ໃນລະຫວ່າງວັນທີ 30 ມີນາ – 02 ເມສາ 2022, ທ່ານ ນາງ ອາມານດາ ມິວລິງ, ລັດຖະມົນຕີ ຊີ້ນຳຂົງເຂດອາຊີ ແລະ ຕາເວັນອອກກາງ, ກະຊວງການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ກ້າວເຂົ້າສູ່ບາດກ້າວອັນໃຫມ່.
ໃນໂອກາດການມາຢ້ຽມຢາມຄັ້ງນີ້, ສອງຝ່າຍ ລາວ-ອັງກິດ ໄດ້ມີກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ – ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຄັ້ງທີ 3 ໃນວັນທີ 31 ມີນາ 2022, ທີ່ ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ອາມານດາ ມິວລິງ (Amanda Milling), ລັດຖະມົນຕີຊີ້ນຳຂົງເຂດອາຊີ ແລະ ຕາເວັນອອກກາງ, ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ. ກອງປະຊຸມຄັ້ງນີ້ ໄດ້ເປັນຂີດໝາຍສຳຄັນໃນການ ສັງເກດຕີລາຄາສະພາບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໂດຍສືບຕໍ່ກອງປະຊຸມປຶກສາຫາລື ຄັ້ງທີ 2, ທີ່ຈັດຂຶ້ນໃນປີ 2018, ຢູ່ ນະຄອນຫຼວງວຽງຈັນ ເວົ້າລວມແມ່ນເພື່ອກຳນົດທາງການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອັງກິດ ເວົ້າສະເພາະ ແມ່ນເພື່ອສົ່ງເສີມການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃຫ້ກ້າວສູ່ລວງເລິກ ແລະ ຮ່ວມກັນຊຸກຍູ້ການຈັດຕັ້ງປະຕິບັດແຜນການພົວພັນຮ່ວມມື ລາວ-ອັງກິດ ທີ່ກຳລັງຈັດຕັ້ງປະຕິ ບັດຢູ່, ລວມທັງຂໍ້ລິເລີ່ມໃໝ່ໆ ທີ່ເຫັນວ່າເປັນທ່າແຮງ ແລະ ສາມາດຮ່ວມມືກັນ ເພື່ອນຳມາເຊິ່ງຜົນປະໂຫຍດຮ່ວມກັນ ໃນຕໍ່ໜ້າ ແນໃສ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ມີປະສິດທິພາບ, ປະສິດທິຜົນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ. ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ນັບມື້ໄດ້ຮັບການ ເສີມຂະຫຍາຍຂຶ້ນເລື້ອຍໆ, ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 05 ກັນຍາ 1955 ເປັນຕົ້ນມາ, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນຄະນະຜູ້ແທນລະດັບສູງຮ່ວມກັນ ແລະ ການຈັດກອງປະ ຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ອັງກິດ ຢ່າງເປັນປົກກະຕິ ເພື່ອປຶກ ສາຫາລື, ຖອດຖອນບົດຮຽນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ມີປະສິດທິຜົນສູງຂຶ້ນ ເປັນຕົ້ນ ສືບຕໍ່ຮ່ວມມືກັນດ້ານການຄ້າ ແລະ ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ວຽກງານເກັບກູ້ລະເບີດບໍ່ທັນແຕກ, ກະສິກຳ ແລະ ປ່າໄມ້, ພະລັງງານສະອາດ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມດຽວ ກັນນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ໃນເວທີ ສປຊ ແລະ ອາຊຽນ ໂດຍສະເພາະການສະໜັບສະໜູນຊ່ວຍເຫຼືອການກະກຽມເປັນປະທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ອັງກິດ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການ ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນມາຍັງລັດຖະບານ ແລະ ປະຊາຊົນ ອັງກິດ ຕໍ່ການຊ່ວຍເຫຼືອ ທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ໃຫ້ແກ່ ສປປ ລາວ, ຊຶ່ງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ໃນແຕ່ລະໄລຍະ ແລະ ຄວາມໝາຍໝັ້ນທີ່ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ. ພິເສດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານຕ່າງໆເຂົ້າໃນການຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ.
ໃນຂະນະດຽວກັນ, ທ່ານລັດຖະມົນຕີ ອາມານດາ ມິວລິງ ກໍ່ໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກ ກ່ຽວຂ້ອງຂອງທັງສອງຝ່າຍ ປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ບັນດາຂໍ້ສະເໜີຕ່າງໆ ປະກົດຜົນເປັນຈິງ. ກອງປະຊຸມໄດ້ດຳເນີນພາຍໃຕ້ບັນຍາກາດອັນອົບອຸ່ນ ແລະ ກົງໄປກົງມາ, ຊຶ່ງສອງຝ່າຍໄດ້ບັນລຸຄວາມເຂົ້າອົກເຂົ້າໃຈກັນຫລາຍຂຶ້ນ ແລະ ທັງເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອັງກິດ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງຂຶ້ນ.
ໃນໂອກາດຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ທ່ານລັດຖະມົນຕີ ອາມານດາ ມິວລິງ ກໍ່ໄດ້ເຂົ້າຢ້ຽມຂ່ຳ ນັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຂະແໜງການກ່ຽວຂ້ອງອີກຈຳນວນຫນຶ່ງ. ພ້ອມນີ້, ທ່ານລັດຖະມົນຕີ ອາມານດາ ມິວລິງ ກໍ່ຈະເດີນທາງໄປຢ້ຽມຢາມເຮັດວຽກຢູ່ ແຂວງຊຽງແຂວງ ໂດຍຈະພົບປະກັບການນຳແຂວງ ແລະ ຢ້ຽມຢາມໂຄງການຕ່າງໆທີ່ລັດຖະບານອັງກິດໃຫ້ການຊ່ວຍເຫຼືອ ແລະ ຈັດຕັ້ງປະຕິບັດຢູ່ແຂວງດັ່ງກ່າວ.
—————————————————–


