັດໄຈຫຼັກໃນການຂັບເຄື່ອນປະເທດໃຫ້ສາມາດບັນລຸການພັດທະນາແບບຍືນຍົງ ແລະ ພ້ອມກັນກ້າວໄປໄດ້ຢ່າງແທ້ຈິງ. ທ່ານ ນາງ ເຊເກນເນັສ ຍັງກ່າວວ່າ ກອງປະຊຸມໃນມື້ນີ້ແມ່ນມີຄວາມໝາຍຄວາມສໍາຄັນ ເຊິ່ງຖືກຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບຂັ້ນຕອນການວາງແຜນການຫຼຸດພົ້ນອອກຈາກສະນະຖາບດ້ອຍພັດທະນາຂອງ ສປປ ລາວ ແລະ ຈະຊ່ວຍໃຫ້ລັດຖະບານ, ຜູ້ສ້າງນະໂນຍາຍ ແລະ ຄູ່ຮ່ວມພັດທະນາມີ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄາດໝາຍການປ່ຽນແປງ, ສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆທີ່ອາດເກີດຂຶ້ນໃນອະນາຄົດຈາກການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ.
ຫຼັງຈາກນັ້ນ, ກອງປະຊຸມ ກໍ່ໄດ້ຮັບຟັງການນໍາສະເໜີບົດໂດຍ ອົງການ ສປຊ ກ່ຽວກັບ ການປະເມີນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍເນັ້ນໜັກເຖິງ ຜົນກະທົບ ແລະ ຄວາມບອບບາງ ຂອງ ສປປ ລາວ. ພ້ອມກັນນັ້ນ, ກະຊວງການຕ່າງປະເທດ ໂດຍຕາງໜ້າໃຫ້ແກ່ ກອງເລຂາຄະນະຊີ້ນຳລະດັບຊາດ ກໍ່ໄດ້ນໍາສະເໜີບົດກ່ຽວກັບ ຂະບວນການສ້າງຍຸດທະສາດຂ້າມຜ່ານ ເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງກໍ່ໄດ້ຮັບຟັງການປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຢ່າງກວ້າງຂວາງ ຈາກທຸກພາກສ່ວນທັງພາກລັດ ແລະ ສາກົນ ກ່ຽວກັບຂະບວນການທີ່ໄດ້ສຳເລັດຜ່ານມາ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດໃນອະນາຄົດ ເພື່ອຮັບປະກັນວ່າ ຍຸດທະສາດຂ້າມຜ່ານດັ່ງກ່າວ ແມ່ນອີງໃສ່ບົນພື້ນຖານການມີສ່ວນຮ່ວມຂອງທຸກພາກສ່ວນ. ຜົນຂອງກອງປະຊຸມປິ່ນອ້ອມໃນຄັ້ງນີ້ ແມ່ນຈະສືບຕໍ່ນຳໄປສະເໜີຢູ່ໃນໜຶ່ງໃນວາລະຂອງ ການປຶກສາຫາລືລະດັບສູງ ທີ່ ກອງປະຊຸມລະດັບສູງໂຕະມົນ ປະຈຳປີ 2021.

