ວັນທີ 18 ກຸມພາ 2022 ທີ່ ຫ້ອງວ່າການສູນກາງພັກ, ໄດ້ຈັດກອງປະຊຸມປຶກສາຫາລື ການກະກຽມສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ- ຫວຽດນາມ ປີ 2022 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ປະທານຄະນະຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງ ປີສາມັກຄີ ລາວ-ຫວຽດນາມ ແລະ ມີບັນດາສະຫາຍ ຮອງປະທານຄະນະຊີ້ນໍາລະດັບຊາດ ແລະ ຄະນະທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຜ່ານ: ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ເພື່ອສະເຫຼີມ ສະ ຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ສະບັບເລກທີ 08/ກມສພ, ລົງວັນທີ 04 ກຸມພາ 2022; ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊ່ວຍວຽກຄະນະຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ- ຫວຽດນາມ ປີ 2022 ສະບັບລົງວັນທີ 4 ກຸມພາ 2022; ຄໍາສັ່ງແນະນໍາຂອງຄະນະຊີ້ນໍາລະດັບຊາດ ວ່າດ້ວຍການສະເຫຼີມສະ ຫຼອງປີສາມັກຄີມິດຕະ ພາບ ລາວ-ຫວຽດນາມ ປີ 2022, ສະບັບລົງວັນທີ 4 ກຸມພາ 2022; ແຜນການຈັດຕັ້ງປະຕິບັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ສະບັບລົງວັນທີ 4 ກຸມພາ 2022 ໂດຍໄດ້ກໍານົດ 8 ກິດຈະ ກຳໃຫຍ່ ຄື: ການເປີດ ແລະ ປິດປີສາມັກຄີມິດຕະພາບ 2022; ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພົບປະສັງສັນ, ການຮ່ວມມື ລະຫວ່າງ ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ ແລະ ແລກປ່ຽນພົບປະມິດຕະພາບ ລະຫວ່າງປະຊາຊົນຂອງສອງປະເທດ; ການຈັດງານໂຮມຊຸມນຸມມິດຕິງ (18 ກໍລະກົດ 2022); ການແລກປ່ຽນສານອວຍພອນຂອງການນໍາທຸກຂັ້ນ; ແລກປ່ຽນສິລະປະວັນນະຄະດີ, ວັດທະນະທໍາ, ການສຶກສາ ແລະ ກິລາ; ການເຄື່ອນໄຫວເພີ່ມທະວີການຮ່ວມມື ທາງດ້ານເສດຖະກິດ, ການຄ້າ-ການລົງທຶນ; ການເຄື່ອນໄຫວທາງດ້ານໂຄສະນາເຜີຍແຜ່ ຜ່ານສື່ມວນຊົນ ເຊັ່ນ: ພິມປຶ້ມວາລະ ສານ, ບົດຄວາມ, ໜັງສືພິມ, ສໍາພາດທາງວິທະຍຸ, ໂທລະພາບ ແລະ ອື່ນໆ; ການຍ້ອງຍໍ (ການປະດັບຫຼຽນໄຊ ແລະ ຫຼຽນກາຕ່າງໆ).
ໂອກາດນີ້ ສະຫາຍ ບຸນທອງ ຈິດມນີ ໃຫ້ທິດຊີ້ນຳ ກ່ຽວກັບການກກຽມສະເຫຼີມສະຫຼອງສອງວັນປະຫວັດສາດເທື່ອນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍ ສໍາລັບສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ເປັນການຫວນຄືນມູນເຊື້ອ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນັບແຕ່ພາລະ ກິດຕໍ່ສູ້ປົດປ່ອຍຊາດ ແລະ ການສ້າງສາພັດທະນາໃນປະຈຸບັນ, ທັງເປັນບັ້ນໃຫຍ່ໜຶ່ງໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ທຸກເປົ້າໝາຍທົ່ວສັງຄົມ ເປັນຕົ້ນ: ສະມາຊິກພັກ, ພະນັກງານ, ທະ ຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຄົນລຸ້ນໜຸ່ມ ໃຫ້ຮັບຮູ້, ເຂົ້າໃຈຖືກຕ້ອງ, ເລິກເຊິ່ງ ແລະ ໜັກແໜ້ນ; ໄດ້ເນັ້ນໜັກ ໃຫ້ທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງພ້ອມກັນເອົາໃຈໃສ່ ກະກຽມ ໂດຍການຫັນບັນດາກິດຈະກໍາຕ່າງໆ ໃຫ້ເປັນອັນລະອຽດ ແລະ ເປັນແຜນຈັດຕັ້ງປະຕິບັດ ໃນແຕ່ລະເດືອນ ແລະ ແຕ່ລະໄລຍະ. ການຈັດຕັ້ງປະຕິບັດໃຫ້ເນັ້ນໃສ່ເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນອົງປະກອບສໍາຄັນ, ມີຫຼາຍຮູບຫຼາຍສີ, ມີຄວາມເບີກບານມ່ວນຊື່ນ, ເປັນຂະບວນຟົດຟື້ນ, ມີຊີວິດຊີວາ ແລະ ກາຍ ເປັນສັນຍາລັກ ບົນພື້ນຖານຮັບປະກັນໄດ້ ຄວາມສະຫງົບປອດໄພ ແລະ ປະຢັດມັດ ທະຍັດ.
Loading...