ໃນວັນທີ 11 ຕຸລາ 2021 ນີ້ ຢູ່ທີ່ຫ້ອງປະຊຸມດ່ານສາກົນລາວບາວ ສສ ຫວຽດນາມ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບການກໍ່ສ້າງ ເຮືອນປະສານງານ(ກຸ່ມບ້ານ)ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ທີ່ມີຊາຍແດນຕິດຈອດ ລະຫວ່າງ ແຂວງກວາງຈິ ສສ ຫວຽດນາມ ແລະ ແຂວງສະຫວັນນະເຂດ ສປປ ລາວ ເຊິ່ງເຂົ້າຮ່ວມເປັນປະທານ ມີທ່ານ ພັນເອກ ເລ ເຟືອງ ຮອງຫົວໜ້າກອງບັນຊາການຕຳຫຼວດແຂວງກວາງຈິ ແຫ່ງ ສສຫວຽດນາມ, ມີທ່ານ ພັນໂທ ກອງມີ ມຽງມະນີ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ສປປລາວ, ມີກອງບັນຊາການ ປກສ ເມືອງເຊໂປນ, ປກສ ເມືອງນອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜູ້ເຂົ້າຮ່ວມທັງສອງຝ່າຍແມ່ນໄດ້ແລກປ່ຽນ, ປະກອບຄຳຄິດຄຳເຫັນ, ປຶກສາຫາລື ກ່ຽວກັບການກໍ່ສ້າງ ເຮືອນປະສານງານ(ກຸ່ມບ້ານ), ຈຳນວນ 07 ຫຼັງ ຢູ່ໃນ 07 ກຸ່ມບ້ານ ຂອງ ເມືອງວິລະບູລີ ແຂວງສະຫວັນະເຂດ ເຊິ່ງມີເນື້ອທີ່ກໍ່ສ້າງແມ່ນໄດ້ກະກຽມຄວາມພ້ອມ ຮັບປະກັນໄຟຟ້າ ແລະ ນ້ຳໃຊ້, ເຊິ່ງ ກອງບັນຊາການຕໍາຫຼວດແຂວງກວາງຈິ ສສ ຫວຽດນາມ ຈະຕອບສະໜອງ ໄຟຟ້າ ແລະ ນ້ຳໃຊ້ ຄື: ຈັກປັ່ນໄຟ້ຟາ, ນ້ຳບາດານ ເຊິ່ງຈະເລີ່ມການກໍ່ສ້າງແຕ່ເດືອນ ພະຈິກ ປີ 2021 ຫາເດືອນ ພຶດສະພາ ປີ 2022, ຮູບແບບໃນການກໍ່ສ້າງ 01 ຫຼັງ ສາມາດຮອງຮັບພະນັກງານຈຳນວນ 30 ສະຫາຍ, ເຊິ່ງເປັນໂຄງການກໍ່ສ້າງເຮືອນ ເບຕົງເສີມເຫຼັກ, ການອອກແບບຕາມຮູບຊົງຂອງລາວ.
ແລະໃນໂອກາດດຽວກັນນີ້ ກອງບັນຊາການຕຳຫຼວດແຂວງກວາງຈິ ແຫ່ງສສ ຫວຽດນາມ ກໍ່ໄດ້ມອບເຄື່ອງຊ່ວຍເຫຼືອ ປະເພດ ຜ້າອັດປາກ-ດັງຈຳນວນໜຶ່ງ ໃຫ້ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ, ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງເຊໂປນ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງນອງ ເພື່ອຮັບໃຊ້ເຂົ້າໃນວຽກງານສະກັດກັ້ນ ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19.


