ວັນທີ 31 ຕຸລາ 2021 ນີ້ ຫ້ອງວ່າການນະຄອນຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລືເພື່ອເອກະພາບ ຕໍ່ມາດຕະການຜ່ອນຜັນ, ມາດຕະການສືບຕໍ່ປະຕິບັດຄວບຄຸມການລະບາດ ພະຍາດໂຄວິດ-19 ແລະ ມາດຕະການເດັດຂາດຕໍ່ຜູ້ລະເມີດ, ກອງປະຊຸມໄດ້ໄຂຂຶ້ນໂດຍເປັນປະທານ ຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າຄະນະສະເພາະກິດຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19, ມີບັນດາຄະນະປະຈຳພັກນະຄອນ, ກຳມະການພັກ, ຄະນະສະເພະກິດຂັ້ນນະຄອນຫຼວງພະບາງເຂົ້າຮ່ວມ.

ກອງປະຊຸມບັນດາທ່ານ ຄະນະສະເພາະກິດຄວບຄຸມການລະບາດເຊື້ອພະຍາດ ໂຄວິດ-19 ໄດ້ສຸມໃສ່ຕີລາຄາຄືນກ່ຽວກັບການປະຕິບັດບັນດາມາດຕະການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ ໂຄວິດ-19, ໃນກອງປະຊຸມໄດ້ຄົ້ນຄວ້າບັນດາ ຂໍ້ຫ້າມ, ມາດຕະການຕໍ່ຜູ້ລະເມີດ ແລະ ມາດຕະການຜ່ອນຜັນ ເພື່ອໃຫ້ແທດ ເໝາະກັບສະພາບການໃນແຕ່ລະພື້ນທີຕົວຈິງ.
ທ້າຍພິທີ ປະທານກອງປະຊຸມ ໄດ້ເນັ້ນໃຫ້ສືບຕໍ່ປະຕິບັດມາດຕະການກຳນົດໄວ້ຢ່າງເຂັ້ມງວມກວ່າຄັ້ງຜ່ານມາ ໃຫ້ແທດເໝາະກັບສະພາບຕົວຈິງ ນອກນັ້ນທ່ານ ຍັງໄດ້ເນັ້ນໃຫ້ສືບຕໍ່ໂຄສະນາຜົນຮ້າຍຂອງເຊື້ອພະຍາດດັ່ງກ່າວໃຫ້ຮັບຮູ້ທົ່ວເທິງຢ່າງກວ້າງຂວາງ, ສືບຕໍ່ເຊື່ອມຊືມຕໍ່ບັນດາພະນັກງານໃນການເປັນແບບເປັນຢ່າງ ຕໍ່ການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ – 19 ໃຫ້ໄດ້ຮັບຜົນດີ.


ຂ່າວ: ສົມພອນ ວິໄລຜົນ