ກອງປະຊຸມປຶກສາຫາລື ພາກລັດ ແລະພາກທຸລະກິດຂັ້ນສູນກາງ ແລະ ບັນດາແຂວງເປົ້າໝາຍເພື່ອປຶກສາຫາລືແຜນເປີດປະເທດຕ້ອນຮັບນັກທ່ອງທ່ຽວ
ວັນທີ 10 ທັນວາ 2021 , ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໄດ້ຈັດກອງປະຊຸມ ທາງໄກ ເພື່ອປຶກສາຫາລື ພາກລັດ ແລະພາກທຸລະກິດຂັ້ນສູນກາງ ແລະ ບັນດາແຂວງເປົ້າໝາຍ ເພື່ອປຶກສາຫາລືແຜນເປີດປະເທດຕ້ອນຮັບນັກທ່ອງທ່ຽວ, ໂດຍການເປັນປະທານ ຂອງທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະການຮ່ວມມືສາ ກົນ, ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະທ່ອງທ່ຽວ, ມີ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດ ທະນາການທ່ອງທ່ຽວ, ທ່ານ ອິນທີ ເດືອນສະຫວັນ, ຄະນະບໍລິຫານງານ, ຮອງປະທານກຳມາທິການທ່ອງທ່ຽວ ສະພາການຄ້າ ແລະອຸດສະຫະກຳແຫ່ງ ຊາດລາວ, ມີຕາງໜ້າ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງເປົ້າໝາຍ ແລະ ບໍລິສັດທ່ອງທ່ຽວເຂົ້າຮ່ວມ.


ໂອກາດກ່າວເປີດກອງປະຊຸມ ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະການຮ່ວມມືສາ ກົນ, ໄດ້ມີຄວາມເຫັນວ່າ: ໃນປັດຈຸບັນ ເຊື້ອພະຍາດໂຄວິດ-19 ໄດ້ແຜ່ຂະ ຫຍາຍ ເປັນວົງກວ້າງໃນທົ່ວໂລກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈໍານວນຫຼວງຫຼາຍ ແລະ ໄດ້ສົ່ງຜົນກະທົບອັນຮ້າຍແຮງໃຫ້ແກ່ການຂະ ຫຍາຍໂຕຂອງເສດຖະກິດໃນທົ່ວໂລກ ເປັນຕົ້ນແມ່ນອຸດສາຫະກໍາການທ່ອງ ທ່ຽວ ຜູ້ປະກອບການທຸລະກິດທີ່ປິ່ນອ້ອມການທ່ອງທ່ຽວ ໄດ້ຮັບຜົນກະທົບຈາກການຈໍາກັດການເດີ່ນທາງ, ການດໍາເນີນກິດຈະກໍາຕ່າງໆ ເພື່ອຢັບຢັ້ງການແຜ່ລະ ບາດຂອງພະຍາດໂຄວິດ 19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.
ເພື່ອຫຼຸດຜ່ອນບັນຫາທີ່ເປັນຜົນກະທົບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກໍຄຶຜົນກະທົບ ຕໍ່ການທ່ອງທ່ຽວ, ໃນໄລຍະທີ່ຜ່ານມາ ລັດຖະບານກໍ່ໄດ້ມີການກຳນົດນະໂຍບາຍທາງດ້ານຕ່າງໆ ເພື່ອແກ້ໄຂ ສະພາບວິກິດການທາງດ້ານເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ 19 ຢ່າງຕໍ່ເນື່ອງ, ນອກ ຈາກນັ້ນ ລັດຖະບານໄດ້ມີແຜນໃຫ້ຄົ້ນຄ້ວາ ການກະກຽມເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ, ແລະປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1445/ຫສນຍ, ລົງວັນທີ 5/11/2011 ໄດ້ມອບໃຫ້ກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ເປັນໃຈກາງ ໃນການສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄ້ວາແຜນກະກຽມໃນການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ, ດັ່ງນັ້ນ ໃນວັນທີ່ 16 ພະຈິກ 2021 ກະຊວງ ຖວທ ຈຶ່ງໄດ້ເປີດກອງປະຊຸມປຶກສາຫາລືລະ ຫວ່າງ ພາກລັດ ແລະ ພາກທຸລະກິດຂຶ້ນ ໂດຍການເປັນປະທານຂອງທ່ານ ນາງສວນສະຫັວນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ມີບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງຕ່າງໆທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ເຂົ້າ ຮ່ວມ. ຊຶ່ງກອງປະຊຸມກໍ່ໄດ້ປຶກສາຫາລືຫຼາຍບັນຫາ ໂດຍສະເພາະແມ່ນການກຳນົດ ເງື່ອນໄຂ ,ນິຕິກໍາ ຂອງລັດຖະບານແລະ ຄວາມກຽມພ້ອມຂອງພາກທຸລະກິດ ໃນການຮອງຮັບໃຫ້ແກ່ການເປີດປະເທດ ພ້ອມທັງ ກໍານົດແຜນວຽກໃນການກະກຽມຄວາມພ້ອມຂອງແຕ່ລະຂະແຫນງການ ເພື່ອຕ້ອນຮັບນັກທ່ອງ ທ່ຽວທີ່ໄດ້ຮັບການຊັກວັກຊີນຄົບໂດສ໌. ທັງເປັນການທົບທວນຄືນການປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວໃນວັນທ່ີ 7 ທັນວາ 2021, ພວກເຮົາກໍ່ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດການກະກຽມດັ່ງກ່າວຊຶ່ງເຫັນວ່າມີຫລາຍພາກສ່ວນໄດ້ມີການກະກຽມຄວາມພ້ອມ. ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີກໍ່ໄດ້ອອກຂໍ້ຕົກລົງ ສະບັບເລກທີ່ 135/ນຍລົງວັນທີ່ 07 ທັນວາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບ ຜິດຊອບກະກຽມແຜນເປີດ ປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ແລະ ຂໍ້ຕົກລົງຂອງທ່ານຮອງນາຍົກຫົວໜ້າຄະນະສະເພາະກິດ ເລກທີ່ 4887/ຫສນຍ ລົງວັນທີ່ 29-11-2021, ວ່າດ້ວຍການຮັບຮອງເອົາແຜນການປະຕິບັດງານ ຕົວຈິງສໍາລັບ ການເປີດເຂດການທ່ອງທ່ຽວລາວສີຂຽວ ທີ່ປອດໄພຈາກໂຄວິຕ-19.
ເພື່ອຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວພວກເຮົາຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນເພື່ອປຶກສາຫາລືການກໍາ ນົດເຂດແລະ ກິດຈະກໍາການບໍລິການໃນເຂດທ່ອງທ່ຽວສີຂຽວຢູ່ແຂວງເປົ້າໝາຍ ສໍາລັບ ຂັ້ນຕອນການເຂົ້າອອກ, ມາດຕາການໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ19.
ພັກແລະລັດຖະບານເວລາໃດກໍ່ເປັນຫ່ວງເປັນໄຍແລະເອົາໃຈໃສ່ຊຸກຍູ້ສົ່ງເສີມການພັດທະນາວຽກງານທ່ອງທ່ຽວທີ່ເປັນຂະແໜງບູລິມາສິດຂອງປະເທດໃນສະພາບທີ່ ມີການລະບາດຂອງພະຍາດໂຄວິດ 19 ຊຶ່ງເປັນສິ່ງຫ້າຍຫາຍຕໍ່ພວກເຮົາແຕ່ລັດຖະບານຍັງໃຫ້ການສະໜັບສະໝູນ ການເປີດປະເທດເພືອຕ້ອນຮັບນັກທ່ອງທ່ຽວເພີອແກ້ໄຂວິກິດດ້ານເສດຖະກິດດ້ວຍຄວາມຮອບຄອບແລະມີ ຫລັກການ, ຈຶ່ງຂໍຮຽກຮ້ອງໃຫ້ທຸກພາກສ່ວນຊ່ວຍປະກອບຄໍາຄິດເຫັນຢ່າງກົງໄປກົງມາດ້ວຍເຫດຜົນ ,ສ້າງສັນ ແລະ ມີຄວາມຮັບພິດຊອບ ເຮັດໃຫ້ການປຶກສາຫາລືການເປີດປະເທດເພື່ອຕ້ອນຮັບນັກ ທ່ອງທ່ຽວມີເນື້ອໃນຄົບຖ້ວນ ເນັ້ນໃສ່ການເດີນທາງທ່ອງທ່ຽວທີ່ມີຄວາມຮັບປະກັນທາງດ້ານຄວາມປອດໄພ, ສ້າງຄວາມເຊື່ອໝັ້ນໃຫ້ນັກທ່ອງທ່ຽວ , ໂດຍການກໍານົດວິທີການຂັ້ນຕອນ ກະທັດລັດແຕ່ມີເນື້ອໃນຄົບຖ້ວນເພື່ອຜັນຂະຫຍາຍທິດຊີ້ນໍາຂອງຂັ້ນເທິງ ໃຫ້ມີຜົນສັກສິດ.