ໃນວັນທີ 27 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຊົວຣາບ ກຸມາ (Saurabh Kumar), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 26-29 ກໍລະກົດ 2023 ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ – ສ. ອິນເດຍ ຄັ້ງທີ 3.
ໃນກອງປະຊຸມ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ສ. ອິນເດຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຊຸກຍູ້ສາຍພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ອິນເດຍ ຕະຫຼອດໄລຍະ 67 ປີ (02 ກຸມພາ 1956-2023) ຜ່ານມາ ທີ່ສືບຕໍ່ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ທີ່ພາກສ່ວນກ່ຽວຂ້ອງສອງຝ່າຍໄດ້ມີການຈັດຕັ້ງປະຕິບັດວຽກງານໃນທຸກດ້ານຮ່ວມກັນ, ໄດ້ມີກົນໄກການຮ່ວມມືສອງຝ່າຍ ເພື່ອທົບທວນຄືນການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ. ອິນເດຍ (JC) ແລະ ກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ (FOC) ລາວ-ອິນເດຍ ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ໄດ້ຮັບຜົນສຳເລັດໃນຫຼາຍດ້ານ. ສອງຝ່າຍ ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທີ່ຢູ່ໃນທ່ວງທ່າທີ່ດີ, ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2023 ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ປະມານ 54 ລ້ານໂດລາສະຫະລັດ, ໃນນັ້ນ ສປປ ລາວ ສົ່ງອອກແມ່ນປະມານ 43 ລ້ານໂດລາສະຫະລັດ ແລະ ນຳເຂົ້າແມ່ນປະມານ 11 ລ້ານໂດລາສະຫະລັດ, ເຊິ່ງປະຈຸບັນ ນັກທຸລະກິດຂອງອິນເດຍ ໄດ້ເຂົ້າມາລົງທຶນຢູ່ ສປປ ລາວ ຫຼາຍພໍສົມຄວນ. ໃນນີ້, ຝ່າຍລາວ ໄດ້ສະເໜີໃຫ້ມີການແລກປ່ຽນຂໍ້ມູນ ລະຫວ່າງ ນັກທຸລະກິດລາວ-ອິນເດຍ ຢ່າງເປັນປະຈໍາ ຜ່ານສະຖານທູດ ຫຼື ກອງປະຊຸມພົບປະຂອງສອງປະເທດ ເພື່ອດຶງດູດນັກລົງທຶນຂອງສອງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເພື່ອຊອກຫາຊ່ອງທາງໃນການສົ່ງອອກສິນຄ້າຂອງລາວໄປຍັງຕະຫຼາດອິນເດຍ.
ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ສືບຕໍ່ປະສານສົມທົບກັນເພື່ອຊຸກຍູ້ບັນດາໂຄງການຕ່າງໆທີ່ໄດ້ລົງນາມແລ້ວນັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ປະກົດຜົນເປັນຈິງຍິ່ງຂຶ້ນ ເນື່ອງຈາກໃນໄລຍະຜ່ານມາ ຫຼາຍໂຄງການແມ່ນບໍ່ໄດ້ຮັບການປະຕິບັດເທົ່າທີ່ຄວນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19; ສອງຝ່າຍ ໄດ້ເຫັນດີຈະເພີ່ມທະວີການຮ່ວມມືໃນຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ເປັນຕົ້ນ ດ້ານການສຶກສາ-ວັດທະນະທຳ, ສາທາລະນະສຸກ, ວຽກງານປ້ອງການຊາດ, ວຽກງານກົງສຸນ, ກະສິກຳ-ປ່າໄມ້, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ; ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳຄົງຄາ, ການຮ່ວມມືອາຊຽນ-ອິນເດຍ, ການຮ່ວມມືຂອບ ສະຫະປະຊາຊາດ (ສປຊ) ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນ ແລະ ໄດ້ແລກປ່ຽນຄຳຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງ ລັດຖະບານ ແລະ ປະຊາຊົນ ອິນເດຍ ຕໍ່ການຊ່ວຍ ເຫຼືອອັນລ້ຳຄ່າໃນໄລຍະຜ່ານມາ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ ກໍຄື ການສະໜອງທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ແກ່ພະນັກ ງານ-ນັກສຶກສາລາວ ພາຍໃຕ້ໂຄງການຊ່ວຍເຫຼືອຕ່າງໆ; ການຊ່ວຍເຫຼືອໃນວຽກງານສາທາລະນະສຸກ (ວຽກງານຕ້ານໂຄວິດ-19), ການສະໜອງເງິນກູ້ຢືມເຂົ້າໃນການຈັດຕັ້ງໃນຫຼາຍໂຄງການ ແລະ ການຊ່ວຍເຫຼືອໃນຂະແຫນງການອື່ນໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເຊິ່ງທັງຫມົດນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິງວ່າ ຝ່າຍ ສ.ອິນເດຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໂຄງການຕ່າງໆຕື່ມອີກໃນອະນາຄົດ, ໂດຍສະເພາະ ການຊ່ວຍເຫຼືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນໃນປີ 2024 ໃຫ້ສຳເລັດຕາມຄາດຫມາຍ.
ໃນຂະນະດຽວກັນ, ທ່ານຮອງລັດຖະ ມົນຕີ ຊົວຣາບ ກຸມາ ກໍໄດ້ສະແດງຄວາມຂອບໃຈມາຍັງຝ່າຍລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນເປັນຢ່າງດີຕະຫຼອດມາ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ໂດຍສະເພາະໃນຂອບການຮ່ວມມືອາຊຽນ, ສປຊ. ພ້ອມນີ້, ກໍຢືນຢັນຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ອິນເດຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ອິນເດຍ-ລາວ.
ພາຍຫຼັງສຳເລັດກອງປະຊຸມ, ສອງຝ່າຍ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຈຳນວນ 5 ໂຄງການ, ລວມມູນຄ່າທັງຫມົດ 248.226 ໂດລາສະຫະລັດ ຄື:
1. ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານຫ້ວຍທ້າງ, ເມືອງປາກລາຍ, ແຂວງໄຊຍະບູລີ ມູນຄ່າ 49.999 ໂດລາສະຫະລັດ;
2. ໂຄງການກໍ່ສ້າງສູນຝຶກອົບຮົມ ແລະ ອຸປະກອນ ICT ໃຫ້ແກ່ພະແນກການສື່ສານດ້ານເຕັກໂນໂລຊີ ແຂວງ ໄຊຍະບູລີ ມູນຄ່າ 49.963 ໂດລາສະຫະລັດ;
3. ໂຄງການກໍ່ສ້າງສູນປິ່ນປົວສຸຂະພາບ ບ້ານຊຽງຫຼວງ, ເມືອງດາກຈຶງ, ແຂວງເຊກອງ ມູນຄ່າ 49.210 ໂດລາສະຫະລັດ;
4. ໂຄງການກໍ່ສ້າງລະບົບທໍ່ສົ່ງນ້ຳ ບ້ານພູສັນ, ເມືອງແປກ, ແຂວງຊຽງຂວາງ ມູນຄ່າ 49.054 ໂດລາສະຫະລັດ;
5. ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນດອນໃຫຍ່, ເມືອງສອງຄອນ, ແຂວງສະຫວັນນະເຂດ ມູນຄ່າ 50.000 ໂດລາສະຫະລັດ.
ໃນວັນດຽວກັນ, ທ່ານຮອງລັດຖະມົນຕີ ຊົວຣາບ ກຸມາ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງຄະນະຜູ້ແທນອິນເດຍ ກໍໄດ້ແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງກອງປະຊຸມປຶກສາຫາລື ລະຫວ່າງ ສອງກະ ຊວງການຕ່າງປະເທດ ສປປ ລາວ-ສ. ອິນເດຍ ຄັ້ງທີ 3. ໃນຂະນະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມປຶກສາຫາລືໃນຄັ້ງນີ້, ເຊິ່ງຈະເປັນພື້ນຖານອັນດີໃນການເພີ່ມທະວີການພົວພັນຮ່ວມມືຂອງສອງປະເທດ ລາວ -ອິນເດຍ ໃນຕໍ່ຫນ້າ, ພ້ອມທັງ ໄດ້ອວຍ ພອນໃຫ້ຄະນະຜູ້ແທນອິນເດຍ ຈົ່ງປະ ສົບຜົນສຳເລັດໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ໃນການມາຢ້ຽມຢາມຄັ້ງນີ້ ຄະນະຜູ້ແທນ ອິນເດຍ ຍັງຈະໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງພະບາງ ແລະ ເຂົ້າຮ່ວມພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຜະລິດນ້ຳດື່ມສະອາດ ແລະ ໂຮງຮຽນສົງ ທີ່ວັດຜາໂອ ອີກດ້ວຍ.
ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ
ພະແນກໂຄສະນາ ແລະ ປະຊາສຳພັນ







