ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຄັ້ງທີ 6 ໄດ້ມີຂຶ້ນໃນວັນທີ 31 ສິງຫາ 2021 ໃນຮູບແບບທາງໄກ ໂດຍການເປັນປະທານຮ່ວມ ຂອງ ສະ ຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ກວ໋ກ ຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ມີການເຂົ້າຮ່ວມຂອງບັນດາຫົວໜ້າກົມ, ຮອງກົມ, ພາຍໃນກະຊວງການຕ່າງປະ ເທດ ຂອງສອງຝ່າຍເຂົ້າຮ່ວມ, ຊຶ່ງເປັນກົນໄກປະຈໍາປີ ລະຫວ່າງ ສອງກະຊວງການຕ່າງປະເທດທີ່ປະຕິບັດຮ່ວມກັນມາແຕ່ປີ 2015.
ໃນກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ແລກ ປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົນຮຽນຮ່ວມກັນ ແບບກົງໄປກົງມາໃນຫຼາຍບັນຫາເປັນຕົ້ນແມ່ນທົບທວນຄືນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ໄດ້ຮ່ວມກັນປຶກສາຫາລືບັນ ຫາຕ່າງໆ ໃຫ້ເປັນຮູບປະທໍາເພື່ອຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງທີ່ໄດ້ຕົກ ລົງກັນ ເພື່ອເສີມຂະ ຫຍາຍການຮ່ວມມືດ້ານເສດຖະກິດໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ ສົມຄູ່ກັບການຮ່ວມມືດ້ານການເມືອງ, ເອົາໃຈໃສ່ການຮ່ວມມືດ້ານວັດທະນະທໍາ-ສັງຄົມ, ໂຄສະນາອົບຮົບ ໃຫ້ຄົນຮຸ້ນໜຸ່ມ ເຂົ້າໃຈເລິກເຊິ່ງມູນເຊື້ອການພົວພັນພິເສດຂອງສອງຊາດ, ເພີ່ມທະວີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຕາມທິດຫຼາຍຮູບຫຼາຍສີ, ມີປະສິດທິຜົນ ແລະ ປະຢັດມັດທະຍັດ ຫຼີກລ່ຽງການທັບຊ້ອນ ຟຸມເຟືອຍ, ພ້ອມນີ້, ສອງຝ່າຍໄດ້ຮ່ວມກັນປຶກສາຫາລື ບັນດາກິດຈະກໍາ ສະເຫຼີມສະຫຼອງສອງ ປີສາມັກຄີມິດຕະພາບ 2022, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ໃຫ້ມີຄວາມໝາຍ, ມີເນື້ອໃນອຸດົມສົມບູນ.
ສອງຝ່າຍໄດ້ທົບທວນຄືນການຮ່ວມມື ລະຫວ່າງສອງກະຊວງາການຕ່າງປະເທດ ແລະ ວາງທິດທາງຮ່ວມມືໃນຕໍ່ໜ້າຕາມຂໍ້ຕົກລົງຮ່ວມມື ໄລຍະປີ 2021-2025 ລະຫວ່າງສອງກະຊວງການຕ່າງປະເທດ ແລະ ແຜນຮ່ວມມືດ້ານການທູດເສດຖະ ກິດ ໄລຍະ 2020-2025, ສອງຝ່າຍເຫັນດີເປັນເອກະພາບກັນວ່າ ໃນໄລຍະຜ່ານມາ ການປະສານງານລະຫວ່າງສອງກະຊວງການຕ່າງປະເທດແມ່ນເຮັດໄດ້ດີທັງໃນຂອບສອງຝ່າຍກໍ່ຄືໃນເວທີພາກພື້ນ ແລະ ສາກົນຕ່າງໆ, ບັນດາກົມໃນກະຊວງແມ່ນມີກົນໄກພົບປະກັນໄປມາຫາສູ່ກັນສະເພາະ, ແຕ່ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ການເດີນທາງມີຄວາມຫຍຸ້ງຍາກ ແຕ່ສອງຝ່າຍກໍ່ໄດ້ຫັນປ່ຽນມາພົບປະກັນແບບທາງໄກ ກໍ່ເຫັນວ່າໄດ້ຮັບປະສິດທິຜົນດີສົມຄວນ, ໃນອະນາຄົດເຖິງວ່າໂຄວິດ-19 ຈະຫາຍ ໄປ ແຕ່ສອງຝ່າຍເຫັນດີສືບຕໍ່ປະສົມປະສານກັນ ລະຫວ່າງ ການຢ້ຽມຢາມຕົວຈິງ ແລະ ການພົບປະທາງໄກຢ່າງເປັນປົກກະຕິ ເພື່ອທົບທວນຄືນການຮ່ວມມືສອງຝ່າຍ ທາງດ້ານການຮ່ວມມືດ້ານການເມືອງ ກໍ່ຄືການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແນໃສ່ຍົກສູງກົນໄກການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນການເປັນໃຈກາງຊຸກຍູ້ຕິດຕາມການຈັດຕັ້ງປະຕິ ບັດບັນດາຂໍ້ຕົກລົງສອງຝ່າຍທີ່ໄດ້ລົງນາມຮ່ວມກັນ, ຍົກສູງບົດບາດຂອງກະຊວງການຕ່າງປະເທດ ໃນການເປັນເສນາ ທິການໃນວຽກງານຕ່າງປະເທດ ແລະ ການເປັນໃຈກາງປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງທັງສອງປະເທດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມ ການພົວພັນສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ. ນອກນີ້, ສອງຝ່າຍໄດ້ຮ່ວມກັນແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.
ສອງຝ່າຍໄດ້ສະແດງຄວາມເຫັນອົກເຫັນໃຈກັນ ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະ ບາດຢ່າງໜ້າເປັນຫ່ວງຢູ່ໃນສອງປະເທດ ກໍ່ຄືໃນພາກພື້ນ, ແລະ ຢືນຢັນຈະຮ່ວມມືກັນຢ່າງໃກ້ຊິດໃນການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຮັບມືກັບການແຜ່ລະບາດຂອງພະຍາດນີ້ ທັງໃນຂອບສອງຝ່າຍ ແລະ ໃນຂອບຫຼາຍຝ່າຍກໍ່ຄືອາຊຽນ. ພ້ອມນີ້ ຝ່າຍລາວ ຍັງໄດ້ສົ່ງຄໍາອວຍພອນອັນອົບອຸ່ນໄປຍັງ ສສ ຫວຽດນາມ ເນື່ອງໃນໂອກາດວັນສະຖາປະນາ ສສ ຫວຽດນາມ ຄົບ ຮອບ 76 ປີ (2 ກັນຍາ 1945-2 ກັນຍາ 2021) ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ບັນລຸເປົ້າໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ວາງອອກ. ກອງປະຊຸມໄດ້ ດໍາເນີນໄປດ້ວຍບັນ ຍາກາດໄມຕິຈິດມິດຕະພາບ, ສະໜິດ ສະໜົມ ແລະ ກົງໄປກົງມາ ເຫັນໄດ້ເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຢ່າງແທ້ຈິງ.


